ຕອນເຊົ້າວັນທີ 12 ສິງຫາ 2022 ສູນກາງເເນວລາວສ້າງຊາດ ຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງເເນວລາວສ້າງຊາດວັນທີ 13 ສີງຫາ ຄົບຮອບ72ປີ ຢູ່ຫ້ອງປະຊຸມໃຫຍ່ ສູນກາງເເນວລາວສ້າງຊາດ ນະຄອນຫລວງວຽງຈັນ ມີທ່ານສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງເເນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມ ມີທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ, ມີການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູນພັກ-ລັດ,ຄະນະບໍລິຫານງານສູນກາງເເນວລາວສ້າງຊາດ, ອະດີດຄະນະບໍລິຫານງານສູນກາງເເນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໂອກາດນີ້ ທ່ານບຸນຍັງ ວໍລະຈິດ ຄໍາເຫັນໃນພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງເເນວລາວສ້າງຊາດວັນທີ13ສີງຫາຄົບຮອບ72ປີ ໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດຄວາມເປັນມາຂອງການສ້າງຕັ້ງ,ສະພາບການເຕີບໃຫຍ່ຂະຫຍາຍຕົວ,ພາລະບົດບາດສິດຫນ້າທີ່ຂອງເເນວລາວສ້າງຊາດ ໃນເເຕ່ລະໄລຍະ ລວມເຖີງ ການເນັ້ນຫນັກບາງບັນຫາເພື່ອເປັນທິດທາງໃຫ້ສູນກາງເເນວລາວສ້າງຊາດໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນຕໍ່ຫນ້າ ເຊີ່ງອົງການເເນວລາວສ້າງຊາດມີ3ຊື່ເອີ້ນນັບເເຕ່ມື້ສ້າງຕັ້ງມາຮອດປັດຈຸບັນຄື:ເເນວລາວອິດສະຫລະ,ເເນວລາວຮັກຊາດ ເເລະ ມາຮອດກອງປະຊຸມໃຫຍ່ເເນວລາວຮັກຊາດສະໄຫມທີ4ໄດ້ປ່ຽນຊື່ຈາກເເນວລາວຮັກຊາດມາເປັນເເນວລາວສ້າງຊາດຈົນມາເຖີງປັດຈຸບັນ ນັບເເຕ່ປະເທດຊາດໄດ້ຮັບການປັດປ່ອຍ ເເນວລາວສ້າງຊາດສືບຕໍ່ມີບົດບາດສໍາຄັນໃນການເສີມຂະຫຍາຍມູນເຊື້ອຮັດຊາດຄວາມສາມັກຄີປອງດອງ ເເລະ ເອກກະພາບຂອງປະຊາຊົນບັນດາເຜົ່າ,ສືບຕໍ່ປຸກລະດົມ,ສຶກສາອົບຮົມ,ເຕົ້າໂຮມທຸກຊັ້ນຄົນ,ຊົນເຜົ່າ,ສາສະຫນາເຂົ້າຮ່ວມໃນພາລະກິດປົກປັກຮັກສາເເລະສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ທ່ານ ບຸນຍັງ ວໍລິຈິດ ມີຄໍາເຫັນຕື່ມວ່າ: ໃນຕະຫຼອດ 46ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ອົງການແນວລາວສ້າງຊາດ ຍັງໄດ້ສືບຕໍ່ເຕີບໃຫຍ່ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບນັບແຕ່ສູນກາງຮອດທ້ອງຖິ່ນ, ເປັນເຈົ້າການປະຕິບັດພາລະບົດບາດ ອັນໜັກໜ່ວງ ແລະ ມີກຽດໃນການນໍາເອົາແນວທາງ, ນະໂຍບາຍຂອງພັກ ແລະ ລັດໄປໂຄສະນາສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນຢູ່ແຕ່ລະຮາກຖານ, ແຕ່ລະທ້ອງຖິ່ນ ແນໃສ່ສ້າງຄວາມສາມັກຄີທົ່ວປວງຊົນ, ປຸກລະດົມທຸກຊັ້ນຄົນ, ຊົນເຜົ່າ, ສາສະໜາ ເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ, ເຂົ້າຮ່ວມວຽກງານກໍ່ສ້າງຮາກຖານການເມືອງແລະພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ປະກອບສ່ວນສ້າງ ແລະ ປັບປຸງລະບົບການເມືອງ,ເຂົ້າຮ່ວມໄກເກ່ຍ-ແກ້ໄຂບັນຫາສັງຄົມຕ່າງໆຢ່າງຕັ້ງໜ້າ. ສະເພາະໃນໄລຍະທີ່ຜ່ານມາ, ອົງການແນວລາວສ້າງຊາດ ແຕ່ລະຂັ້ນ ໄດ້ຈັດຕັ້ງຜັນຂະຫຍາຍຫຼາຍໜ້າວຽກ, ຫຼາຍໂຄງການ ທີ່ນຳປະໂຫຍດຕົວຈິງ ມາສູ່ປະຊາຊົນ ແລະ ສັງຄົມເຊິ່ງຜົນງານອັນລະອຽດນັ້ນ ກໍ່ໄດ້ຍົກໃຫ້ເຫັນຈະແຈ້ງໃນຕະຫລອດໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ.


