ຢູ່ທີ່ ຫ້ອງການປົກຄອງເຂດພິເສດບໍຫານ ໄດ້ມີການຈັດພິທີມອບ-ຮັບເຄື່ອງຊ່ວຍເຫລືອດ້ານອຸປະກອນການແພດ ທີ່ ຄະນະກຳມະການຊາຍແດນຈີນ-ລາວ ມອບໃຫ້ແກ່ 3 ແຂວງພາກເຫນືອຂອງ ສປປ ລາວ (ຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ), ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຫວັງ ເຟີຍ, ຮອງເຈົ້າກິ່ງແຂວງສິບສອງພັນນາ, ທ່ານ ນາງ ມະນີລາ ສົມບັນດິດ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນຄຸນມິງ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງສອງຝ່າຍຈຳນວນຫນຶ່ງ.

ໃນໂອກາດເຂົ້າຮ່ວມພິທີມອບ-ຮັບເຄື່ອງຊ່ວຍເຫລືອດ້ານອຸປະກອນການແພດ ໃນວັນທີ 23 ພະຈິກ 2021 ນັ້ນ, ທ່ານກົງສຸນໃຫຍ່ ໄດ້ຕາງຫນ້າໃຫ້ພັກ-ລັດ ກໍຄື ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ-ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ທຸກຄັ້ງ ທີ່ມີການແຜ່ລະບາດຂອງພະຍາດໂຄວິດ ຕະຫລອດໄລຍະທີ່ຜ່ານມາ ແລະ ຄັ້ງນີ້ ຄະນະກໍາມະການຊາຍແດນຈີນ-ລາວ ກໍ່ໄດ້ໃຫ້ການຊ່ວຍເຫລືອດ້ານການແພດ ມູນຄ່າ 3 ລ້ານຢວນ ປະກອບມີ ເຄື່ອງກວດໂຄວິດ, ນ້ຳຢາກວດໂຄວິດ, ຄອມພິວເຕີ, ເຄື່ອງລະບາຍອາກາດ ແລະ ເຄື່ອງຜະລິດອົກຊີ, ແລະ ເຊື່ອຫມັ້ນວ່າ ການຊ່ວຍເຫລືອດັ່ງກ່າວນີ້ ຈະປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການຮັດແຫນ້ນໄມຕີຈິດມິດຕະພາບ ທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານ ຫນັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ນອກນັ້ນ, ໃນຕອນເຊົ້າຂອງວັນທີ 25 ພະຈິກ 2021, ທ່ານກົງສຸນໃຫຍ່ ກໍ່ໄດ້ເຂົ້າຮ່ວມພິທີມອບ-ຮັບເຄື່ອງຊ່ວຍເຫລຶອດ້ານການແພດ ທີ່ ຫ້ອງການປົກຄອງແຂວງຢູນນານ ເຊິ່ງໄດ້ຈັດຂຶ້ນພ້ອມກັນກັບພິທີມອບ-ຮັບ ທີ່ຈັດຢູ່ຫລາຍສະຖານທີ່ ແບບອອບລາຍ ແລະ ອອນລາຍ ທັງຢູ່ ສປ ຈີນ ແລະ ສປປ ລາວ, ສຳລັບພິທີທີ່ຈັດຂຶ້ນຢູ່ ນະຄອນຄຸນມິງ ແມ່ນ ທ່ານຮອງເຈົ້າແຂວງຢູນນານ ແລະ ພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ. ການຊ່ວຍເຫລືອດັ່ງກ່າວ ເປັນການຊ່ວຍເຫລຶອໂດຍ ລັດຖະບານ ແຫ່ງ ສປ ຈີນ ມອບໃຫ້ແກ່ ລັດຖະບານ ແລະ 5 ແຂວງພາກເຫນືອຂອງ ສປປ ລາວ, ເຊິ່ງມີມູນຄ່າລວມທັງຫມົດ 90 ລ້ານຢວນ ປະກອບມີ: ວັກຊີນ 2,5 ລ້ານໂດສ ແລະ ອຸປະກອນການແພດ ມູນຄ່າ 10 ລ້ານຢວນ, ໃນນັ້ນ ວັກຊີນ 7 ແສນໂດສ ແລະ ອຸປະກອນການແພດ ມູນຄ່າ 4 ລ້ານຢວນ ແມ່ນມອບໃຫ້ 5 ແຂວງພາກເຫນືອຂອງລາວ (ຫລວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ ແລະ ຫລວງພະບາງ) ແລະ ຈະຂົນສົ່ງທາງລົດໄປຍັງ ສປປ ລາວ.