ຊີວິດຂອງຄົນເຮົາທຸກຄົນ ບໍ່ໄດ້ໂຮຍດ້ວຍກີບກຸຫຼາບແຕ່ຕ້ອງຕໍ່ສູ້ກັບໂຊກຊາຕາ, ບາງຄົນພົບແຕ່ສິ່ງດີໆ ແຕ່ກັບອີກຫຼາຍຄົນຕ້ອງພົບພໍ້ກັບຊີວິດທີ່ໂຫດຮ້າຍ, ແຕ່ຖ້າໃຈແຂງພໍ ແລະ ສາມາດເອົາຕົວລອດມາໄດ້ ຮູ້ເຂັດລາບ ແລະ ປ່ຽນແນວຄວາມຄິດໃໝ່ ກ້າວຕໍ່ໄປຕ້ອງຄວາມສົດໃສກວ່າເກົ່າແນ່ນອນ.
ເຊັ່ນດຽວກັນກັບ ທ່ານ ນາງ ກັນນິຊາ ທະນະວໍລະນັນກຸນ ຫຼື ສາວເມ, ນັກທຸລະກິດໄທ ຜູ້ຮັກໃນວັດທະນະ ທຳລາວຄົນນີ້. ລາວເປັນບຸກຄົນທີ່ມີເບື້ອງຫຼັງຊີວິດທີ່ບໍ່ສວຍ ງາມ, ເປັນຄົນສູ້ຊີວິດມາແຕ່ນ້ອຍ ເຊິ່ງມີສະພາບຈິດໃຈບອບບາງຢູ່ແລ້ວ ຍັງມາພົບຮັກທີ່ບໍ່ສົມຫວັງກັບຄົນທີ່ຄາດວ່າຈະຝາກທັງຊີວິດໄວ້ນຳ ຈິ່ງເຮັດໃຫ້ລູກຜູ້ຍິງຄົນໜຶ່ງທໍ້ໃຈເຖິງຂັ້ນຈະປິດຊີບໂຕເອງເພື່ອໜີບັນຫາທັ້ງໝົດແຕ່ບໍ່ສຳເລັດ. ຫຼັງຈາກນັ້ນສາວເມ ໄດ້ເກີດໃໝ່ອີກຄັ້ງ ແລະ ກາຍເປັນຄົນໃໝ່ທີ່ເຂັ້ມແຂງ, ເບິ່ງຫາເປົ້າໝາຍໃນຊີວິດຈົນກາຍເປັນເຈົ້າຂອງທຸລະກິດຫຼາຍຢ່າງ.
ປັດຈຸບັນ, ສາວເມ ແມ່ນເປັນໜຶ່ງໃນຮຸ້ນສ່ວນຂອງໂຮງແຮມອະນັນຕະຫຼວງພະບາງ ເຊິ່ງໄດ້ລົງທຶນຮ່ວມກັບນັກທຸລະກິດລາວອີກທ່ານໜຶ່ງ ທີ່ລ້ວນແຕ່ເປັນຄົນສູ້ຊີວິດນຳກັນ ຈາກບໍ່ມີບ່ອນຢູ່ສູ້ເສືອຕິດປີກດ້ວຍການເອົາດີກັບການສຶກສານັ້ນຄື ທ່ານ ມີໄຊ ຄຳບຸນເຮືອງ, ເຈົ້າຂອງໂຮງແຮມ ອະນັນຕະ.
ສາວເມ ເລົ່າໃຫ້ຟັງວ່າ: ກ່ອນຈະມາຮອດມື້ນີ້ ລາວລອດຕາຍຈາກຫ້ອງມໍລະສຸມ ຍ້ອນຄວາມເຈັບປວດຈາກຄວາມຮັກຈົນເຖິງຂັ້ນຕ້ອງກິນຢາຂ້າໂຕຕາຍ ຕ້ອງໃສ່ທໍ່ຊ່ວຍຊີວິດ, ຫຼັງຈາກຟື້ນກັບມາຈາກຝັນຮ້າຍນັ້ນ ລາວໄດ້ລຸກຂຶ້ນມາທົບທວນໂຕເອງໃໝ່ແລ້ວກັດແຂ້ວສູ້ກັບຄວາມຜິດຫວັງເພື່ອໃຫ້ມີຊີວິດທີ່ດີກວ່າ ເພື່ອສ້າງຄຸນຄ່າໃຫ້ໂຕເອງຫຼາຍຂຶ້ນດ້ວຍການລົງມືຫາເງິນຈາກ 0 ສູ່ 100 ແລະ ທ່ານເຊື່ອບໍ່ວ່າ ຄວາມຄຽດຈາກການຜິດຫວັງໃນຄວາມຮັກນັ້ນ ໄດ້ປ່ຽນຊີວິດຜູ້ຍິງທີ່ອ່ອນແອຄົນໜຶ່ງໃນເມື່ອກ່ອນໄປຕະຫຼອດການ.
ເລື່ອງລາວຊີວິດຂອງ ສາວເມ ຖືເປັນບົດຮຽນຢ່າງໜຶ່ງວ່າ: ຢ່າຢືດຕິດກັບຄົນທີ່ບໍ່ໃຫ້ຄ່າກັບເຮົາ ແຕ່ຈົ່ງເອົາຄວາມໂຊກຮ້າຍຄັ້ງໜຶ່ງໃນຊີວິດນັ້ນ ມາເປັນແຮງຊຸກຍູ້ສ້າງຄຸນຄ່າໃຫ້ໂຕເຮົາດ້ວຍການລົງມືເຮັດ ແລະ ເຮັດໃຫ້ດີກວ່າເກົ່າ ຢ່າໃຫ້ຊີວິດທີ່ເຄີຍສິ້ນຫວັງຕ້ອງຜິດຫວັງໄປຕະຫລອດການ.
