ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເພື່ອເຮັດໃຫ້ການຮຽນ-ການສອນດຳ ເນີນໄປຕາມຫຼັກສູດທີ່ກະຊວງສຶກສາ ທິການ ແລະ ກິລາວາງອອກຢ່າງມີປະສິດທິຜົນສູງ. ໂຮງຮຽນແຫ່ງຕ່າງໆໃນຂອບເຂດທົ່ວປະເທດໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2023-2024 ຂຶ້ນໃນວັນທີ 1 ກັນຍານີ້, ໜຶ່ງໃນນັ້ນໂຮງຮຽນມັດທະຍົມສຶກສາສົມບູນສາທິດ (ມ.ສ ສາທິດ) ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2023-2024 ໂດຍມີທ່ານນາງ ພອນສີ ອໍລະອິນ ຜູ້ອຳນວຍການໂຮງຮຽນ ມ.ສ ສາ ທິດ, ມີບັນດາຄູ-ອາຈານ, ນັກ ຮຽນເຂົ້າຮ່ວມ.
ໂຮງຮຽນ ມ.ສ ສາທິດ ລວມມີ 7 ຂັ້ນຮຽນ ນັບແຕ່ຂັ້ນ ມ.1-ມ.7 ມີຫ້ອງຮຽນທັງໝົດ 35 ຫ້ອງຮຽນ, ແຕ່ລະຂັ້ນຮຽນມີ 5 ຫ້ອງ, ສະເລ່ຍຫ້ອງທີ່ມີນັກຮຽນໜ້ອຍສຸດ 55-58 ຄົນຕໍ່ຫ້ອງ ແລະ ຫ້ອງທີ່ມີນັກຮຽນຫຼາຍສຸດ 68-70 ຄົນຕໍ່ຫ້ອງ, ດ້ານອາຄານສະຖານທີ່ມີພຽງພໍ, ມີຄູ-ອາຈານທັງໝົດ 46 ຄົນ, ຍິງ 37 ຄົນ ( ໃນນີ້ມີຄູອາສາສະໜັກ 7 ຄົນ, ຍິງ 4 ຄົນ, ຈັດຕັ້ງການຮຽນ-ການສອນຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິ ລາວາງອອກ. ທາງໂຮງຮຽນໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ຄູ-ອາຈານ ແລະ ນັກຮຽນ, ໄດ້ຈັດຕັ້ງເຝິກອົບຮົມ, ຖອດຖອນບົດຮຽນດ້ານວິຊາສະເພາະແຕ່ລະສາຍວິຊາ ໂດຍເຊີນຄູຜູ້ທີ່ມີປະສົບການມາໃຫ້ຄວາມຮູ້, ຈັດແບ່ງຕາຕະລາງສິດສອນ, ເປີດກອງປະຊຸມສະພາຄູ, ສະພາໂຮງຮຽນ, ຈັດຕັ້ງອອກແຮງງານ, ກວດ ກາຄວາມເປັນລະບຽບຮຽບຮ້ອຍຂອງນັກຮຽນ, ຫ້ອງຮຽນ-ອຸປະກອນຮັບໃຊ້ພາຍໃນໂຮງຮຽນ, ຈັດຕັ້ງກອງປະຊຸມຜູ້ປົກຄອງເພື່ອວາງແຜນພັດທະນາສະຖານການສຶກສາ ໂດຍສະເພາະເລັ່ງໃສ່ຊີວິດການເປັນຢູ່ຂອງຄູສາສະໜັກ-ສັນຍາຈ້າງ ແລະ ເອົາໃຈໃສ່ດ້ານສະພາບແວດລ້ອມຂອງໂຮງຮຽນໃຫ້ມີຄວາມປອດໄພໜ້າຢູ່, ສ້າງໃຫ້ໂຮງຮຽນເປັນໂຮງຮຽນສີຂຽວ ປອດສິ່ງເສບຕິດ ເພື່ອດຶງດູດນັກຮຽນໃຫ້ມາໂຮງຮຽນຫຼາຍຂຶ້ນ.
ທ່ານນາງ ພອນສີ ອໍລະອິນ ກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ເຖິງຈະມີຂໍ້ສະດວກໃນຫຼາຍດ້ານ ແຕ່ທາງໂຮງ ຮຽນກໍຍັງມີສິ່ງທ້າທາຍບໍ່ໜ້ອຍຄື: ຄູ-ອາຈານສອນມີໜ້ອຍ, ນັກຮຽນມີຫຼາຍ, ງົບປະມານທີ່ນໍາໃຊ້ເຂົ້າໃນການພັດ ທະນາວຽກງານວິຊາສະເພາະຍັງຈໍາກັດ, ການພັດທະນາສະຖານການສຶກສາຈາກສັງຄົມຍັງມີໜ້ອຍ, ການບັນຈຸລັດຖະກອນຄູອາສາສະໜັກ-ສັນຍາຈ້າງເຂົ້າທົດແທນຄູບໍານານຍັງບໍ່ມີ ນອກຈາກນັ້ນກໍຍັງມີບັນຫາອື່ນໆອີກທີ່ຕ້ອງໄດ້ພ້ອມກັນສືບຕໍ່ແກ້ໄຂ ເພື່ອເຮັດໃຫ້ການຮຽນ-ການສອນຮັບປະກັນດ້ານຄຸນນະພາບດີຂຶ້ນເປັນກ້າວໆ.
ຂ່າວ: ພູວັນ