ໂຄງການກໍ່ສ້າງໂຮງຫມໍມະຫາວິທະຍາໄລ ປັກກິ່ງ ແຫ່ງທໍາອິດຢູ່ເມືອງຕ້າຊິງ, ນະຄອນຫລວງປັກກິ່ງ ໃກ້ສໍາເລັດແລ້ວ ພາຍຫລັງເລີ່ມລົງມືກໍ່ສ້າງມາແຕ່ ເດືອນມີນາປີ 2019 ໂດຍແມ່ນບໍລິສັດ ວິສະວະກໍາກໍ່ສ້າງ ເລກ 8 ແຫ່ງລັດຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ປັດຈຸບັນ ພວມຢູ່ໃນຂັ້ນຕອນຕົບແຕ່ງທັງພາຍໃນ ແລະ ພາຍນອກ.
ໃນວັນທີ 26 ສິງຫານີ້ ສື່ມວນຊົນຕ່າງປະເທດຫລາຍກວ່າ 30 ຄົນ ຈາກຫລາຍກວ່າ 20 ປະເທດ ໄດ້ມີໂອກາດເດີນ ທາງໄປຢ້ຽມຊົມໂຄງການດັ່ງກ່າວ ເຊີ່ງນອກຈາກໄດ້ທ່ຽວຊົມຕຶກອາຄານ ຍັງໄດ້ຮັບຟັງການລາຍງານກ່ຽວກັບຄວາມເປັນມາ, ຄວາມຄືບໜ້າ ແລະ ຄວາມຫຍຸ້ງຍາກຂອງການກໍ່ສ້າງຈາກເຈົ້າໜ້າທີ່ກ່ຽວຂ້ອງຂອງໂຄງການ.
ການກໍ່ສ້າງໂຮງຫມໍດັ່ງກ່າວ ມີເນື້ອທີ່ທັງໝົດ 216.100 ຕາແມັດ, ເປັນອາຄານ 7 ຊັ້ນ ປະກອບມີ 1.200 ຕຽງ ເຊີ່ງຈະເປັນໂຮງຫມໍແຫ່ງທໍາອິດໃນພາກໃຕ້ຂອງນະຄອນ ຫລວງປັກກິ່ງທີ່ສາມາດໃຫ້ບໍລິການຊ່ວຍເຫຼືອກູ້ໄພທັງທາງອາກາດ ແລະ ທາງບົກ ກໍຄື ພາກພື້ນດິນ ໂດຍຈະນໍາໃຊ້ລະ ບົບປັນຍາປະດິດ (AI) ແລະ ອຸປະກອນຕ່າງໆ ທີ່ມີຄວາມທັນສະໄໝທີ່ສຸດ ເຊີ່ງຈະເປຫນການຊ່ວຍປັບປຸງການບໍລິ ການດ້ານການແພດຂັ້ນພື້ນຖານໃນພື້ນທີ່ ແລະ ອໍານວຍຄວາມສະດວກໃນການກະຈາຍບຸກຄະລາກອນດ້ານການແພດໃຫ້ມີຄວາມສົມດຸນຫຼາຍຂຶ້ນໃນເຂດຕົວເມືອງໃຈກາງນະຄອນຫລວງປັກກິ່ງ.
ພາຍໃນອາຄານປະກອບມີ: ໜ່ວຍສຸກເສີນ, ໜ່ວຍງານປະຕິບັດການ, ຫ້ອງຄົນເຈັບໜັກ, ຄົນເຈັບເຂດໃນ ແລະ ເຂດນອກ, ຫ້ອງພະນັກງານ, ຫ້ອງອາຫານ, ບ່ອນຈອດລົດ ແລະ ອື່ນໆ. ປັດຈຸບັນ ໂຄງການພວມຢູ່ໃນຂັ້ນຕອນຕົບ ແຕ່ງທັງພາຍໃນ ແລະ ພາຍນອກ.
ນັບແຕ່ມື້ເລີ່ມຕົ້ນກໍ່ສ້າງມາຮອດປັດຈຸບັນ ເຖີງວ່າປະສົບກັບຄວາມຫຍຸ້ງ ຍາກສົມຄວນ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ແຕ່ທຸກວຽກງານສາມາດດໍາເນີນໄປຕາມແຜນການ ແລະ ຄຸນນະພາບທຸກຢ່າງ ໂດຍຈະໃຫ້ສໍາເລັດ ແລະ ມອບ- ຮັບຢ່າງເປັນທາງການໃນວັນທີ 30 ເມສາປີ 2023, ເຊີ່ງຜ່ານການຕິດຕາມກວດກາຈາກກະຊວງທີ່ກ່ຽວຂ້ອງ ເຮັດໃຫ້ໄດ້ຮັບ 100 ຄະແນນ ເປັນເວລາ 12 ເດືອນຕິດຕໍ່ກັນ ແລະ ໄລຍະຜ່ານມາ ມີຄະນະຜູ້ແທນຈາກພາກສ່ວນຕ່າງໆ ຫລາຍກວ່າ 100 ຄະນະ, ມີຫລາຍກວ່າ 5.000 ຄົນ ໄດ້ເດີນທາງມາຢ້ຽມໂຄງການກໍ່ ສ້າງດັ່ງກ່າວ.
ສໍາລັບບໍລິສັດ ວິສະວະກໍາກໍ່ສ້າງ ເລກ 8 ແຫ່ງລັດຂອງຈີນ ແມ່ນນອນຢູ່ໃນກຸ່ມບໍລິສັດວິສະວະກໍາກໍ່ສ້າງແຫ່ງລັດຂອງຈີນ ເຊີ່ງເປັນກຸ່ມລົງທຶນ ແລະ ກໍ່ສ້າງໃຫຍ່ທີ່ສຸດໃນໂລກທີ່ມີພະນັກງານ 43.000 ຄົນ, ທຶນຈົດທະບຽນ 13,5 ຕື້ຢວນ ແລະ ຊັບສິນຫລາຍກວ່າ 200 ຕື້ຢວນ, ມີບໍລິສັດທີ່ຂຶ້ນກັບ 24 ບໍລິສັດ ແລະ ສາຂາຢູ່ຕ່າງປະເທດ 27 ແຫ່ງ. ໄລຍະຜ່ານມາ ບໍລິສັດ ວິສະວະກໍາກໍ່ສ້າງ ເລກ 8 ແຫ່ງລັດຂອງຈີນ ໄດ້ກໍ່ສ້າງຫລາຍໂຄງການດ້ວຍຜົນສໍາເລັດໃນຫລາຍປະເທດ ເປັນຕົ້ນ: ສູນປະຊຸມສະຫະພາບອາຟຼິກກາ, ສະໜາມບິນສາກົນ SSR ໃນມໍລີເຊຍ, ສະໜາມກິລາແຫ່ງຊາດຂອງກົງໂກ, ທາງຫລວງ N6 ຂອງໂມຊຊໍາບິກ ແລະ ອື່ນໆ.