ສັງລວມແລ້ວ, ໃນທຸກຜົນສຳເລັດ ແລະ ທຸກບາດກ້າວເດີນ ຂອງ ສປປ ລາວ ຕະຫຼອດ 46 ກວ່າປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ເວົ້າລວມ ໃນໄລຍະທີ່ຜ່ານມາ ເວົ້າສະເພາະ ລ້ວນແຕ່ມີການປະກອບສ່ວນອັນໃຫຍ່ຫຼວງ ແລະ ສົມກຽດ ຂອງອົງການແນວລາວສ້າງຊາດ ແຕ່ລະຂັ້ນ.ພ້ອມກັນນັ້ນ, ພີ່ນ້ອງຮ່ວມຊາດທຸກຊົນເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ທັງຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ທີ່ໄດ້ເຊີດຊູນ້ຳໃຈຮັກຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ ບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການລວມທັງການຕ້ານການລະບາດຂອງພະຍາດໂຄວິດ-19 ເພື່ອເຮັດສໍາເລັດໜ້າທີ່ການເມືອງອັນສູງສົ່ງຂອງຕົນ, ປະກອບສ່ວນຢ່າງສຳຄັນ ແລະ ສົມກຽດເຂົ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ໃຫ້ມີຜົນສຳເລັດຢ່າງຈົບງາມ, ເຮັດໃຫ້ບົດບາດ, ກຽດ-ຊື່ສຽງ ຂອງປະເທດຊາດ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນ ຢ່າງບໍ່ຢຸດຢັ້ງ.

ໃນຕອນທ້າຍຂອງພິທີ ທ່ານສິນ ລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງເເນວລາວສ້າງຊາດໄດ້ຕາງຫນ້າຄະນະພັກ-ຄະນະນໍາສູນກາງເເນວລາວສ້າງຊາດ ກ່າວຮັບຄຳໂອວາດຂອງອະດີດເລຂາທິການໃຫຍ່ ອະດີດປະທານປະເທດທີ່ມີຄໍາເຫັນໂອ້ລົມ ເເລະໃຫ້ທິດເຍືອງທາງຕໍ່ການຈັດຕັ້ງປະຕິບັດວຽກງານຂອງເເນວລາວສ້າງຊາດ ພ້ອມດຽວກັນນີ້ທ່ານໄດ້ສືບຕໍ່ລາຍງານ ກ່ຽວກັບທິດທາງ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກເສດຖະກິດ-ການເງິນຂອງປະເທດໃນປັດຈຸບັນ, ຄຽງຄູ່ກັບການຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງເເນວລາວສ້າງຊາດວັນທີ13ສີງຫາຄົບຮອບ72ປີ ຢູ່ຫ້ອງປະຊຸມໃຫຍ່ ສູນກາງເເນວລາວສ້າງຊາດເເລ້ວ ,ສູນກາງເເນວລາວສ້າງຊາດຍັງຈັດງານວາງສະເເດງສີນຄ້າ ເເລະ ອາຫານເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລະຫວ່າງລາວ-ຫວຽດນາມ ເເລະ ວັນສ້າງຕັ້ງສູນກາງເເນວລາວສ້າງຊາດວັນທີ 13ສີງ ຫາຄົບຮອບ72ປີ ໃຫ້ມີບັນຍາກາດຟົດຟື້ນ ມ່ວນຊື່ນ ຕື່ມອີກ.