ໃນຕອນແລງ ຂອງວັນທີ 27 ຕຸລາ 2021 ທີ່ຜ່ານມາ ໂຮງໝໍພາກສະໜາມ ສູນປິ່ນປົວກໍລະນີຕິດເຊື້ອໂຄວິດ 19 ຄ້າຍທະຫານ 101 ແຂວງໄຊສົມບູນ ໄດ້ສຳເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ 19 ຫາຍດີ ຈຳນວນ 4 ຄົນ ແລະ ໄດ້ຈັດພິທີສົ່ງກັບໄປສືບຕໍ່ກັກໂຕເອງຢູ່ເຮືອນອີກ 7 ວັນ ໂດຍການເຂົ້າຮ່ວມຂອງ ດຣ ບົວເກດ ວົງປະເສີດ, ຮອງຫົວຫນ້າຄະນະສະເພາະກິດເພຶ່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ແຂວງ, ດຣ ຢ່າງຮື ຊາວາ ຜູ້ອຳນວຍການໂຮງໝໍ ແຂວງ, ພ້ອມດ້ວຍຜູ້ຕາງໜ້າຂະແໜງປິ່ນປົວພະແນກສາທາລະນະສຸກ ແຂວງ, ຕະລອດຮອດແພດໝໍທີ່ປະຈຳຢູ່ສູນປິ່ນປົວ ແລະ ຜູ້ຕິດເຊື້ອທີ່ໄດ້ຮັບການປີ່ນປົວດີ ເຂົ້າຮ່ວມ.
ໃນພິທີ ດຣ ຢ່າງຮື ຊາວາ ໄດ້ໃຫ້ຮູ້ວ່າ: ສູນແຫ່ງນີ້ ໄດ້ເປີດນຳໃຊ້ຢ່າງເປັນທາງການແຕ່ວັນທີ 8 ຕຸລາ 2021 ແລະ ມາຮອດປັດຈຸບັນມີຜູ້ຕິດເຊື້ອປິ່ນປົວທັງໝົດ 25 ຄົນ ມີຜູ້ທີ່ໄດ້ຮັບການປິ່ນປົວດີ ແລະ ໄດ້ຮັບການສົ່ງກັບຄືນສູ່ຄອບຄົວກ່ອນໜ້ານີ້ແລ້ວ 2 ຄົນ ຊຶ່ງໃນມື້ນີ້ ກໍສາມາດປິ່ນປົວຫາຍດີເພີ່ມອີກ 4 ຄົນ ເປັນຄົນບ້ານທົ່ງຄູນທັງໝົດ ໃນນີ້ເປັນເພດຊາຍ 3 ຄົນ, ແມ່ຍິງຖືພາ 1 ຄົນ ຊຶ່ງທັງ 4 ຄົນນີ້ ແມ່ນໄດ້ເຂົ້າຮັບການປິ່ນປົວຢູ່ສູນແຫ່ງນີ້ ນັບແຕ່ວັນທີ່ 11 ຕຸລາ ເປັນຕົ້ນມາ ຈົນມາຮອດວັນທີ 27 ຕຸລາ 2021 ຜູ້ຕິດເຊື້ອຈຳນວນດັ່ງກ່າວແມ່ນໄດ້ຮັບການປິ່ນປົວດີ ສະນັ້ນ ທາງສູນປິ່ນປົວ ຈຶ່ງໄດ້ ອອກໃບຢັ້ງຢືນໃຫ້ ເພື່ອເປັນຫຼັກຖານ.
ໂອກາດດຽວກັນນີ້ ດຣ ບົວເກດ ວົງປະເສີດ ຍັງໄດ້ມີຄຳເຫັນຕໍ່ພິທີ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ເຈົ້າໜ້າທີ່ ແລະ ທິມແພດໝໍ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ຊຶ່ງເຕັມໄປດ້ວຍນ້ຳໃຈເສຍສະຫຼະອັນສູງສົ່ງ ແລະ ຍາມໃດກໍໄດ້ເອົາໃຈໃສ່ຕິດຕາມປິ່ນປົວຄົນເຈັບ ຈົນໄດ້ຮັບຜົນສຳເລັດໃນຄັ້ງນີ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການປິ່ນປົວດີໃນຄັ້ງນີ້ ຕ້ອງໄດ້ກັກໂຕເອງຢູ່ເຮືອນຈົນຄົບ 7 ວັນຈຶ່ງສາມາດພົວພັນກັບສັງຄົມໄດ້ ໂດຍຕ້ອງປະຕິບັດຕາມມາດຕະການຕ່າງໆ ທີ່ທາງແພດ-ໝໍ ກໍຄືຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ໃນເມືອກັບສູ່ສັງຄົມແລ້ວກໍຕ້ອງໄດ້ປະຕິບັດມາດຕະການປ້ອງກັນໂຕເອງດ້ວຍຄວາມຮັບຜິດຊອບສູງ ໂດຍການ ໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວຂ້າເຊື້ຶອ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ ຫຼີກລ້ຽງສະຖານທີທີ່ຊຸມຊົນແອອັດ ທັງນີ້ ກໍເພຶ່ອບໍ່ໃຫ້ກັບມາຕິດເຊື້ອຕື່ມອີກເປັນເທື່ອທີສອງ.
ພາບ-ຂ່າວ: ທະວີ ວິໄລພອນ


