ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 6 ຕຸລາ 2022 ນີ້, ໂຮງຮຽນຫຼາຍແຫ່ງໃນທົ່ວເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 ຫາ 7 ຕຸລາ 2022) ໂດຍຈັດໃຫ້ມີຫຼາຍກິດຈະກຳເປັນຕົ້ນ: ຮ້ອງເພງ, ຟ້ອນປະກອບບົດເພງ, ແຂ່ງຂັນກິລາ ແລະ ອື່ນໆ; ທັງນີ້ກໍເພື່ອເຮັດໃຫ້ນັກຮຽນ ແລະ ຄູອາຈານເຫັນໄດ້ເຖິງມູນເຊື້ອອັນດີງາມຂອງຄູ, ເປັນວັນທີ່ມີຄວາມໝາຍຄວາມສຳຄັນສຳລັບຄູໃນທົ່ວປະເທດ ບໍ່ວ່າຈະເປັນທາງດ້ານປະຫວັດສາດຂອງຊາດລາວ ກໍຄືວັນທີ່ຄູລາວໄດ້ຕໍ່ສູ້ຍາດເອົາຄວາມເປັນເອກະລາດ ແລະ ບົດບາດຂອງຄວາມເປັນຄູໃນປັດຈຸບັນ.
ສະເພາະຫ້ອງການສຶກສາທິການ ແລະ ກິລາເມືອງໂຂງ ກໍໄດ້ຮ່ວມກັບໂຮງຮຽນ ມສ ໂຂງ ຈັດພິທີສະເຫຼີມສະຫຼອງວັນຄູຂຶ້ນທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມໃນພິທີມີທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໆໂຂງ, ທ່ານ ສີລອງ ໄຊຍະສິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ປັນຍາ ວົງຄຳຈັນ ຜູ້ອຳນວຍການໂຮງຮຽນ ມສ ໂຂງ, ມີຄະນະພັດທະນາການສຶກສາບ້ານໃຫຍ່ກາງໂຂງ, ພະນັກງານຄູອາວຸໂສບຳນານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້ ທ່ານ ຄຳສິງ ບຸນຈະເລີນ ກໍໄດ້ມີຄຳເຫັນໂດຍສັງເຂບວ່າ: ຕະຫຼອດໄລຍະທີ່ຜ່ານມາ ຜູ້ບໍລິຫານການສຶກສາ, ກໍຄືພະນັກງານຄູອາຈານໄດ້ທຸ້ມເທ ແລະ ອຸທິດເຫື່ອແຮງສະຕິປັນຍາເຂົ້າໃສ່ການສຶກສາ ແລະ ມີຄວາມເປັນເອກະພາບສູງກັບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໃຫ້ມີຜົນສຳເລັດຢ່າງຈົບງາມ, ບັນດາຄູອາຈານ ກໍໄດ້ເປັນເຈົ້າການສຸມໃສ່ວຽກງານການສິດສອນ, ສົ່ງຄວາມຮູ້ໃຫ້ນັກຮຽນຢ່າງມີຄຸນນະພາບສູງ, ບັນລຸລະດັບຄາດໝາຍທີ່ວາງໄວ້ ເຖິງວ່າສົກຮຽນຜ່ານມາຈະພົບສິ່ງທ້າທາຍຫຼາຍໆຢ່າງເປັນຕົ້ນ: ພະຍາດໂຄວິດ 19 ພັກ ແລະ ລັດຖະບານເວລາໃດກໍໃຫ້ຄວາມສຳຄັນເອົາໃຈໃສ່ຕໍ່ວຽກງານການສຶກສາຂອງຄູ ແລະ ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ ເພາະວ່າຄູມີບົດບາດສຳຄັນໃນການສ້າງອະນາຄົດໃຫ້ແກ່ຄົນແຕ່ລະຮຸ່ນ ແລະ ພາລະກິດໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຫຸ່ງເຮືອງ. ສະນັ້ນ ບົດບາດ ແລະ ໜ້າທີ່ຂອງຄູແມ່ນມີຄວາມສຳຄັນ ຊຶ່ງເປັນໜຶ່ງໃນບັດດາປັດໃຈໃນການຕັດສິນຂອງຄຸນນະພາບການສຶກສາ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຄູຄືຜູ້ປະຈັນບານຕໍ່ໜ້າກັບສິ່ງທ້າທາຍ ແລະ ມີຄວາມສ່ຽງຕ່າງໆ; ທັງປ້ອງກັນຕົນເອງ ແລະ ຄົນຄວ້າດຳເນີນການຮຽນການສອນແບບໃໝ່ ທັງຕ້ອງຮັບປະກັນການຮຽນການສອນໃຫ້ມີຄວາມປອດໄພ ລວມທັງຄູ ແລະ ນັກຮຽນນັກສຶກສາ.
ເວົ້າລວມແລ້ວ ບໍ່ວ່າເວລາໃດຄູອາຈານ ກໍເປັນໝາກຫົວໃຈຕັດສິນໃນການສ້າງຊັບພະຍາກອນມະນຸດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ຄູອາຈານ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃສ່ການສິດສອນຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຮັດໃຫ້ການສຶກສາໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ຈາກຕົວເມືອງສູ່ຊົນນະບົດເຂດຫ່າງໄກສອນຫຼີກ, ຄູອາຈານໄດ້ຮັບການສັນລະເສີນເປັນຄູສອນດີສອນເກັ່ງ, ກາຍເປັນຜູ້ມີປະສົບການທີ່ສຳນານງານ, ເປັນຜູ້ສ່ຽວຊານ, ບົດບາດສື່ສຽງຂອງຄູອາຈານແມ່ນໄດ້ຮັບການຍ້ອງຍໍສັນລະເສີນຈາກການຈັດຕັ້ງ ແລະ ສັງຄົມ ນ້ຳໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໆໂຂງກ່າວ. ຈາກນັ້ນ ໃນພິທີກໍໄດ້ມີການມອບໃບຍ້ອງຍໍໃຫ້ກັບຄູຜູ້ທີ່ມີຜົນງານໃນການສິດສອນ ແລະ ມອບຂອງຂວັນໃຫ້ກັບຄູທີ່ເຂົ້າຮັບອູດໜຸນບຳນານຕື່ມອີກ.
ຂ່າວ: ພຸດທະສິນ ສະຖານີວິທະຍຸ-ໂທລະພາບເມືອງໂຂງ
ພາບ: ໂຮງຮຽນ ມສ ໂຂງ