ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຂຶ້ນໃນວັນທີ 17 ມິຖຸນາ ນີ້ ທີ່ສະໂມສອນໂຮງໝໍດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມເປີດພິທີ ຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະ ມົນຕີ ກະຊວງສາທາລະນະສຸກ,ທ່ານ ນາງ ນາລີ ສີສຸລິດ, ທ່ານ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ຊຶ່ງມີອະດີດພະນັກງານອາວຸໂສບຳນານ, ພະນັກງງານແພດໝໍ ພະຍາບານເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ວັນແພດລາວ ແມ່ນກົງກັບວັນທີ 18 ມິຖຸ ນາ ຂອງທຸກໆປີ ຊຶ່ງເປັນວັນທີ່ມີຄວາມສຳຄັນທາງປະຫວັດສາດ ໄດ້ຖືກກຳນົດຂຶ້ນເພື່ອເປັນການລະນຶກເຖິງຜົນງານ ແລະ ສັນລະເສີນ ຄຸນງາມ ຄວາມດີຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະ ໄໝປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພື່ອເປັນການປຸກລະດົມມວນຊົນໃຫ້ເຫັນຄວາມສຳ ຄັນ, ເຂົ້າໃຈ ແລະ ເປັນເຈົ້າການໃນການກັນພະຍາດ, ສົ່ງເສີມ ແລະ ຮັກສາສຸຂະພາບຂອງຕົນ, ຄອບຄົວ ແລະ ສັງຄົມ. ການສະເຫຼີມສະຫຼອງໃນປີນີ້ເປັນໂອກາດອັນດີທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຫຼຸດລົງ ແລະ ຢູ່ໃນສະພາບທີ່ຄວບຄຸ້ມໄດ້ ຈຶ່ງໄດ້ມີການເຕົ້າໂຮມສະຫຼອງວັນດັ່ງກ່າວຢ່າງຟົດຟື້ນ. ອີກດ້ານໜຶ່ງວັນແພດລາວເປັນວັນທີ່ມີຄວາມໝາຍສຳຄັນ ເພື່ອລະນຶກເຖິງການກຳເນີດ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກ ງານຮັກສາສຸຂະພາບໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸກຄະລາກອນສາທາລະນະສຸກ ໂດຍສະເພາະເພື່ອຈາລຶກບຸນຄຸນຂອງແພດໝໍ ແລະ ພະນັກ ງານສາທາລະນະສຸກລາວ ທີ່ໄດ້ເສຍສະຫຼະ ອຸທິດສະຕິປັນຍາ ແລະ ເຫື່ອແຮງເປັນເຈົ້າການໃນການປະຕິບັດໜ້າທີ່ໃນແຕ່ລະໄລຍະ.
ທ່ານ ນາງ ນາລີ ສີສຸລິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານແພດໝໍ ແລະ ອະດີດພະນັກງານແພດໝໍອາ ວຸໂສບຳນານ ທຸກຄົນ ທີ່ໄດ້ເສຍສະຫຼະສະຕິປັນຍາຂອງຕົນປິ່ນປົວຄົນເຈັບ ແລະ ອວຍພອນໃຫ້ແພດໝໍທຸກຄົນຈົ່ງມີສຸຂະ ພາບແຂງແຮງ ສືບຕໍ່ປະຕິບັດໝ້າທີ່ວຽກ ງານວິຊາສະເພາະຂອງຕົນຮັບຜິດຊອບໃຫ້ມີຜົນສຳເລັດ.
ໃນພິທີດັ່ງກ່າວຍັງໄດ້ມີການ ຖາມ-ຕອບ ຄຳຖາມ, ແຂ່ງຂັນກິລາມິດຕະ ພາບ, ສະ ແດງສິລະປະວັນນະຄະດີ ແລະ ປະກວດບົດຄົ້ນຄວ້າວິທະຍາສາດ ຂອງແຕ່ລະພະ ແນກພາຍໃນໂຮງໝໍມະໂຫສົດ.
(ຂ່າວ: ຕຸໄລເພັດ )
