ກອງປະຊຸມ ສະຫຼຸບການເຄື່ອນ ໄຫວ ວຽກງານການປີ່ນປົວ ແລະພື້ນຟູໜ້າທີ່ການປະຈຳປີ 2021 ແລະ ແຜນການເຄື່ອນໄຫວ ປີ 2022 ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ມັງກອນ 2022ນີ້ ທີ່ຫ້ອງປະຊຸມໂຮງໝໍແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ອາຄົມ ລ່ຳວິຈິດ ກຳມະການພັກແຂວງ ຫົວໜ້າພະແນກສາທາ ລະນະສຸກແຂວງສາລະວັນ, ທ່ານ ດຣ ວັນທອງ ບຸນວິໄລ ຜູ້ອຳນວຍການໂຮງໝໍ ແຂວງ, ມີຕາງໜ້າຈາກໂຮໝໍເມືອງ 8 ຕົວເມືອງ ແລະ ພະນັກງານແພດໝໍພາຍໃນໂຮງໝໍແຂວງເຂົ້າຮ່ວມ.
ທ່ານ ດຣ ສົມໝາຍ ແກ້ວມະນີ ຮອງຜູ້ອໍານວຍການໂຮງໝໍແຂວງ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວວຽກງານ ໃນໄລຍະ 1 ປີ ຜ່ານມາ, ເຊີ່ງໄດ້ຮັບການຊີ້ນໍາ-ນໍາພາ ຈາກອົງຄະນະພັກແຂວງ, ຄະນະພັກພະແນກສາທາລະນະສຸກ ແລະ ການນໍາແຕ່ລະຂັ້ນຢ່າງຕໍ່ເນື່ອງ ເຮັດໃຫ້ການເຄື່ອນໄຫວວຽກຕ່າງໆ ມີຫຼາຍດ້ານໄດ້ຮັບຜົນສຳເລັດ ໂດຍສະເພາະດ້ານການປິ່ນປົວ ແລະ ພື້ນຟູໜ້າທີ່ການ, ວຽກງານປ້ອງກັນ, ຄວບຄຸ້ມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ເກັບຕົວຢ່າງກວດຫາເຊື້ອໄດ້ທັງໝົດ 17.730 ຄົນ, ໃນນັ້ນພົບຜູ້ຕິດເຊື້ອໂຄວິດ 2.547, ມີສະຖານທີ່ປິ່ນປົວທັງໝົດ 8 ແຫ່ງ ມີຄົນເຈັບໄດ້ເຂົ້າຮັບການປິ່ນປົວ 2.547 ຄົນ, ປິ່ນປົວດີ 2,542 ຄົນ ເສຍຊີວິດ 5 ຄົນ (ໂຕເລກສະຫຼຸບໃນເດືອນ 12, ປີ 2021), ນອກນັ້ນທາງໂຮງໝໍ ກໍ່ໄດ້ເອົາໃຈໃສ່ວຽກງານ 5 ດີ 1 ພໍໃຈ ເປັນວຽກໜື່ງທີ່ສຳຄັນເປັນຕົ້ນ: ໄດ້ເຂົ້າຮ່ວມໃນການນຳສະເໜີວຽກງານປັບປຸງຄຸນະພາບ ແລະ ຈັດຝຶກອົບຮົມຮູບແບບ QHC ທົ່ວປະເທດ, ປັບປຸງສະພາບແວດລອ້ມໂຮງໝໍ,ປັບປຸງສະພາບແວດລອ້ມໂຮງໝໍ,ການອອກແຮງງານ 5 ສ, ສຳລັບວຽກງານການບໍລິການ ທາງໂຮງໝໍໄດ້ມີການໃຫ້ບໍລິການກວດເຂດນອກລວມທັງໝົດ 78.245ຄົນ, ການບໍລິການຄົນເຈັບນອນໂຮງໝໍທັງໝົດ 11.992ຄົນ ແລະ ວຽກງານອື່ນໆກໍ່ມີຜົນສຳເລັດ.
ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການຮ່ວມກັນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງ ແລະ ໃນຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກປະທານຕື່ມອີກ ກອງປະຊຸມໄດ້ດໍາເນີນເປັນເວລາ 1 ວັນຈິ່ງສໍາເລັດ.
ໂດຍ: ກິນດາວັນ ອ້ວນນາຄູ

