ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າຂອງວັນທີ່ 4 ພະຈິກ 2021. ທີ່ໂຮງໝໍແຂວງອຸດົມໄຊ ໄດ້ມີພິທີອະນຸ ຍາດໃຫ້ຜູ້ທີ່ໄດ້ຮັບການປີ່ນປົວຫາຍດີ ຈາກການຕິດເຊື້ອພະຍາດໂຄວິດ-19 ຈຳນວນ 8 ຄົນ ຄືນສູ່ຄອບຄົວ ແລະ ອົງການປົກຄອງບ້ານສືບຕໍ່ຕິດຕາມອາການ ໃນນີ້, ມີ: ເມືອງໄຊ 2 ຄົນ, ເມືອງງອຍ 1 ຄົນ, ເມືອງປາກແບງ 4 ຄົນ ແລະ ເມືອງແບງ 1 ຄົນ ເພື່ອໄປກັກຕົວ ຕິດຕາມອາການ ຢູ່ເຮືອນ ແລະບ້ານ ໄປຕື່ມອີກ 14 ວັນ ຕາມຄຳແນະນຳຂອງແພດ-ໝໍ ຫລັງຈາກບໍ່ມີອາການຫຍັງແລ້ວ ຈິ່ງອອກໄປສູ່ສັງຄົມຕາມປົກກະຕິ. ມາຮອດປະຈຸບັນ ແຂວງອຸດົມໄຊ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 240 ຄົນ, ຍິງ 137 ຄົນ ກຳລັງຢູ່ສູນປີ່ນປົວຂັ້ນແຂວງ ຈຳນວນ 146 ຄົນ, ສູນປີ່ນປົວ ເມືອງແບງ 2 ຄົນ, ສູນປີ່ນປົວເມືອງຮຸນ 1 ຄົນ ແລະ ກຽມເອົາເຂົ້າສູນ 46 ຄົນ.
ພິທີມີ ດຣ ລັດຕາ ວັນນະຈິດ ອຳ ນວຍການໂຮງໝໍແຂວງ, ທ່ານ ພົມມະສຸກ ມອນຈັນດີ ຮອງເຈົ້າເມືອງໆໄຊ ພ້ອມດ້ວຍວິຊາການແພດໝໍ ເຂົ້າຮ່ວມ.
ຂ່າວ: ແສງອາທິດ
ກວດແກ້: ອ່ຽງຄຳ ວິລະສັກ