ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 40 ປີ(13 ສິງ ຫາ 1981-13 ສິງຫາ 2021) ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2021 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງໂດຍການເປັນປະທານຂອງທ່ານ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ. ເປັນກຽດເຂົ້າຮ່ວມຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາພະນັກງານບຳນານ ອະດີດການນໍາແຂວງວຽງຈັນ ແລະ ບັນດາຄະນະນຳແຂວງວຽງຈັນເຂົ້າຮ່ວມ.
ທ່ານ ຄໍາພັນ ສິດທິດໍາພາ ໄດ້ກ່າວວ່າ: ການຈັດພິທີໂຮມຊຸມນຸມໃນຄັ້ງນີ້ ເປັນການສະຫລອງຜົນສຳເລັດໃນການສ້າງສາພັດທະນາ ແຂວງວຽງຈັນຕະຫລອດ 40 ປີຜ່ານມາ, ທັງເປັນການອອກແຮງແຂ່ງຂັນສ້າງຜົນງານ, ສ້າງຂະບວນການ 40 ປີ ແລະ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຕິດພັນກັບບັນຍາກາດແຫ່ງການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບ ຮອບ 46 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ101 ປີ ແລະ ຊົມເຊີຍຜົນສໍາເລັດການກໍ່ສ້າງ ແລະ ເປີດການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ດ້ວຍຄວາມເບີກບານມ່ວນຊື່ນ, ປ່ຽມລົ້ນໄປດ້ວຍຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດອັນໃຫ່ຍຫລວງທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າ ກໍຄືຊາວແຂວງວຽງຈັນ ຍາດມາໄດ້ໃນໄລຍະຜ່ານມາ. ທັງເປັນການສະແດງເຖິງຄວາມອາໄລຮັກຢ່າງສຸດຊຶ້ງ ຄິດຄະນຶງເຖິງ ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ວິລະບູລຸດແຫ່ງຍຸກສະໄໝຂອງຊາດລາວວິລະຊົນ, ລູກຜູ້ປະເສີດຂອງປະຊາຊົນລາວ ຜູ້ພິລະອາດຫານ ແລະ ສະແດງຄວາມຮູ້ບຸນຄຸນໃຫ່ຍຫລວງ ແລະ ອາໄລອາວອນ ຢ່າງສຸດຊຶ້ງ ເຖິງບັນດາສະຫາຍອະດີດການນໍາຂອງພັກ-ລັດ, ອະດີດການນຳຂອງແຂວງວຽງຈັນ, ບັນດາສະຫາຍສະມາຊິກພັກ, ພະນັກ ງານ, ນັກຮົບປະຕິວັດ, ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫລະຊີວິດ ເພື່ອພາລະກິດປະຕິວັດ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ, ຄວາມຢູ່ເຢັນຜາສຸກຂອງປະຊາຊົນບັນດາເຜົ່າໂດຍສະເພາະກໍຄືແຂວງວຽງຈັນ.
ໃນພິທີ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດປະດັບຫລຽນໄຊຊັ້ນ I ໃຫ້ແຂວງວຽງຈັນ,ພ້ອມນີ້ຍັງໄດ້ມອບຫລຽນໄຊຊັ້ນ II, ຫລຽນໄຊຊັ້ນ III ໃຫ້ບຸກຄົນ, ກົມກອງ ແລະ ມອບໃບຢັ້ງຢືນເພື່ອຈາລຶກຜົນງານ ໃຫ້ບັນດາການນຳຮຸ່ນກ່ອນທີ່ມີຜົນງານດີເດັ່ນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງວຽງຈັນ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.