ທ່ານ ສຸລິເຍດ ແກ້ວມານີວົງ ຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ, ໂຮງຮຽນຕັ້ງຢູ່ບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດ ໃນວັນທີ 23 ສິງຫາ 2023 ກ່ຽວກັບການກຽມຄວາມພ້ອມ ເປີດສົກຮຽນໃໝ່ 2023-2024 ທີ່ຈະມາເຖິງນີ້ວ່າ: ມາຮອດປະຈຸບັນ ໄດ້ສຳເລັດກອງປະຊຸມ ຄະນະບໍລິຫານງານໂຮງຮຽນເພື່ອກໍານົດໜ້າວຽກແຕ່ລະໜ່ວຍງານ, ກໍານົດພະນັກງານໃສ່ແຕ່ລະໜ້າວຽກ, ສ້າງແຜນຄາດຄະເນງົບປະ ມານໝົດປີ; ເປີດກອງປະຊຸມກັບປະທານສະມາຄົມ ພໍ່-ແມ່ນັກຮຽນ, ນາຍບ້ານ, ຕາງໜ້າພໍ່-ແມ່ ນັກຮຽນ ຂໍຄໍາຄິດເຫັນກ່ຽວກັບເງິນອຸດໜູນ ທີ່ຜູ້ປົກຄອງນັກ ຮຽນຕ້ອງໄດ້ປະກອບສ່ວນ; ປະຊຸມ ຄູ-ອາຈານທັງໝົດເພື່ອແຈ້ງແຜນການຕ່າງໆໃຫ້ທຸກຄົນຮັບຊາບ, ແຕ່ລະໜ່ວຍງານຕ້ອງນໍາໄປຈັດຕັ້ງປະຕິບັດໂດຍການສ້າງແຜນຂອງໜ່ວຍງານຕົນເອງ; ລາຍງານໃຫ້ທາງຫ້ອງການສຶກສາທິການ ແລະ ກິລາ ເມືອງຮັບຊາບ. ປັດຈຸບັນ ຄູ-ອາຈານພາຍໃນໂຮງຮຽນທັງໝົດມີ 35 ທ່ານ, ຍິງ 24 ທ່ານ; ໃນນັ້ນ ຄູຈົບຊັ້ນປະລິນໂທ 3 ທ່ານ, ຍິງ 3 ທ່ານ; ຄູຈົບຊັ້ນປະລິນຍາຕີ ມີ 22 ທ່ານ, ຍິງ 15 ທ່ານ; ຄູຈົບຊັ້ນສູງມີ 10 ທ່ານ, ຍິງ6 ທ່ານ. ສໍາລັບນັກຮຽນໃນສົກຮຽນຜ່ານມາ 2022 -2023 ໂຮງຮຽນ ມີນັກຮຽນທັງໝົດ 473 ຄົນ, ຍິງ 217 ຄົນ;
ໃນສົກຮຽນ 2023-2024 ທີຈະມາເຖິງນີ້ ຄາດຄະເນວ່າ ຈະມີນັກຮຽນທັງໝົດປະມານ 780 ຄົນ ແລະ ຈັດໃສ່ຫ້ອງຮຽນຈໍານວນ 19 ຫ້ອງ ໃນ 7 ຊັ້ນຮຽນ; ແລະ ຈະເລີ່ມຮັບນັກຮຽນໃນວັນທີ 28 ຫາ 31 ສິງຫາ 2023. ສໍາລັບແຜນການໃນຕໍ່ໜ້າແມ່ນຈະສຸມໃສ່ວຽກງານການເມືອງ- ແນວຄິດໃຫ້ຄູ-ອາຈານ ແລະ ນັກຮຽນ ໃຫ້ທົ່ວເຖິງໂດຍສະເພາະການຈັດຕັ້ງປະຕິບັດໜ້າທີ່ຂອງລັດຖະກອນ ຄູ ແລະ ລະບຽບການຕ່າງໆ; ວຽກງານວິຊາການໃຫ້ພົ້ນເດັ່ນກວ່າເກົ່າ ໂດຍສະເພາະແມ່ນ ຄູ-ອາຈານ ຕ້ອງໄດ້ຮັບການພັດທະນາຕົນເອງດ້ານວິຊາການໃຫ້ຫຼາຍຂຶ້ນ ໂດຍອີງໃສ່ມາດຕະຖານທີ່ກະຊວງສຶກສາ ທິການ ແລະ ກິລາ ວາງອອກ , ນັກຮຽນຕ້ອງໄດ້ຮັບການບໍາລຸງຢ່າງທົ່ວເຖິງ ແລະ ມີເປົ້າໝາຍ; ເອົາໃຈໃສ່ໃຫ້ນັກຮຽນມີກິດຈະກໍາການຮຽນ, ການສອນ ໃຫ້ຫຼາຍຂຶ້ນ, ປະກອບສ່ວນວຽກງານພາຍນອກຢ່າງທົ່ວເຖິງ.
