ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂຮງຮຽນມັດທະຍົມຕອນຕົ້ນປາກລາຍເມືອງປາກລາຍແຂວງໄຊຍະບູລີເປັນອີກໜຶ່ງໂຮງຮຽນທີ່ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ໃນແຕ່ລະໄລຍະໄດ້ດີພໍສົມຄວນ.
ທ່ານ ນາງ ທອງຂັບ ສີປະເສີດ ຜູ້ອໍານວຍການໂຮງຮຽນໂຮງຮຽນມັດທະ ຍົມຕອນຕົ້ນປາກລາຍເມືອງປາກລາຍແຂວງໄຊຍະບູລີ ໄດ້ລາຍງານຕໍ່ສື່ມວນຊົນ ໃນວັນທີ 22 ກັນຍາ 2021 ນີ້ວ່າ ຜ່ານມາໂຮງຮຽນມັດທະຍົມຕອນຕົ້ນປາກລາຍ ໄດ້ປະຕິບັດຕາມມາດຕະການ ແລະ ແຈ້ງການໃນແຕ່ລະໄລຍະ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ 19 ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແມ່ນໄດ້ມີການປິດການຮຽນ- ການສອນ ໃນໄລຍະທີ່ມີການແຜ່ລະບາດ ຕັ້ງແຕ່ວັນທີ 22 ມີນາ 2020 ໃນການພັກຮຽນກໍ່ໄດ້ເນັ້ນໃຫ້ນັກຮຽນເຮັດວຽກບ້ານຢູ່ເຮືອນເປັນຈຳນວນຫຼາຍ ເນື່ອງຈາກວ່າການຮຽນຜ່ານສື່ອອນລາຍແມ່ຍັງພົບຄວາມຫຍຸ້ງຍາກ ຍ້ອນບໍ່ມີເຄື່ອງມືໃນການຮຽນອອນລາຍ. ຈົນມາເຖິງຕົ້ນເດືອນ ມິຖຸນາ ກໍ່ໄດ້ມີການທະຍອຍເປີດການຮຽນ-ການສອນຄືນ ໃນໄລຍະຕໍ່ມາ,ທ່ານ ຜູ້ອຳນວຍການໂຮງຮຽນ ມັດທະຍົມຕອນຕົ້ນປາກລາຍກ່າວຕື່ມວ່າ:ໂດຍໄດ້ມີການປັບປຸງ, ເຮັດຄວາມສະອາດອາຄານສະຖານທີ່, ຫ້ອງຮຽນ, ໂຕະ, ຕັ່ງ, ອັນສຳຄັນໄດ້ຈັດຊຸດຝຶກອົບຮົມ, ຍົກລະດັບຄວາມຮູ້ ໃຫ້ຄູ-ອາ ຈານ ແລະ ອື່ນໆ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຮງຮຽນ ກໍຄື ການເປີດສົກຮຽນໃໝ່ໃຫ້ ມີບັນຍາການອັນຟົດຟື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ ແລະ ດຳເນີນການຮຽນ-ການສອນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ. ໄດ້ປະຕິບັດຕາມລະບຽບຢ່າງເຄັ່ງຄັດ ທັງຄູສອນ ແລະ ນັກຮຽນ ໂດຍສະເພາະແມ່ນ ການໃສ່ຜ້າປິດປາກ-ດັງ, ການລ້າງມືໃຫ້ສະອາດດ້ວຍເຈ່ວລ້າງມື ແລະ ການຮັກສາໄລຍະຫ່າງ ຂອງນັກ ຮຽນ ເພື່ອເປັນການປ້ອງກັນພະຍາດໂຄວິດ-19 ເຂົ້າສູ່ຕົນເອງ ແລະ ຄົນອ້ອມຂ້າງ. ພ້ອມດຽວກັນນີ້ ທາງໂຮງຮຽນກໍ່ໄດ້ເຮັດໜັງສືແຈ້ງເຖິງອຳນາດການປົກຄອງບ້ານ ບໍລິເວນໃກ້ຄຽງ ເຖິງພໍ່ແມ່ຜູ້ປົກ ຄອງ ໃຫ້ເອົາໃຈໃສ່ລູກຫຼານ ໃນໄລຍະທີ່ມີການແຜ່ລະບາດ ສັງເກດເຫັນວ່າ ທັງຜູ້ປົກຄອງ ແລະ ນັກຮຽນ ໃຫ້ການຮ່ວມມື ແລະ ເອົາໃຈໃສ່ປະຕິບັດຕາມເປັນຢ່າງດີ.ຜ່ານການສຳພາດນັກຮຽນແມ່ນໄດ້ຮູ້ວ່າ ນັກຮຽນສ່ວນຫຼາຍ ບໍລິໂພກຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ ແລະ ໂທລະພາບ ເຊິ່ງມີຄວາມຕື່ນຕົວໃນການຮັກສາອະນາໄມຕົນເອງ ໂດຍການໃສ່ຜ້າອັດປາກ-ດັງ, ການລ້າງມືໃຫ້ສະອາດດ້ວຍເຈ່ວລ້າງມືຫຼັງຈາກເຮັດກິດຈະກຳຕ່າງໆ, ການຮັກສາໄລຍະຫ່າງຈາກໝູ່ 2 ແມັດ.