ພິທີມອບ-ຮັບ ລົດນໍາສົ່ງຄົນເຈັບ ຫຼື ລົດອໍາບູລັງ (Ambulances) ຈຳນວນ 1 ຄັນ ມູນຄ່າ 90.000 ກວ່າ ໂດລາສະຫະລັດ ພ້ວມດ້ວຍອຸປະກອນການແພດຈຳນວນໜຶ່ງໃຫ້ໂຮງໝໍຊຸມຊົນເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດຂຶ້ນທີ່ໜ້າສະໂມສອນໃຫຍ່ຂອງເມືອງ

ໃນຕອນແລງຂອງວັນທີ່ 9 ພະຈິກ 2021 ນີ້ ກ່າວມອບໂດຍ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ທ່ານກ່າວວ່າ: ຍ້ອນເຫັນໄດ້ຄວາມຈໍາເປັນ ດ້ານການນຳໃຊ້ພາຫະນະຮັບ-ສົ່ງຄົນເຈັບ ຈາກເມືອງໄປຫາແຂວງ ແລະຮັບສົ່ງຄົນເຈັບຢູ່ພາຍໃນເມືອງໂພນທອງ ໃຫ້ທ່ວງທັນສະພາບ, ເພາະເມືອງໂພນທອງເປັນເມືອງຢູ່ຫ່າງໄກຈາກເທດສະບານແຂວງ ແລະ ເສັ້ນທາງການເຂົ້າແຕ່ລະບ້ານແມ່ນມີຄວາມຫຍຸ້ງຍາກ, ເຊີ່ງລົດທີ່ມອບເປັນນະໂຍບາຍຂອງລັດຖະບານ ໃນການຈັດຫາອຸປະກອນ ແລະພາຫະນະ ແຈກຍາຍໃຫ້ທ້ອງຖິ່ນພາຍໃນທົ່ວປະເທດ, ແນໃສ່ບັນລຸຄາດໝາຍການຖືເອົາການປິ່ນປົວ ແລະສະໜອງບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະສະເໝີພາບເປັນສຳຄັນ, ເຊີ່ງພັກ ແລະລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນ ຈຶ່ງຕົກລົງແກ້ໄຂການເຂົ້າເຖິງການບໍລິການຂອງປະຊາຊົນ ແລະຫຼຸດຜ່ອນອັດຕາການເສຍຊີວິດ ຂອງແມ່ຍິງຖືພາ ແລະເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ຕາງຫນ້າຮັບລົດນໍາສົ່ງຄົນເຈັບຄັ້ງນີ້ ໂດຍແມ່ນ ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໂພນທອງ, ມີພາກສ່ວນກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມເປັນສັກຂີພະຍານ.

ຕອນທ້າຍ ທ່ານ ບຸນຈັນ ປານຟອງເພັດ ໄດ້ກ່າວຂອບໃຈຕໍ່ ຄະນະນຳພະແນກສາທາລະນະສຸກແຂວງ ກໍ່ຄືລັດຖະບານ ທີ່ໄດ້ເຫັນຄວາມສຳຄັນ ແລະ ຊ່ວຍເຫຼືອພາຫະນະ, ວັດຖຸ, ອຸປະກອນທາງການແພດທີ່ຈຳເປັນ ແລະຂາດເຂີນໃຫ້ກັບເມືອງໂພນທອງໃນຄັ້ງນີ້ ເຊີ່ງອົງການປົກຄອງເມືອງ ຈະນຳໃຊ້ພາຫະນະ ແລະອຸປະກອນທີ່ໄດ້ຮັບ ເຂົ້າໃນວຽກງານສາທາລະນະສຸກ ໃຫ້ໄດ້ຮັບຜົນດີ ແລະຈະປົກປັກຮັກສາໃຫ້ໄດ້ນຳໃຊ້ຍາວນານ.
ຂ່າວ:ທອງສີ ພົມມະຈັກ ຫ້ອງການ ຖວທ ເມືອງໂພນທອງ