ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 31 ຕຸລາ 2022, ສະຫາຍ ພັນຄຳ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງ ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເປັນເຈົ້າພາບຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີບັນດາການນໍາຂັ້ນສູງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ, ພ້ອມດ້ວຍພະນັກງານສະຖານທູດຈີນ, ນັກທຸລະກິດ ແລະ ສະມາຄົມຊາວຈີນຕ່າງດ້າວ ເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ, ສະຫາຍ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ສູນກາງພັກ ປປ ລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຫາກໍປິດລົງດ້ວຍຜົນສໍາເລັດອັນສະຫງ່າງາມ ໃນອາທິດທີ່ຜ່ານມາ ຊຶ່ງເປັນເຫດການການເມືອງທີ່ສຳຄັນໃນປະຫວັດສາດຍຸກໃໝ່ ຂອງພັກ ແລະ ປະຊາຊົນຈີນ, ຜົນສຳເລັດ ຂອງກອງປະຊຸມໃຫຍ່ ໄດ້ສະແດງໃຫ້ເຫັນຢ່າງເດັ່ນຊັດ ເຖິງຂີດໝາຍໃໝ່ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ຂອງພັກ, ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ, ຄວາມຕັດສິນໃຈອັນສູງສົ່ງ ຂອງທົ່ວພັກ ເພື່ອສືບຕໍ່ແບກຫາບພາລະກຳປະຫວັດສາດ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ ໃນຍຸກສະໄໝໃໝ່ ໃຫ້ປະກົດຜົນເປັນຈິງ ຕາມຄາດໝາຍທີ່ວາງໄວ້.
ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງມູນເຊື້ອສາຍພົວພັນມິດຕະພາບທີ່ມີມາຍາວນານ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໂດຍໄດ້ກ່າວວ່າ: ໃນຖານະເພື່ອນສະຫາຍຮ່ວມອຸດົມການ ແລະ ຄູ່ຮ່ວມຊາຕາກຳດຽວກັນ, ພັກ ປປ ລາວ ໄດ້ຖືສໍາຄັນໃນລະດັບສູງຕໍ່ເຫດການການເມືອງ ຂອງພັກກອມມູນິດຈີນ ໃນຄັ້ງນີ້ ກໍຄື ການຢຶດໝັ້ນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນ ໃນການສະໜັບສະໜູນ ພາລະກິດສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ມີຄວາມຊົມຊື່ນຍິນດີເປັນຢ່າງຍິ່ງ ຕໍ່ການເຕີບໃຫຍ່ເຂັ້ມແຂງ ຂອງພັກກອມມູນິດຈີນ ແລະ ຜົນສຳເລັດອັນສະຫງ່າງາມ ຂອງກອງປະຊຸມໃຫຍ່ຄັ້ງນີ້; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ແສງສະຫວ່າງ ຂອງບັນດາມະຕິກອງປະຊຸມໃຫຍ່ຄັ້ງນີ້ ແລະ ການຊີ້ນຳ-ນໍາພາອັນເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນ ທີ່ຖື ສະຫາຍ ສີ ຈິ້ນຜິງ ເປັນແກນກາງ ແລະ ດ້ວຍພະລັງແຮງແຫ່ງຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນທັງຊາດ, ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຈະສາມາດບັນລຸຜົນສໍາເລັດຮອບດ້ານ, ໃຫຍ່ຫຼວງ ແລະ ໜັກແໜ້ນ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ວາງອອກຢ່າງແນ່ນອນ.
ໃນພິທີດັ່ງກ່າວ, ສະຫາຍ ຈຽງ ຈ້າຍຕົງ ເອກອັກຄະລັດຖະ​ທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນໂດຍໄດ້ຕີລາຄາເຖິງຄວາມໝາຍ ຄວາມສໍາຄັນ ຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຕໍ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ,​ ໂດຍສະເພາະແມ່ນໝາກຜົນລວມຍອດໃນຕະຫຼອດໄລຍະຜ່ານມາ ທີ່ພັກກອມມູນິດຈີນ ອັນມີ ສະ​ຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ໄດ້ນຳພາປະຊາຊົນຈີນ ອ້າຍນ້ອງ ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່, ຮອບດ້ານ, ກ້າວກະໂດດ ແລະ ມະຫັດສະຈັນ ໃນພາລະ​ກິດສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ; ໄດ້ຍົກໃຫ້ເຫັນມະຕິຂອງກອງປະຊຸມໃຫຍ່ ທີ່ໄດ້ກຳນົດບັນດາທິດນຳຍຸດທະສາດ, ແນວທາງນະໂຍບາຍໃໝ່ ແລະ ວິໄສທັດ ທີ່ກວ້າງໄກ ເພື່ອຮັບປະກັນການກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນ ຂອງປະຊາຊົນຈີນອ້າຍນ້ອງ ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສ ຂອງ ພັກກອມມູນິດຈີນ.
ການຈັດພິທີໂຮມຊຸມນຸມໃນຄັ້ງນີ້ ເປັນກິດຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນ, ສະແດງໃຫ້ເຫັນເຖິງການພົວພັນທີ່ສະໜິດແໜ້ນ ລະຫວ່າງ ສອງພັກ, ການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ຂ່າວ: ຄ​ຕ​ພ-ຮູບ: ສຳ​ນານ