ໃນທ້າຍເດືອນ ມັງກອນ 2023, ຄະນະສິດເກົ່າໂຮງຮຽນມັດທະຍົມ ອາລຸນສະຫວ່າງ ໄດ້ນໍາເອົາອຸປະກອນການຮຽນ ແລະກິລາຈຳນວນໜຶ່ງ ໄປ ມອບໃຫ້ໂຮງຮຽນ ມສ ທ່າໝີ ເມືອງ ຫິນບູນ ແຂວງ ຄໍາມ່ວນ ໂດຍ ທ່ານ ບຸນລັບ ພະວິເສດ ປະທານກຸ່ມພ້ອມດ້ວຍຄະນະ ເປັນຜູ້ມອບ, ແລະ ອາຈານ ສີໄຍ ແພງມີໄຊ ຜູ້ອໍານວຍການໂຮງຮຽນ ມສ ທ່າໝີ ເມືອງ ຫິນບູນ ແຂວງ ຄໍາມ່ວນ ພ້ອມດ້ວຍຄະນະ ຕາງໜ້າຂຶ້ນຮັບ, ໂດຍການເຂົ້າຮວ່ມເປັນປະທານຂອງທ່ານ ນາງ ສີພັນ ເພັດອຸດົມ ຄະນະປະຈໍາພັກ,ຫົວໜ້າຈັດຕັ້ງເມືອງ ຫິນບູນ ທ່ານ ຄໍາຫຼາວ ໄຊໂກສີ ກໍາມະການພັກ ຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາເມືອງ ຫິນບູນ,ພ້ອມດ້ວຍ ຜູ້ຕາງໜ້າ ອົງການຈັດຕັ້ງບ້ານ ທ່າໝີ ຄະນະອໍານວຍການໂຮງຮຽນ,ຄູອາຈານ,ຄະນະສິດເກົ່າ ແລະ ພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີຕັ້ງໂຕະ 1 ໜ່ວຍ ມູນຄ່າ 5 ລ້ານ ກີບ, ໄດ້ຮັບ ການອຸປະຖໍາຈາກ ທ່ານນາງ ພິຈິກກາ ປະດາວົງ ປະທານບໍລິສັດ ມາສະເຕີເທຣດລາວ, ມີອຸປະກອນກິລາເປັນປະເພດ ໝາກບຸ່ນ 4 ຊຸດ, ບານເຕະ, ກະຕໍ້ຫວາຍ, ວາລະສານ, ເຄື່ອງຂຽນ ແລະ ອຶ່ນໆລວມມູນຄ່າ 6 ລ້ານກວ່າກິບ, ນອກຈາກນີ້ຍັງມີເງິນສົດ 5.000,000 ກິບ, ລວມເປັນ ເງິນທັງໝົດ 11 ລ້ານກວ່າກິບ.
ໂອກາດນີ້,ທ່ານ ບຸນລັບ ພະວິເສດ ໃນນາມປະທານກຸ່ມໄດ້ກ່າວວ່າໂດຍ ເຫັນຄວາມໝາຍຄວາມສໍາຄັນຂອງການສືກສາ ແລະ ທັງເປັນການ ຮູ້ບຸນຄຸນຕໍ່ຄູອາຈານ ກ່ໍຄືໂຮງຮຽນແຫ່ງນີ້ເຊິ່ງເປັນສະ ຖາບັນການສຶກສາແຫ່ງທໍາອິດທີ່ໄດ້ຊຸບຫຼ່ໍເຮັດໃຫ້ພວກຂ້າພະເຈົ້າມີການສຶກສາ, ສະນັ້ນພວກຂ້າພະເຈົ້າຈິ່ງເຕົ້າໂຮມກັນຈິ່ງໄດ້ທຶນ ຮອນຈໍານວນໜຶ່ງເພື່ອມາຊ່ວຍເຫຼືອໃຫ້ແກ່ໂຮງຮຽນແຫ່ງນີ້,ໃນໂອກາດຄົບຮອບ 35 ປີແຫ່ງການສ້າງຕັ້ງໂຮງຮຽນມັດມະຍົມ ອາລຸນສະຫ່ວາງ ໃນເມືອກອ່ນກໍ່ຄືໂຮງຮຽນ ມສ ທ່າໝີ ໃນປັດຈຸບັນ
ໂອກາດດຽວກັນ ທ່ານ ຄໍາຫຼາວ ໄຊໂກສີ ໄດ້ຕາງໜ້າໃຫ້ແກ່ຄະນະ ສະແດງຄວາມຂອບອົກຂອບໃຈ ແລະ ອວຍພອນມາຍັງຄະນະສິດເກົ່າທີ່ໄດ້ປະກອບສວ່ນວັດຖຸປັດໄຈໃນຄັ້ງນີ້,ຈົ່ງພ້ອມກັນສືບຕ່ໍຮັກສາມູນເຊື້ອ ແລະ ເສີມຂະຫຍຍຄວາມສາມັກຄີໃຫ້ແໜ້ນ ແຟ້ນຍິ່ງໆຂື້ນ
ໂດຍ: ຈັນທະວົງ ອຸ່ນວິໄລຫົງ

