ວັນທີ 5 ພະຈິກ 2021 ນີ້, ໂຮງຮຽນຊ່າງແສງໄດ້ຈັດກອງປະຊຸມສະຫຼບຖອດຖອນບົດຮຽນວຽກງານເຕັກນິກປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ສົມຟອງ ໄຊຍະບຸດສີ ຫົວໜາພະແນກເຕັກນິກ ກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ. ມີຄະນະພັກ-ຄະນະບັນຊາ ບັນດາພະແນກການກົມຊ່າງແສງ,ກົມກອງອ້ອມຄ້າງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນກອງ ສີວົງຊຳ ຫົວໜ້າພະແນກເຕັກນິກ ໂຮງຮຽນຊ່າງແສງ ໄດ້ຂື້ນຜ່ານບົດສະຫຼຸບ ແລະ ພາລະບົດບາດໜ້າທີ່ຮັບຜິດຊອບຂອງພະແນກ ເຊິ່ງ ພະແນກເຕັກນິກໂຮງຮຽນຊ່າງແສງແມ່ນພະແນກການໜຶ່ງທ່ີເຮັດໜ້າທ່ີເປັນເສນາທິການໃຫ້ແກ່ໂຮງຮຽນ, ເພື່ອສະໜອງ ແລະ ຮັບປະກັນດ້ານພາຫະນະ-ກົນຈັກວິຊາສະເພາະ ໃຫ້ແກ່ວຽກງານກຽມພ້ອມສູ້ຮົບ, ຮັບໃຊ້ວຽກງານບໍລິຫານ, ຮັບໃຊ້ວຽກງານໄພພິບັດ ແລະ ຮັບປະກັນໃຫ້ແກ່ການຮຳ່ຮຽນໃຫ້ນັກຮຽນ ທ່ີມາຈາກບັນດາກົມກອງຊ່າງແສງໃນຂອບເຂດ ທົ່ວປະເທດ.
ພະແນກເຕັກນິກ ໂຮງຮຽນ ຊ່າງແສງ ປະກອບມີ 13 ສ/ຫ, ລວມມີ ຄະນະພະແນກ 2 ສ/ຫ, ຫົວໜ້າ ແລະ ຮອງພະແນກ ໃນນັ້ນປະກອບມີ 4 ຂະແໜງການຄື: ຂະແໜງຄຸ້ມຄອງລົດ, ຂະແໜງສ້ອມແປງ, ຂະແໜງບໍລິຫານ- ສັງລວມ ແລະ ຂະແໜງຍຸດໂທ ມີພະນັກງານຄູ ອາຈານ ພາກປະຕິບັດຕົວຈິງ 22 ສະຫາຍ, ມີຈຳນວນພະຫະນະຮັບໃຊ້ບໍລິຫານ 5 ຄັນ, ພະຫະນະຮັບໃຊ້ການຮຽນ-ການສອນ 19 ຄັນ, ໃນນີ້ມີລົດເຮືອ 2 ຄັນ, ລົດກຼາດ TMM-13. 02 ຄັນ, ເຮືອກາໂນ 2 ລຳ, ລົດຕູ້ຊ້ອມແປງ 1 ຄັນ, ລົດ ຫົກໆ 1 ຄັນ, ລົດຕູ້ຕອງນ້ຳ 1 ຄັນ, ລົດຂົວຟູ 60 ໂຕນ ,ລົດກາຍຂົວ TMM. ມີພະຫະນະຮັບໃຊ້ກໍ່ສ້າງລວມມີ 10 ຄັນ ໃນນັ້ນໃຊ້ໄດ້ 6 ຄັນ ຄື: ລົດດຸດ, ລົດເກດ, ລົດໂລ, ລົດຈົກຕີນໂຊ, ລົດແມງງອດ. ນອກຈາກນີ້ພວກເຮົາຍັງໄດ້ຈັດຕັ້ງພະນັກງານ-ນັກຮົບ ບົວລະບັດຜັດເຊັດພາຫະນະ-ກົນຈັກ ໄດ້ທັງໝົດ 36 