ທ່ານໃຫ້ຮູ້ຕື່ມວ່າ:ໃນນາມເປັນຜູ້ບໍລິຫານໂຮງຮຽນແມ່ນມີຄວາມຮູ້ສຶກດີໃຈທີ່ໄດ້ນໍາໃຊ້ໂຮງຮຽນຫຼັງໃໝ່, ໄດ້ຮັບໃຊ້ຜູ້ປົກຄອງ ນັກຮຽນທີ່ຈະມານໍາໃຊ້ໂຮງຮຽນແຫ່ງນີ້ຂອງພວກເຮົາໃນສົກຮຽນ 2023-2024 ແລະ ຄູ-ອາຈານ ກໍມີຄວາມຍິນດີ ທີ່ຈະໄດ້ຮັບໃຊ້, ນໍາໃຊ້ ອາຄານສະຖານທີ່ແຫ່ງນີ້ ເພື່ອໃຫ້ເກີດຜົນປະໂຫຍດແກ່ລູກ-ຫຼານ ຂອງພວກເຮົາ, ຂໍສະແດງຄວາມຂອບໃຈມາຍັງການນໍາທຸກຂັ້ນ ແລະ ຜູ້ປົກຄອງທຸກທ່ານທີ່ມານໍາໃຊ້ ຫຼືມາບໍລິການໂຮງຮຽນ ແລະ ຫັວງຢ່າງຍີ່ງວ່າຈະໄດ້ຮັບຄວາມຮັກແພງ, ເຊື່ອໜັ້ນ, ປະກອບສ່ວນຕ່າງໆນໍາການຈັດຕັ້ງຂອງທາງໂຮງຮຽນເປັນຢ່າງດີ.
ໂຮງຮຽນໄດ້ມີການປິດການຮຽນ ການສອນ ເປັນໄລຍະກວ່າສອງປີ ຊຶ່ງເລີ່ມແຕ່ເດືອນ 2/2021 ຫາເດືອນ 3/2023; ເນື່ອງຈາກວ່າໄດ້ຮັບທຶນຊ່ວຍເຫຼືອ ຈາກ ພັກ-ລັດຖະບານ ສປ ຈີນ ປຸກສ້າງອາຄານຮຽນຫຼັງໃໝ່ ລວມມູນຄ່າ 97,4 ລ້ານຢວນ ແລະໄດ້ຈັດພິທີມອບ-ຮັບ ຂຶ້ນຢ່າງເປັນທາງການໃນວັນທີ 30 ມີນາ 2023; ໄດ້ນໍາໃຊ້ອາຄານຫຼັງໃໝ່ໃນວັນທີ 10 ເມສາ 2023.
ດັ່ງນັ້ນໃນນາມຜູ້ອຳນວຍການ ຕາງໜ້າໃຫ້ນ້ອງນັກຮຽນທຸກຮຽນ ຂໍສະແດງຄວາມຂອບໃຈ ຕໍ່ ພັກ-ລັດ ຖະບານ ສປ ຈີນ ໃຫ້ການຊ່ວຍເຫຼືອປຸກສ້າງອາຄານຮຽນໃນຄັ້ງນີ້ ແລະ ຈະນຳໃຊ້ໂຮງຮຽນແຫ່ງໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ;ພາບ: ຍຸພິນທອງ



