ກະຊວງປ້ອງກັນປະເທດຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 (ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ) ວັນທີ 14 ກັນຍາ 2022 ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຟາມ ວັນ ຢາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ທ່ານ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ພ້ອມດ້ວຍການນໍາກະຊວງປ້ອງກກັນປະເທດ ຕາງໜ້າຫ້ອງວ່າການສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າແຫ່ງຊາດ ອົງການຈັດຕັ້ງມະຫາຊົນ ສະມາຄົມມິດຕະພາບລາວ-ຫວຽດນາມ ຫວຽດນາມ-ລາວ ຕະຫຼອດຮອດຕາງໜ້າອົງການ ກົມກອງພ້ອມດ້ວຍພະນັກງານ-ນັກຮົບອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ໃນພິທີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ພົນເອກ ຟາມ ວັນ ຢາງໄດ້ຜັດປ່ຽນກັນຂຶ້ນກ່າວຄໍາປາໃສ ມີບາງຕອນໃຫ້ຮູ້ວ່າ: ຄວາມເປັນຈິງທາງປະຫວັດສາດຊາດລາວ-ຫວຽດນາມ ຕະຫຼອດໃນທຸກໆໄລຍະຂອງການຕໍ່ສູ້ປະຕິວັດໄດ້ຮ່ວມສຳພັນກັນຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດຂອງແຕ່ລະປະເທດ ເພື່ອອິດສະຫຼະພາບ ແລະ ສິດເປັນເຈົ້າຕົນເອງແທ້ຈິງ ເມື່ອທົບທວນຄືນປະຫວັດສາດແຫ່ງການພົວພັນອັນຍາວນານດັ່ງກ່າວນັ້ນ ພັກ-ລັດກອງທັບ ແລະ ປະຊາຊົນສອງຊາດພວກເຮົາ ຍິ່ງຈົດຈຳລຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ປະທານ ໂຮ່ຈີມິນ ປະທານໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ເຊິ່ງເປັນຜູ້ໃຫ້ກຳເນີດ ໄດ້ເປັນແບບຢ່າງທີ່ດີເລີດແຫ່ງການກໍ່ສ້າງຖະນຸຖະໜອມ ເພີ່ມພູນຄູນສ້າງມິດຕະພາບທີ່ຍິ່ງໃຫຍ່ ແລະ ການພົວພັນສາມັກຄີພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ.
ພາຍຫຼັງໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ສອງປະເທດລາວ-ຫວຽດນາມ ໄດ້ກ້າວເຂົ້າສູ່ສັງກາດໃໝ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄປສູ່ຈຸດໝາຍທີ່ວາງໄວ້ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ສຸດທີ່ມີຄວາມໝາຍສຳຄັນຕໍ່ການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຕະຫຼອດກາລະນານ ຈົນສາມາດເວົ້າໄດ້ວ່າ 60 ປີ ແຫ່ງການສ້າງສາຍພົວພັນການທູດ ແລະ 45 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ-ຫວຽດນາມ ແມ່ນໄລຍະເວລາແຫ່ງການທົດສອບ ແລະ ຜົນສຳເລັດທີ່ໝັ້ນແກ່ນແໜ້ນໜຽວຂອງສາຍພົວພັນລະຫວ່າງສອງປະເທດ ເຖິງແມ່ນວ່າສະພາບແວດລ້ອມຂອງສາກົນໄດ້ຜັນແປໄປຢ່າງໄວວາສັບສົນ ແລະ ມີສິ່ງທ້າທາຍທົດສອບນາໆປະການກໍ່ຕາມ ແຕ່ການພົວພັນຮ່ວມມືຂອງສອງຊາດຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ.
ສຳລັບສອງກະຊວງປ້ອງກັນປະເທດລາວ-ຫວຽດນາມໄດ້ມີອະນຸສັນຍາຮ່ວມມືຊ່ວຍເຫຼືອກັນຫຼາຍດ້ານ ແລະ ຈັດຕັ້ງຄະນະຜູ້ແທນໄປມາຢ້ຽມຢາມ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເປັນປະຈຳໃນຫຼາຍລະດັບ ລະດັບກະຊວງ ກົມໃຫຍ່ ກົມນ້ອຍຕ່າງໆຈົນເຖິງຂັ້ນກົມກອງ-ທ້ອງຖິ່ນທີ່ແຮກສ່ຽວ ຫວຽດນາມ ໄດ້ສືບຕໍ່ຊ່ວຍເຫຼືອກອງທັບປະຊາຊົນລາວໃນການກໍ່ສ້າງພື້ນຖານໂຄງລ່າງຂອງໂຮງຮຽນ ສະ ໜາມຫັດແອບ ຕຶກອາຄານຂອງກົມກອງຕ່າງໆ ພ້ອມນັ້ນໄດ້ບຳລຸງສ້າງພະນັກງານນຳຍາ-ບັນຊາ ບັນດາເຫຼົ່າຮົບວິຊາສະເພາະ ແລະ ຊ່ວຍເຫຼືອຮັບປິ່ນປົວ ຮັກສາສຸຂະພາບໃຫ້ພະນັກງານປະຫານລາວເຮົາໃນແຕ່ລະປີເປັນຈຳນວນຫຼວງຫຼາຍ.
ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບເຮົາ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ສືບຕໍ່ຊ່ວຍເຫຼືອຫຼ້າເປັນແຕ່ລະປີ ຂົງເຂດກໍ່ສ້າງກຳລັງ ແລະ ພື້ນຖານໂຄງລ່າງ ແລະ ກຸ່ມບ້ານພັດທະນາລຽບຊາຍແດນເປັນປະຈໍາ ຫວຽດນາມຍັງໄດ້ສົ່ງພະນັກງານຊ່ຽວຊານມາຊ່ວຍເຫຼືອກອງປັບປະຊາຊົນລາວ ຢູ່ໃນຂົງເຂດຕ່າງໆ ສະແດງອອກໃຫ້ເຫັນລັກສະນະພິເສດຂອງການພົວພັນຮ່ວມມືລາວ-ຫວຽດນາມ ທີ່ໄດ້ກາຍເປັນປັດໄຈຊ່ວຍໜູນທີ່ສໍາຄັນໃຫ້ແກ່ການພັດທະນາປະເທດຊາດ ຄືດັ່ງຜູ້ນໍາຂອງສອງປະເທດ ໄດ້ຕີລາຄາຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຊາດລາວ-ຫວຽດນາມ ນັ້ນໄວ້ວ່າ: “ສາຍພົວພັນລາວ-ຫວຽດນາມ ບໍ່ຮູ້ຈະເອົາຫົວໜ່ວຍທັນໂຕມາວັດແທກໄຊຊະນະ ແລະ ຜົນປະໂຫຍດທີ່ປະຊາຊົນສອງຊາດໄດ້ຮັບຈາກມູນເຊື້ອແຫ່ງການພົວພັນສາມັກຄີແບບພິເສດດັ່ງກ່າວ ແຕ່ຮູ້ວ່າໄຊຊະນະ ແລະ ຜົນປະໂຫຍດທີ່ໄດ້ມານັ້ນ ແມ່ນເກີດຈາກຄວາມຮັກໄຄ່ໄມຕີຈິດອັນບໍລິສຸດຜຸດຜ່ອງ ນໍ້າໃຈເສຍສະຫຼະອັນສູງສົ່ງ ແລະ ການຊ່ວຍເຫຼືອ ເພື່ອແຜ່ກັນຢ່າງ ບໍ່ເຫັນແກ່ໂຕຂອງປະຊາຊົນລາວ-ຫວຽດນາມອ້າຍນ້ອງ” ຫວນຄືນຍ່ານທາງປະຫວັດສາດ 60 ປີ ແຫ່ງການສ້າງສາຍພົວພັນການທູດ ພວກເຮົາມີຄວາມເອກອ້າງທະນົງໃຈຢ່າງຍິ່ງຕໍ່ການພົວພັນພິເສດຫາຍາກລະຫວ່າງສອງປະເທດ ມັນໄດ້ ກາຍເປັນສາຍພົວພັນແບບຍືນຍົງທີ່ເກີດຈາກການພົວພັນທີ່ເປັນມູນເຊື້ອສະໜິດສະໜົມກາຍເປັນສາຍພົວພັນທີ່ສະແດງເຖິງຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຊົນສອງຊາດທີ່ຮັກຫອມກັນ ສາມັກຄີກັນ ເພື່ອເຫຼືອກັນ ຕີຕ້ານສັດຕູຜູ້ຮຸກຮານໂຕດຽວກັນ ສ້າງສາຍພົວພັນສະເໝີພາບ ເອກະລາດ ມິດຕະພາບຕ່າງຝ່າຍຕ່າງມີຜົນປະໂຫຍດ ມັນແມ່ນສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງຍາວນານ ມັນແມ່ນເສັ້ນທາງຮ່ວມກັນກ້າວຂຶ້ນຢ່າງໜັກແໜ້ນໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປັກຮັກສາພັດທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມໃນປັດຈຸບັນ.








