ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຕອນເຊົ້າ ວັນທີ 13 ກັນຍາ ນີ້, ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນ, ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2566 ຄສ 2023 ມີ ທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເປັນຈຳນວນຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂື້ນເປັນປະຈຳພໍ ຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະ ຜະລິດຕະພັນ ສີໄມ້ລາຍມືຂອງຕົນມາວາງສະແດງຂາຍ ເປັນຕົ້ນ ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ.

ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການໂລະລາດຢູ່ຫຼວງພະບາງ ໃນປີໜື່ງຈະມີ 2 ຄັ້ງຄືບຸນປີໃໝ່ລາວ ແລະ ບຸນຫໍ່ເຂົ້າປະດັບດິນ ເພື່ອໃຫ້ງານໂລະລາດມີຄວາມເປັນລະບຽບຮຽບຮ້ອຍ ຄະນະຮັບຜິດຊອບ ໄດ້ປຸກລະດົມໃຫ້ຊາວຄ້າຂາຍ ນຳເອົາສິນຄ້າມາວາງຂາຍ ທັງຈັດສັນໃຫ້ມີຄວາມເປັນລະບຽບ.

ພາຍຫຼັງສຳເລັດການໂລະລາດ ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນເຮັດເຂົ້າຫໍ່ໂປ້ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດິນ, ສ່ວນວັນທີ່ 26 ກົງກັບມື້ແຮມ 14 ຄໍ່າ ກົງກັບວັນທີ່ 14 ກັນຍາ ເຊີ່ງເປັນມື້ບຸນຫໍ່ເຂົ້າປະດັບດິນ, ເລີ່ມແຕ່ຕອນເຊົ້າ ເວລາ 5:00 ໂມງ ການນຳພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດທີ່ໜ້າວັດແສນສຸຂາຣາມ ຈາກນັ້ນເວລາ 9 ໂມງ ຈະໄດ້ເຕົ້າໂຮມກັນທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ.