ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມ ຄົບ ຮອບ 60 ປີ ( 5 ເມສາ 1961-5 ເມສາ 2021) ທີ່ສະໂມ ສອນກະຊວງ ປ້ອງກັນຄວາມສະຫງົບ ສະໜາມມ້າ, ນະ ຄອນຫລວງວຽງຈັນ ໃນວັນທີ 5 ເມສາ 2021. ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ພັນຄຳ ວິພາວັນ ກຳ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາທ່ານການນໍາພັກ-ລັດຂັ້ນສູງ, ພະນັກງານອາວຸໂສບຳນານ, ແຂກຮັບເຊີນ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ພົນໂທ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວຄຳເຫັນ ຍົກໃຫ້ເຫັນເຖີງມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ຕະຫລອດໄລຍະ 60 ປີຜ່ານມາ. ປະຫວັດສາດແຫ່ງການກຳເນີດ ແລະ ຄວາມເປັນມາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຕິດພັນສະໜິດແໜ້ນກັບມູນ ເຊື້ອອັນສະຫງ່າງາມຂອງຊາດ, ມູນເຊື້ອແຫ່ງການນຳ ພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກເຮົາ ໃນພາລະ ກິດການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ຕະຫຼອດໄລຍະ 60 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະ ຫງົບປະ ຊາຊົນ, ມັນແມ່ນຂະບວນວິວັດແຫ່ງການທົດ ສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະອ້ຽວ, ດຸເດືອດຂ້ຽວຂາດ, ຫຍຸ້ງຍາກລໍາບາກນາໆ ປະ ການ, ດ້ວຍນ້ຳໃຈປະຕິວັດອັນສູງສົ່ງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນເດັດດ່ຽວອາດຫານ, ບໍ່ຍອມຈຳນົນ ຍາດໄດ້ຜົນງານໄຊຊະນະອັນໃຫຍ່ຫຼວງ. ພ້ອມກັນນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້້້, ທ່ານ ທອງລຸນສີ ສຸລິດ ໄດ້ຂຶ້ນກ່າວສູນທອນພົດ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ກໍຄື ຕີລາຄາສູງຕໍ່ຜົນງານຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ຍາດມາໄດ້ຕະຫລອດໄລຍະ 60 ປີ ຜ່ານມາ ເຊີ່ງບໍ່ວ່າເວລາໃດກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເປັນກຳລັງທີ່ສຳຄັນໃນການຮັກສາຄວາມສະຫງົບປອດໄພໃນສັງຄົມ ກໍຄື ປະກອບສ່ວນສໍາຄັນເຂົ້າໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດໃນແຕ່ລະໄລຍະ. ພ້ອມນີ້ ທ່ານໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ສືບຕໍ່ເອົາໃຈໃສ່ 7 ວຽກງານສໍາຄັນ ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ ຄື:
1) ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກ ຂອງຖັນແຖວພະນັກງານ ຂົງເຂດປ້ອງກັນຄວາມສະຫງົບ ໃຫ້ໄປທ່ວງທັນກັບສະພາບການເລັ່ງທວງປະຈຸບັນ, ທັງຕ້ອງຄາດ ຄະເນ ໃຫ້ຖືກຕ້ອງຊັດເຈນສະຖານະການທີ່ເກີດຂຶ້ນ ແລະ ທີ່ຈະເກີດຂຶ້ນ ເພື່ອກະກຽມຄວາມພ້ອມທຸກດ້ານຮັບມືໃຫ້ທັນການ, ເປັນເຈົ້າການ, ບໍ່ໃຫ້ຖືກທ່າຮັບ ໂດຍໃຫ້ມີທັງການປ້ອງກັນເຫດ, ມີທັງການແກ້ໄຂເຫດ ຕ່າງໆ ໃຫ້ທັນສະພາບການ, ຖືກວິທີ ແລະ ແນບນຽນ ສຸຂຸມ ແຕ່ຫນັກແຫນ້ນເດັດຂາດ ສຸດທ້າຍຕ້ອງໃຫ້ໄດ້ ໄຊຊະນະ.
2) ໃຫ້ວິໄຈໃຫ້ຖືກຕ້ອງ ແລະ ວາງແຜນຢ່າງຮັດກຸມ, ຈັດລຽງບູລິມະສິດ ຂອງສະພາບການ ທີ່ເກີດຂຶ້ນ ແລະ ມີຢູ່ປະຈຸບັນຂອງປະເທດເຮົາ ເພື່ອວາງແຜນໃຫ້ຈັດຕັ້ງປະຕິ ບັດ ຕາມແຜນບູລິມະສິດໃຫ້ເກີດເປັນຮູບປະທໍາ, ແກ້ອັນ ໃດກ່ອນ, ແກ້ອັນໃດທັດໄປ, ແກ້ໄຂອັນໃດຕ້ອງໃຫ້ຕົກໄປແຕ່ລະອັນ ແຕ່ລະກ້າວ.
3) ເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ກໍາລັງປະກອບອາວຸດປ້ອງກັນຄວາມສະຫງົບ ຕ້ອງສືບຕໍ່ລົງສ້າງຮາກຖານ ຢູ່ທ້ອງຖິ່ນ ໃຫ້ມີຕາຫນ່າງການ ປ້ອງກັນຄວາມສະຫງົບ ໃຫ້ຫນັກແຫນ້ນເຂັ້ມແຂງ, ດຶງເອົາ ປະຊາ ຊົນເຂົ້າຮ່ວມ ແລະ ເຂົ້າຮ່ວມດ້ວຍຄວາມຈິງໃຈ ແລະ ຈິງ ຈັງ, ດ້ວຍຄວາມຕື່ນຕົວ ຂອງເຂົາເຈົ້າ, ຢາກໃຫ້ປະຊາຊົນ ເຂົ້າຮ່ວມ, ພະນັກງານ, ນັກຮົບປ້ອງກັນຄວາມສະຫງົບ ຕ້ອງເປັນແບບຢ່າງ, ສ້າງຄວາມເຊື່ອຫມັ້ນໃຫ້ປະຊາຊົນ, ເປັນທີ່ເພິ່ງຂອງປະຊາຊົນ, ຮ່ວມທຸກຮ່ວມສຸກກັບປະຊາ ຊົນ, ປະຕິບັດຄໍາຂວັນທີ່ວ່າ “ຕໍາຫຼວດ ແລະ ປະຊາຊົນ ຄືໃຫ້ເປັນຄືປາກັບນໍ້າ”.
4) ຕໍາຫຼວດປະຊາຊົນ ຕ້ອງມີນໍ້າໃຈປົກປ້ອງ ຊັບສິນສ່ວນລວມ, ຊັບສິນ ແລະ ຜົນປະໂຫຍດຂອງລັດ, ຊັບສິນ ແລະ ຜົນປະໂຫຍດ ຂອງປະຊາຊົນຢ່າງຖືກຕ້ອງ ແລະ ເປັນທໍາແທ້. ໃຫ້ປະຊາຊົນມີສ່ວນຮ່ວມ, ປະຊາຊົນ ຮ່ວມມື ແລະ ປະຊາຊົນກ້າລາຍງານບ໊ອກແສ ເມື່ອເຫັນສິ່ງ ທີ່ເກີດຂຶ້ນ ທີ່ບໍ່ຊອບມາພາກົນ ທີ່ເປັນອັນຕະລາຍຕໍ່ ສັງຄົມ ແລະ ຕໍ່ພົນ ລະເມືອງ ໃນທ້ອງຖິ່ນຂອງເຂົາ (ຫຼີກ ທີ່ສຸດການກະທໍາໃດໆ ທີ່ເຮັດໃຫ້ປະຊາຊົນຢ້ານ, ປະຊາຊົນບໍ່ກ້າເວົ້າ, ປະຊາ ຊົນບໍ່ກ້າລາຍງານ ແລະ ບໍ່ກ້າເຂົ້າເຖິງເຈົ້າ ຫນ້າທີ…).
5) ກໍາລັງປ້ອງກັນຄວາມສະຫງົບ ໃນຍຸກໃຫມ່ ຕ້ອງພະຍາ ຍາມກ້າວສູ່ຄວາມທັນສະໄຫມ, ກ້າວສູ່ການ ນໍາໃຊ້ເຕັກໂນໂລຊີໃຫມ່, ວິທະຍາສາດໃຫມ່ ທີ່ສາມາດ ເຊື່ອມສານໄດ້ຢ່າງວ່ອງໄວທັນການ ແລະ ຊັດເຈນ ທັງຢູ່ ພາຍໃນ ແລະ ຕໍ່ຕ່າງປະເທດ.
6) ໃນຍຸກແຫ່ງສັງຄົມຂໍ້ມູນຂ່າວສານ ທີ່ທັນສະໄຫມ ຫຼື ຍຸກຂ່າວສັງຄົມທາງອອນລາຍ ທີ່ແຜ່ຂະຫຍາຍນີ້, ກໍາລັງປ້ອງກັນຄວາມສະຫງົບ ຕ້ອງມີຕາຫນ່າງເກັບກໍາ ຂ່າວ ແລະ ຕາຫນ່າງຕໍ່ຕ້ານ, ປ້ອງກັນ ແລະ ສະກັດກັ້ນໃຫ້ ທັນການ ແລະ ໄດ້ຜົນ, ບໍ່ປະປ່ອຍໃຫ້ສື່ອອນລາຍກາຍ ເປັນອາດສະຍາກໍາທະລຸເຂົ້າທໍາລາຍປະເທດຊາດ ຫຼື ການ ໃຊ້ສືອອນລາຍ ສ້າງຄວາມອົນລະເວງ ໃນສັງຄົມ ດ້ວຍການມ້າງຄວາມສາມັກຄີ ສ້າງຄວາມເຂົ້າໃຈຜິດ ແລະ ສ້າງຄວາມເປັນປໍລະປັກຕໍ່ກັນ ໃນສັງຄົມ.
7) ກໍາລັງປ້ອງກັນຄວາມສະຫງົບ ຂອງພວກເຮົາ ຍັງຕ້ອງໄດ້ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ໂດຍການສືບຕໍ່ຮ່ວມມື ແລະ ຍາດແຍ່ງການສະຫນັບສະຫນູນ ຈາກເພື່ອນມິດ ເປັນຕົ້ນແມ່ນຕໍ່ກັບ ສສ ຫວຽດນາມ, ສປ ຈີນ ແລະ ສະຫະພັນລັດເຊຍ ແລະ ປະເທດເພື່ອນມິດອື່ນໆ ເພື່ອປະຕິບັດພັນທະຂອງຕົນ ໃນຖານະເປັນ ພາຄີ ແລະ ເປັນສະມາຊິກ ຂອງອີນເຕີໂປນ, ອາຊຽນໂປນ ແລະ ອົງ ການຈັດຕັ້ງສາກົນອື່ນໆ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອະພິນຍາ ສຸລິຍະວົງ





