ໂຄງການກໍ່ສ້າງອາຄານໂຮງຮຽນ ມສ ສະໜາມໄຊ,ເມືອງສະໜາມໄຊ ແຂວງອັດ ຕະປື ຫຼັງໄໝ່ນີ້ ແມ່ນທຶນຈາກກະຊວງສຶກສາທິການ ແລະ ກິລາ,ພາຍໃຕ້ໂຄງການລົງທຶນຂອງລັດ ປີ 2018 ບ້ວງເງິນນ້ຳເທີນ,ໂດຍແມ່ນ ພະແນກສຶກ ສາທິການ ແລະ ກິລາແຂວງອັດຕະປື ເປັນເຈົ້າຂອງໂຄງການ ແລະ ຮັບເໝົາການກໍ່ສ້າງໂດຍບໍລິສັດ ພີເຄເຄອິນເຕີ ຈໍາກັດຜູ້ດຽວ ໃນມູນຄ່າ 4 ຕື້ກວ່າກີບ,ການກໍ່ສ້າງໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 23 ເມສາ ປີ 2018 ແລະ ສໍາເລັດ ການກໍ່ສ້າງ ໃນວັນທີ 23 ມີນາ ປີ 2021,ເປັນອາຄານ 2 ຊັ້ນ,ໂຄງສ້າງເຮັດດ້ວຍເບຕົງເສີມຫຼັກ,ພື້ນເບຕົງປູດ້ວຍກາໂຣ ທັງຊັ້ນ 1 ແລະ ຊັ້ນ2 ໂຄງຫຼັງຄາເຫຼັກມຸງດ້ວຍກະເບື້ອງ, ຂະໜາດຂອງຄານ ຍາວ 47 ແມັດ,ກວ້າງ 9 ແມັດ, ປະກອບມີ 10 ຫ້ອງຮຽນ,ມີເຟີນີເຈີຄົບຊຸດ,ໃນອາຄານຕິດຕັ້ງລະບົບເຄື່ອງໃຊ້ໄຟຟ້າຄົບຊຸດ,ນອກອາຄານມີຫ້ອງນ້ຳເເຍກຍິງ-ຊາຍ 1 ຫຼັງ,ມີລະບົບນ້ຳບາ ດານ,ປະກອບມີເສົາທຸງຊາດ 1 ຊຸດ,ປ້າຍໂຮງຮຽນ 1 ຊຸດ ແລະ ເດີ່ນເບຕົງທີ່ມີບໍລິເວນກວ້າງສາມາດເອື້ອອຳນວຍຄວາມສະດວດໃຫ້ແກ່ການຈັດກິດຈະກໍາຂອງໂຮງຮຽນ ແລະ ອໍານວຍຄວາມສະດວກການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນໄດ້ເປັນຢ່າງດີ.
ພິທີມອບ-ຮັບອາຄານຮຽນລັງດັ່ງກ່າວໄດ້ຈັດຂື້ນຢ່າງເປັນທາງການເມື່ອບໍ່ດົນມານີ້ມີໂຮງຮຽນດັ່ງກ່າວ,ໂດຍມີຄະນະນໍາຈາກສຶກສາທິການ ແລະ ກິລາແຂວງ,ອໍານາດການປົກຄອງເມືອງສະໜາມໄຊ ບໍລິສັດຜູ້ຮັບເໝົາການກໍ່ສ້າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍ: ພົມວິຫານ ໄຊຊະນະ ສຶກສາທິການ ແລະ ກິລາແຂວງ
Loading...