ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 14 ເມສາ 2023 ນີ້, ກົງກັບມື້ແຮມ 9 ຄໍ່າ ເດືອນ 5 ພສ 2565 ອົງການປົກ ຄອງນະຄອນ ຫຼວງພະບາງ ສົມທົບກັບອົງການປົກຄອງແຂວງ ໄດ້ຈັດໃຫ້ມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນປີໃໝ່ລາວ ຢູ່ເສັ້ນທາງກາງເມືອງ ໂດຍເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍພໍ່ຄ້າ, ແມ່ຄ້າ- ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົນສິນຄ້າ ແລະຜະລິດ ຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍເປັນຈຳ ນວນຫຼວງຫຼາຍ ເປັນຕົ້ນ ເຄື່ອງຫັດຖະ ກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນເຄື່ອງກິນດື່ມ, ໝາກໄມ້ ພ້ອມດ້ວຍບັນດາສັດສາວາສິ່ງຊະນິດຕ່າງໆ ເພື່ອນຳໄປປ່ອຍ ຫຼື ໂຜດ ແລະເຄື່ອງປະກອບພິທີກຳ ໃນມື້ສັງຂານລ່ວງ ລວມທັງຜະລິດຕະພັນອື່ນໆ.
ໂອກາດນີ້ ບັນດາພໍ່ຄ້າ-ແມ່ຂາຍ ແລະມວນຊົນທີ່ເຂົາຮ່ວມງານໂລະລາດໄດ້ສະແດງຄວາມຮູ້ສຶກດີໃຈ ທີ່ເຫັນວ່າງານໂລະລາດ ຢູ່ນະຄອນ ຫຼວງພະບາງ ມີຄວາມຄືກຄື້ນອີກຄັ້ງ ພາຍຫຼັງບໍ່ໄດ້ຈັດມາຫຼາຍປີ ຍ້ອນສະພາບການລະບາຂອງພະຍາດໂຄວິດ 19.
ເຂົ້າຮ່ວມງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກໃນປີນີ້ ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດການນຳຂັ້ນສູນກາງ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະມວນຊົນທັງພາຍໃນ ແລະ ຕ່າງປະເທດ ຢ່າງຄັບຄາໜາແໜ້ນ ແລະເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ສ່ວນຕອນບ່າຍຂອງວັນດຽວກັນນີ້, ການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ພະແນກການ, ກົມກອງ, ຫ້ອງການ ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ໄດ້ພ້ອມກັນລົງຕົບພະທາດຊາຍ ຢູ່ດອນຊາຍມຸງຄຸນ ເມືອງຈອມເພັດ, ນອກຈາກກິດຈະກຳການໂລະລາດ ແລະລົງຕົບພະທາດຊາຍ ໄດ້ມີກິດຈະກຳການຕັກນ້ຳທ່ຽງຂອງປູ່ເຍີຍ່າເຍີ, ສ່ວນຢູ່ບັນດາວັດວາອາຣາມ ໄດ້ມີການອັງເຊີນພະພຸດທະຮູບ ລົງຫົດສົງ ຕື່ມອີກ.
ຂ່າວ;ພາບ: ອາພຸດເດດ ບຸບຜາ