ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີມອບຮັບວັກຊິນ AstraZeneca ຈາກປະເທດໂປໂລຍ ຈໍານວນ 138.600 ໂດສ ຈັດຂື້ນໃນຕອນແລງ ວັນທີ 16 ທັນວາ 2021 ທີ່ກະຊວງສາທາລະສະສຸກ ໂດຍທ່ານ ເວັງຊອງ ເວຍ, ອຸປະທູດຂອງ ສະຫະພາບເອີຣົບປະຈໍາລາວເປັນຜູ້ ກ່າວມອບ ແລະທ່ານ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ກ່າວຮັບ ໂດຍມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານໂປໂລຍໃນການປະກອບສ່ວນອັນສໍາຄັນໃນຄັ້ງນີ້ ຊື່ງຈະຊ່ວຍໃຫ້ ສປປ ລາວ ສາມາດຈັດຕັ້ງປະຕິບັດແຜນການສັກວັກຊິນໃຫ້ປະຊາຊົນ ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະໃນໄລຍະທີ່ລາວພວມເລັ່ງສັກເຂັມກະຕຸ້ນຫລືເຂັມສາມເພື່ອສ້າງພູມຄຸ້ມກັນໃຫ້ປະຊາຊົນ ແລະ ຊ່ວຍຫລຸດຜ່ອນ ຈໍານວນຜູ້ຕິດເຊື້ອໂຄວິດ19 ທີ່ມີຈໍານວນເພີ່ມຂື້ນຢ່າງວ່ອງໄວໃນໄລຍະຫລາຍເດືອນຜ່ານມາໃຫ້ຫລຸດຜ່ອນລົງ ເພື່ອກຽມຄວາມພ້ອມໃນການເປີດປະເທດຄືນໃໝ່.
ການໄດ້ຮັບວັກຊິນຈາກປະເທດໂປໂລຍ ແມ່ນພາກສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກ ຂອງສະຫະພາບເອີຣົບ, ໂດຍສະເພາະ ການຊ່ວຍເຫລືອ ສປປ ລາວ ໄດ້ມີມາຢ່າງຕໍ່ເນື່ອງ ໃນການຕໍ່ຕ້ານການລະບາດຂອງພະຍາດໂຄວິດ19, ປັດຈຸບັນສະຫະພາບເອີຣົບ, ປະເທດສະມາຊິກ ແລະ ສະຖາບັນການເງິນ ພວມຮ່ວມມືກັນລະດົມທຶນ ແລະວິຊາການ ເພື່ອຮ່ວມກັນແກ້ໄຂຜົນກະທົບທາງລົບຈາກພະຍາດໂຄວິດ19 ໃນທົ່ວໂລກ. ເນື່ອງຈາກວ່າບໍ່ມີໃຜຈະປອດໄພ ຈາກພະຍາດໂຄວິດ19 ຈົນກວ່າໝົດທຸກ ຄົນຈະປອດໄພ.