ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 20 ກໍລະກົດ 2022, ທີ່ ສະໂມ ສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ ອົງການປົກຄອງແຂວງຫຼວງພະບາງ ໄດ້ເປັນເຈົ້າພາບຈັດພິທີໂຮມຊຸມນຸມ ສະ ເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ມີ ສະຫາຍ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍການນຳແຂວງພາກເໜືອຂອງ ສປປ ລາວ ແລະບັນດາແຂວງເພື່ອມິດຍຸດທະສາດ ຂອງ ສສ ຫວຽດນາມ ເຂົ້າຮ່ວມ. ພິທີໄດ້ເລີ່ມຕົ້ນ ດ້ວຍການສະແດງສີລະປະວັນ ນະຄະດີ ທີ່ສະແດງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ໃນການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະປະຊາ ຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຈາກນັ້ນ ສະຫາຍ ຄໍາຂັນ ຈັນທະວີສຸກ ໄດ້ຂຶ້ນກ່າວປາໄສ ເຊິ່ງມີເນື້ອໃນບາງຕອນສໍາຄັນວ່າ: ການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດ ນາມ- ລາວ ໃນມື້ນີ້; ເປັນຫວນຄືນມູນເຊື້ອສໍາພັນສູ້ຮົບ, ການສະໜັບສະໜູນຢ່າງໝົດຈິດ, ໝົດໃຈລະຫວ່າງ 2 ພັກ, 2 ລັດ ແລະປະຊາຊົນ 2 ປະເທດ ເວົ້າສະເພາະ ບັນດາແຂວງພາກເໜືອລາວ ກັບບັນດາແຂວງ-ນະຄອນ ຂອງຫວຽດນາມ ໃນໄລຍະຜ່ານມາ, ດັ່ງຄໍາເຫັນຊີ້ນໍາຂອງປະທານ ໂຮຈີມິນ ຕໍ່ພະນັກງານ-ນັກລົບ ອາສາສະໝັກຫວຽດນາມເຂົ້າມາຊ່ວຍ ເຫລືອການປະຕິວັດລາວວ່າ: ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ, ພວກເຮົາຮຸ່ນສືບທອດຮູ້ສຶກພາກພູມໃຈ ທີ່ເຫັນວ່າມູນມໍລະດົກອັນລໍ້າຄ່າທີ່ຫາຍາກພວກເພິ່ນປະໄວ້ໃຫ້ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມ, ຍືນຍົງ, ໝັ້ນຄົງຕະຫລອດມາ, ສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດຜ່ອງ, ເປັນແບບຢ່າງທີ່ຫາຍາກ. ພ້ອມນີ້ ສະຫາຍໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະລໍ້າຄ່າຈາກບັນດາແຂວງ-ນະຄອນ ຂອງຫວຽດນາມ ທີ່ມີຕໍ່ບັນດາແຂວງພາກເໜືອຂອງລາວຕະຫຼອດໄລຍະຜ່ານມາ ເຊີ່ງເປັນການຊ່ວຍເຫຼືອທີ່ເຮັດໃຫ້ການຮັດແໜ້ນສາຍພົວພັນຂອງສອງຊາດລາວ-ຫວຽດນາມ ຈະເລີນງອກງາມຍີ່ງໆຂື້ນ.
ໂອກາດດຽວກັນນີ້, ສະຫາຍ ນາງ ກຽວທິຮັງຟຸກ ຫົວໜ້າກົງສູນໃຫ່ຍ ສສ ຫວຽດ ນາມ ປະຈໍາພາກເໜືອ ປະຈໍາແຂວງຫຼວງພະບາງ ໄດ້ຕາງໜ້າໃຫ້ການນຳພັກ-ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງ ຂຶ້ນກ່າວບົດປາໄສ ຕໍ່ງານໂຮມຊຸມນຸມຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ-ສສ ຫວຽດນາມ ຄື:ແຂວງຫຼວງພະບາງ ກັບ ບັນດາແຂວງ ສສ ຫວຽດນາມ, ພັກ-ລັດ ແລະປະຊາຊົນຫວຽດນາມ ສະແດງຄວາມປິຕິຊົມຊື່ນ ແລະດີໃຈ ຕໍ່ບັນດາຜົນສຳເລັດຢ່າງໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ-ລັດ ແລະປະຊາຊົນລາວອ້າຍນ້ອງ ສາມາດຍາດໄດ້ ພາຍຫຼັງການປ່ຽນແປງໃໝ່ ແລະບັນດາຜົນສຳເລັດອັນສຳຄັນໃນການປະຕິບັດກອງປະຊຸມໃຫຍ່ຄັ້ງທີ XI ແລະຈະສືບຕໍ່ເພີ່ມພູນຄູນສ້າງ ໃຫ້ຈະເລີນງອກງາມຍີ່ງໆຂື້ນ.
May be an image of 1 person and standing
May be an image of 1 person and standing
May be an image of one or more people, people standing and indoor