ຄັ້ງເທົ່າກັບ 360 ແຮງງານ, ເສຍຫຍ້າ ອານາໄມອ້ອມຂອບເຂດເກັບມ້ຽນພາຫະນະ, ຂອບເຂດອູ່ສ້ອມແປງ ແລະ ຂອບເຂດສາງຍຸດໂທ ໄດ້ 56 ຄັ້ງເທົ່າກັບ 252 ແຮງງານ, ອຸ່ນຈັກລົດ ໄດ້ 8 ຄັ້ງເທົ່າກັບ 96 ແຮງງານ, ໄດ້ນຳໃຊ້ພາຫະນະຮັບໃຊ້ເຂົ້າໃນການຮຳ່ຮຽນໃຫ້ພາກສ່ວນນັກຮຽນກໍ່ສ້າງ ຊຸດທີ 29 ສຳເລັດຕາມແຜນ ແລະ ໄດ້ກະກຽມຄວາມພ້ອມ ດ້ານພາຫະນະໃຫ້ນັກຮຽນຊຸດທີ 30 ສຳເລັດ. ກໍ່ສ້າງອ່າງເກັບນ້ຳ ເພື່ອອຸ່ນຈັກເຮືອກູ້ໄພ ກໍ່ສ້າງຕໍ່ເຕີມອູ່ສ້ອມແປງ ສຳເລັດ ແລະ ໄດ້ສ້ອມແປງ ບັນດາພາຫະນະໄດ້ 13 ຄັ້ງ, ສ້ອມແປງກາງ 1 ຄັ້ງ ມີ 28 ແຮງງານ, ສ້ອມແປງເບົາ ພາຫະນະອົບຮົມຮ່ຳຮຽນໄດ້ 3 ຄັ້ງ, ສ້ອມແປງກາງ 15 ຄັ້ງ ມີ 36 ແຮງງານ ແລະ ສ້ອມແປງຕິດຕັ້ງປ້ຳໄຮໂລຣິກລົດດ້າມ ສຳເລັດ ວຽກງານຄຸ້ມຄອງອາວຸດ-ກະສູນແມ່ນພວກເຮົາໄດ້ເອົາໃຈໃສ່ ບົວລະບັດຜັດເຊັດ ອາວຸດ-ກະສູນໄດ້ 48 ຄັ້ງເທົ່າກັບ 96 ແຮງງານ, ອານາໄມສາງອາວຸດໄດ້ 192 ຄັ້ງເທົ່າກັບ 192 ແຮງງານ, ເບີກຈ່າຍອາວຸດ-ກະສູນ ແລະ ອຸປະກອນຮັບໃຊ້ການຮຳ່ຮຽນ ໃຫ້ນັກຮຽນບຳລຸງຊຸດທີ 4 ແລະ ນັກຮຽນກໍ່ສ້າງຊຸດທີ 30 ໄດ້ 12 ຄັ້ງ, ຂື້ນຫ້ອງ ສິດສອນວິຊາຍຸດໂທໃຫ້ນັກຮຽນບຳລຸງ ແລະ ນັກຮຽນກໍ່ສ້າງໄດ້ 8 ຄັ້ງ. ດ້ານວຽກງານອົບຮົມ-ຫັດແອບໄດ້ເຂົ້າຮ່ວມຝຶກອົບຮົມປະຈຳປີຕາມແຜນການຂອງໂຮງຮຽນໄດ້ຈັດຕັ້ງ ກອງປະຊຸມເຜີຍແຜ່ຂໍ້ກຳນົດກ່ຽວກັບວຽກງານເຕັກນິກຂອງກົມຊ່າງແສງ ແລະ ເຜີຍແຜ່ແຜນການ ເພື່ອຈັດຕັ້ງປະຕິບັດ ວັນເຕັກນິກຂອງກົມກອງໄດ້ 1 ຄັ້ງ ແລະ ໄດ້ຈັດຕັ້ງອົບຮົມ-ຫັດແອບ ເຮືອກູ້ໄພ ໃຫ້ນັກວິຊາສະເພາະມີຄວາມສຳນິສຳນານກັບໜ້າທີ່ໃຫ້ແທດ ເໜາະກັບວຽກງານຕົວຈິງ. ໃນກອງປະຊຸມຍັງໄດ້ຮັບການອຸປະຖຳຈາກກົມຊ່າງແສງ ແລະ ກອງພັນກໍ່ສ້າງ-ຂົວທາງ 587 ລວມມູນຄ່າ 8.000.000ກີບ. ເພື່ອຕໍ່ເຕີມການປຸກສ້າງກາລາລົດໃຫ້ມີຄວາມສະອາດຈົບງາມ.
ໂດຍ: ເກນ ວິໄລສານ