ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂຄງການກໍ່ສ້າງໂຮງຮຽນມັດທະຍາ-ວິຊາຊີບຕົວແບບ ມິດຕະພາບ ລາວ-ຫວຽດນາມ ທີ່ເມືອງໜອງບົກ ແຂວງຄຳມ່ວນ ຂອງຂວັນຈາກປະທານປະເທດ ຫວຽດນາມ ມີມູນຄ່າລວມທັງໝົດ: 2.207.773,49 ໂດລາສະຫະລັດ ຊຶ່ງຈະເລີ່ມລົງມືກໍ່ສ້າງໃນເດືອນມັງກອນນີ້ ແລະ ຈະສຳເລັດໃນເດືອນພະຈິກ 2022 ໂດຍແມ່ນບໍລິສັດ ຈິດຈະເລິນ ກໍ່ສ້າງຈໍາກັດຜູ້ດຽວ ບໍລິສັດທີ່ຊະນະການປະມູນ ເປັນຜູ້ດຳເນີນໂຄງການດັ່ງກ່າວ.
ພິທີເຊັນສັນຍາ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບ ມິດຕະພາບ ລາວ-ຫວຽດນາມ ເມືອງໜອງບົກ ແຂວງຄໍາມ່ວນ ຂອງຂວັນຈາກປະທານປະເທດ ຫວຽດນາມ ໄດ້ມີຂຶ້ນເມື່ອວັນທີ 31 ທັນວາ 2021 ທີ່ສໍານັກງານ ສສກ ລະຫວ່າງ ທ່ານ ສົມຈິດ ວົງວິໄລ ຮອງປະ ທານບໍລິສັດ ຈິດຈະເລິນ ກໍ່ສ້າງຈໍາກັດຜູ້ດຽວ ແລະ ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກ ສາທິການ ແລະ ກິລາ (ສສກ), ມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ພ້ອມດ້ວຍຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າຫ້ອງການ ກະຊວງ ສສກ ແລະ ບັນ ດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດທີ່ທ່ານ ຫງວຽນ ຊວັນຟຸກ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະ ໄມຕີ ທີ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-10 ສິງຫາ 2021 ຜ່ານມາ ໃນໂອກາດດັ່ງກ່າວ ທ່ານ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ໄດ້ມອບທຶນ ຈໍານວນ 5 ລ້ານໂດລາສະຫະລັດ ເປັນຂອງຂວັນໃຫ້ແກ່ ສປປ ລາວ ເພື່ອກໍ່ສ້າງໂຄງລ່າງພື້ນຖານ ໂດຍສະເພາະປະກອບອຸປະກອນຂອງໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບ ຕົວແບບ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ.
ສະຖານທີ່ຕັ້ງຂອງໂຄງການ ແມ່ນຢູ່ຫ່າງຈາກເທດສະ ບານແຂວງ ໄປທາງທິດຕາເວັນຕົກສຽງໃຕ້ ປະມານ 40 ກິໂລແມັດ, ຕັ້ງຢູ່ບ້ານສອງເໝືອງ ເມືອງໜອງບົກ ແຂວງຄໍາມ່ວນ ໂຄງການກໍ່ສ້າງດັ່ງກ່າວມີ ເນື້ອທີ່ປຸກສ້າງອາຄານທັງໝົດ 6.439 ຕາແມັດ, ໃນນັ້ນ ເນື້ອທີອາຄານໃໜ່ 5.149 ຕາແມັດ ແລະ ເນື້ອທີ່ອາຄານສ້ອມແປງ 1,290 ຕາແມັດ ລວມມີ ອາຄານທັງໝົດ 21 ຫຼັງ, ສ້າງໃໝ່ 19 ຫຼັງ ແລະ ສ້ອມແປງ 2 ຫຼັງ ເຊັ່ນ: ອາຄານຮຽນ 4 ຫຼັງ; ອາຄານບໍລິຫານ 1 ຫຼັງ; ຫໍພັກ 3 ຫຼັງ; ຫ້ອງນໍ້າ 4 ຫຼັງ; ຫ້ອງຄົວ 3 ຫຼັງ; ໂຮງຊ່າງ 4 ຫຼັງ; (ໄຟຟ້າ, ສ້ອມແປງ, ກໍ່ສ້າງເຄຫະສະຖານ ແລະ ກະສິກໍາ); ໂຮງອາຫານ 1 ຫຼັງ ແລະ ຫ້ອງທົດລອງ 1 ຫຼັງ. ນອກນັ້ນ, ຍັງປະກອບມີລະບົບໄຟຟ້າ. ນໍ້າບາດານ, ປ້ອມຍາມ ເດີ່ນກິລາ, ທາງຍ່າງພາຍໃນໂຮງຮຽນ ແລະ ຮົ້ວໂຮງຮຽນ ລວມມູນຄ່າ 2.207.773,49 ໂດລາ, ໃນນີ້ ບໍ່ລວມພາສີອາ ກອນ ແລະ ເງິນແຮ ຈຳນວນ 177.552,59 ໂດລາສະຫະລັດ.
Cr: ສົງການ ພັນແພງດີ