ໂຮງຮຽນວິຊາຊີບຄົນພິການ ສີເກີດ ໄດ້ຮັບເຄື່ອງຊ່ວຍ ເຫລືອຈາກບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ

ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈັດກິດຈະກໍາການກຸສົນ ພາຍໃຕ້ຫົວຂໍ້: “ ແສງສະຫວ່າງແຫ່ງຄວາມຫວັງ” ດ້ວຍການມອບເຄື່ອງຊ່ວຍເຫລືອໃຫ້ໂຮງຮຽນວິຊາ ຊີບຄົນພິການ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງ ຈັນ ໃນວັນທີ 14 ມັງກອນ 2023 ນີ້.
ເຄື່ອງທີ່ບໍລິສັດນໍາໄປມອບແມ່ນອຸປະກອນຕ່າງໆ ທີ່ນໍາໃຊ້ເຂົ້າໃນການຮຽນ-ການສອນວິຊາຊີບຄົນພິການ, ລວມມູນຄ່າ 42 ລ້ານກວ່າກີບ ໂດຍການກ່າວມອບຂອງ ທ່ານ Yang Guangyin, ຮອງປະທານບໍລິສັດການລົງທຶນຕ່າງ ປະເທດ CSG-YNIC ແລະ ກ່າວຮັບໂດຍ ດຣ ຄໍາໂກ້ ຈອມລາດ, ຮອງຫົວຫນ້າສູນການແພດຟື້ນຟູຫນ້າທີ່ການ, ກະຊວງສາທາລະນະສຸກ. ມີ ທ່ານ ທອງສິງ ເທບທໍາວົງ, ຜູ້ອໍານວຍການໂຮງຮຽນວິຊາຊີບຄົນພິການ ສີເກີດ, ພ້ອມດ້ວຍພະນັກງານຂອງບໍລິສັດ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.


ໃນໂອກາດກ່າວມອບເຄື່ອງຊ່ວຍເຫລືອຄັ້ງນີ້ ທ່ານ Yang Guangyin, ຮອງປະທານບໍລິສັດການລົງທຶນຕ່າງປະເທດ CSG-YNIC ສະແດງຄວາມຫວັງວ່າ ເຄື່ອງຊ່ວຍເຫລືອຄັ້ງນີ້ຈະປະກອບສ່ວນສໍາຄັນໃນການປັບປຸງສະພາບແວດລ້ອມ ກໍຄື ການຮຽນ-ການສອນຂອງໂຮງ ຮຽນວິຊາຊີບຄົນພິການ ສີເກີດໃຫ້ດີຂຶ້ນໃນລະດັບຫນຶ່ງ, ພ້ອມນີ້ ທ່ານຢືນຢັນວ່າ: ບໍລິສັດການລົງທຶນຕ່າງປະເທດ CSG-YNIC ຈະປະຕິບັດຕາມແນວທາງຮ່ວມມືກັບ ສປປ ລາວ ຜ່ານການຮ່ວມມືອັນເລິກເຊີ່ງດັ່ງກ່າວ ຈະເຮັດໃຫ້ສາມາດສະຫນອງໄຟຟ້າສີຂຽວ ແລະ ຍືນຍົງ ແລະ ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.

ສໍາລັບໂຮງຮຽນວິຊາຊີບຄົນພິການ ສີເກີດ. ປັດຈຸບັນ ມີນັກຮຽນທັງົມດ 30 ຄົນ, ມີການຮຽນ-ການສອນໃນ 6 ຂະແຫນງວິຊາ ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ບໍລິຫານທຸລະກິດ, ອີເລັກໂຕຼນິກ, ຕັດຫຍິບ, ສ້ອມແປງລົດ ແລະ ແກະສະຫລັກໄມ້.