ວັນທີ 4 ສິງຫາ 2022 ໂຮງໝໍແຂວງອັດຕະປື ໄດ້ຈັດພິທີເປີດນໍາໃຊ້ຕຶກຟອກໝາກໄຂ່ຫຼັງຢ່າງເປັນທາງການ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ,ມີທ່ານ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໃນພິທີທ່ານ ດຣ ບຸນທະວີ ຈະເລີນຜົນ ຜູ້ອຳນວຍການໂຮງໝໍແຂວງອັດຕະປື ກ່າວວ່າ: ໂຄງການຟອກໄຂ່ຫຼັງ ເພື່ອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມ ຂອງໂຮງໝໍແຂວງອັດຕະປື ,ເປັນໂຄງການໜຶ່ງທີ່ຊ່ວຍຍົກລະດັບ ວຽກງານການປິ່ນປົວ ຢູ່ໂຮງໝໍ ແຂວງອັດຕະປື ແລະ ເປັນຄັ້ງປະຫວັດສາດໃນການຍົກລະດັບການປິ່ນປົວພະຍາດໄຂ່ຫຼັງຊຸດໂຊມ ຢູ່ແຂວງອັດຕະປື ໃຫ້ເທົ່າທຽມກັບບັນດາໂຮງໝໍແຂວງຕ່າງໆ ໃນທົ່ວປະເທດ,ທັງເປັນການຫຼຸດຜ່ອນການເດີນທາງ ແລະ ປະຍັດຄ່າໃຊ້ຈ່າຍຕ່າງໆ ຂອງພໍ່ແມ່ປະຊາຊົນທີ່ເປັນພະຍາດໝາກໄຂ້ຫຼັງຊຸດໂຊມ.ໂຄງການສ້າງຕືກຝອກໝາກໄຂ້ຫຼັງ ແຫ່ງນີ້ເກີດຂື້້ນໄດ້ ຍ້ອນຄວາມເອົາໃຈໃສ່ຊຸກຍູ້ ຊ່ວຍເຫຼືອຈາກການນຳກະຊວງສາທາລະນະສຸກ ກໍ່ຄືການນໍາຂອງແຂວງອັດຕະປື ແລະ ອົງການຮ່ວມມືສາກົນ ສ.ເກົາຫຼີ, ທີ່ໄດ້ຮ່ວມກັນໃຫ້ການສະໜັບສະໜູນທຶນ ໃນການສ້ອມແປງມູນຄ່າ: 184 ລ້ານກີບ,ສ່ວນອຸປະກອນ ແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມືສາກົນເກົາຫຼີ ຫຼື ກອຍກາ,ໂດຍການຈັດຊື້ຜ່ານກົມປິ່ນປົວ ກະຊວງສາທາລະນະສຸກ ປະກອບມີ: ເຄື່ອງຟອກໄຂ່ຫຼັງ 2 ເຄື່ອງ,ມູນຄ່າ 63.900 ໂດລາ,ໂດຍແມ່ນບໍລິສັດວຽງທອງການຢາເປັນຜູ້ຮັບເໝົາຈັດຊື້ ແລະ ສະໜອງ ພ້ອມທັງຕິດຕັ້ງໃຫ້,ພ້ອມທັງຈັດສະໜອງຢາ ແລະ ອຸບປະກອນຮັບໃຊ້ໃນການຟອກໃຫ້ອີກຈຳນວນໜຶ່ງ,ດ້ານບຸກຄະລາກອນໄດ້ຈັດສົ່ງພະນັກງານໄປຝຶກອົບຮົມຢູ່ໂຮງໝໍ ແຂວງຈຳປາສັກ 2 ຊຸດ, ຊຸດລະ 3 ທ່ານໃຊ້ເວລາຝຶກອົບຮົມ 3 ເດືອນ.
ຂ່າວ: ສີຫົງ

