ໃນໂອກາດທີ່ຄະນະສື່ມວນຊົນລາວ ໄດ້ລົງເຄື່ອນໄຫວວຽກງານໂຄສະນາຢູ່ສາມຫລ່ຽມ ໃນວັນທີ 25 ເມສາ 2022 ນີ້ ເພື່ອຕ້ອນຮັບວັນຄົບຮອບ 15 ປີແຫ່ງການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ ຢູ່ເມືຶອງຕົ້ນເຜິ້ງແຂວງບໍ່ແກ້ວ 26/04/2007-26 /04/2022, ທ່ານ ໝໍ ຖາງຫລິນ ຜູ້ອຳ ນວຍການໂຮງໝໍສາກົນທິດຕາເວັນອອກລາວ ໄດ້ໃຫ້ສຳພາດວ່າ: ໂຮງໝໍແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 2017 ມີບຸກຄະລາກອນທັງໝົດ 78 ຄົນ ໂດຍຫລັກແມ່ນໃຫ້ບໍລິການປະຊາຊົນທີ່ຢູ່ໃນເຂດເສດຖະກິດພິເສດສາມ ຫລ່ຽມຄຳ ໄດ້ຢ່າງທົ່ວເຖິງ ມີຕຽງຮອງຮັບຄົນເຈັບ 60 ຕຽງ.
ນັບແຕ່ມີການແຜລະບາດຂອງພະຍາດໂຄວິດ-19 ທາງໂຮງໝໍກໍໄດ້ມີການເກັບຕົວຢ່າງມາກວດຈຳ ນວນ 3 ແສນຄົນ ແລະ ພົບຜູ້ຕິດເຊື້ອ 980 ຄົນ, ພ້ອມທັງຮັກສາຜູ້ປ່ວຍໂຄວິດ-19 ໃຫ້ຫາຍຂາດໄດ້. ສຳລັບການບໍລິການຂອງໂຮງໝໍແມ່ນບໍລິການທົ່ວໄປ ມີພະແນກແຂ້ວ, ກວດພາຍໃນ-ພາຍນອກ, ພະດຸງຄັນ, ພະຍາດຍິງ; ພະນັກງານສ່ວນຫລາຍຢູ່ໂຮງໝໍແຫ່ງນີ້ແມ່ນຄົນລາວ ສ່ວນທ່ານໝໍແມ່ນຄົນຈີນ; ສຳ ລັບຄ່າບໍລິການປະຊາຊົນຜູ້ທີ່ບໍ່ມີເງິນທາງໂຮງໝໍຈະບໍ່ເກັບຄ່າບໍລິການ ເຊິ່ງທາງສະພາບໍລິຫານເຂດເສດ ຖະກິດສາມຫລ່ຽມຄຳຈະເປັນຄົນຈ່າຍໃຫ້ກັບໂຮງໝໍ, ສ່ວນພະນັກງານສະພາບໍລິຫານເຂດແມ່ນຈະໄດ້ຮັບສ່ວນຫລຸດ 50%, ສ່ວນຄົນລາວ ແລະ ຄົນມຽນມາແມ່ນໄດ້ຮັບສ່ວນຫລຸດ 20% ທຸກກໍລະນີ; ພ້ອມນັ້ນ ຍັງນະໂຍບາຍຂອງແພດ-ໝໍ ຫລື ພີ່ນ້ອງຂອງແພດໝໍ ຖ້າຫາກມີການເຈັບປ່ວຍປິ່ນປົ່ວແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.
ທ່ານ ໝໍ ຖາງຫລິນ ຍັງໃຫ້ຮູ້ອີກວ່າ: ໃນຕໍ່ໜ້າໂຮງໝໍສາກົນທິດຕາເວັນອອກລາວ ມີແຜນຈະສ້າງໂຮງໝໍແຫ່ງໃໝ່ໃຫຍ່ທັນສະໄໝ 600 ຕຽງ ແລະ ຄົບວົງຈອນ ເຊິ່ງໃນອະນາຄົດຕໍ່ໜ້າ ປະຊາຊົນທີ່ອາໄສຢູ່ນອກເຂດເສດຖະກິດພິເສດສາມຫລ່ຽມຄຳ ກໍສາມາດມາໃຊ້ບໍລິການໄດ້. ທາງດ້ານນາງ ແວວດາວ ແຊຜານ ພະນັກງານຝ່າຍບໍລິຫານຂອງໂຮງໝໍສາກົນທິດຕາເວັນອອກລາວ ທີ່ເປັນປະຊາຊົນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍໄດ້ໃຫ້ສຳພາດວ່າ: ປະຈຸບັນຕົນເອງໄດ້ມາເຮັດວຽກຢູ່ໂຮງໝໍແຫ່ງນີ້ມາເປັນເວລາ 2 ປີແລ້ວ, ພາຍຫລັງທີ່ຮຽນຈົບແພດທົ່ວໄປ ມາຈາກ ສປ ຈີນ ກໍໄດ້ມີໂອກາດມາສະໝັກວຽກຢູ່ແຫ່ງນີ້ ແລະ ໄດ້ຖືກຮັບເປັນພະນັກງານນັບແຕ່ນັ້ນມາ ເຊິ່ງຕົນກໍມີຄວາມພາກພູມໃຈຫລາຍທີ່ໄດ້ມີໂອກາດມາເຮັດວຽກຢູ່ແຫ່ງນີ້.
ນາງ ແວວດາວ ແຊຜານ ບອກອີກວ່າ: ການມາເຮັດວຽກຢູ່ນີ້ແມ່ນສາມາດເປີດໂອກາດໃຫ້ຫລາຍ ໆຄົນ ໂດຍສະເພາະນັກສຶກສາທີ່ຮຽນຈົບໃໝ່ຍັງບໍ່ມີປະສົບການ ແຕ່ມີຄວາມຮູ້ມີຄວາມສາມາດ, ພ້ອມຍັງສາມາດສ້າງລາຍໄດ້ໃຫ້ຕົວເອງ ແລະ ສົ່ງລາຍໄດ້ໃຫ້ຄອບຄົວສາມາດປັບປຸງຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວໃຫ້ດີຂຶ້ນໄດ້.
ຂ່າວ ສົມຫວັງ
ພາບ ອ່າຍຄຳ


