ພາຍຫຼັງຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ມີການພົບປະແລກປ່ຽນຄໍາຄິດຄໍໍາເຫັນກັນ, ເຊິ່ງມີເນື້ອໃນສໍາຄັນດັ່ງນີ້: ທ່ານ ທູດ ປານາມາ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ເຂົ້າຍື່ນສານຕາຕັ້ງຜ່ານທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ, ຂອບອົກຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຈະທຸ້ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມ ມືສອງຝ່າຍໃຫ້ມີການຂະຫຍາຍຕົວ ແລະ ນໍາເອົາຜົນປະໂຫຍດມາສູ່ສອງປະເທດ ປານາມາ ແລະ ສປປ ລາວ. ພ້ອມດຽວກັນ, ທ່ານເອກອັກຄະລັດຖະທູດ ປານາມາ ໄດ້ນໍາເອົາຄວາມຢືຢາມຖາມຂ່າວອັນອົບອຸ່ນຂອງພະນະທ່ານ ໂລເລັນຕິໂນ ຄໍຕິໂຊ ໂຄເຫນ (Laurentino Cortizo Cohen), ປະທານນາທິບໍດີ ສາທາ ລະນະລັດ ປານາມາ ແລະ ພະນະທ່ານ ໄດຣາ ຄາລິໂຊ ແຄັດສຕິເລໂຣ (Dayra Carrizo Castillero), ລັດຖະມົນຕີກະຊວງການຕ່າງປະເທດ ປານາມາ ເຖິງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາມລໍາດັບ. ພ້ອມນັ້ນ, ຍັງໄດ້ສະແດງຄວາມດີໃຈ ທີ່ໄດ້ເປັນທູດຄົນທໍາອິດຂອງສາທາລະນະລັດ ປານາມາ ປະຈໍາ ສປປ ລາວ.

ທ່ານທູດ ແສງ ສຸຂະທິວົງ ໄດ້ກ່າວໃນນາມຕາງໜ້າຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີຕ້ອນຮັບ ທ່ານທູດປານາມາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະທາລະ ນະລັດ ປານາມາ ປະຈໍາ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ບາງກອກ-ຣາຊະອານາຈັກໄທ; ຊົມເຊີຍທ່ານນາງ ອິດເຊວ ກາລີນາ ເຈັນ ຈັນ ທີ່ໄດ້ໄຂສັກກະຫຼາດເປັນເອກອັກຄະລັດຖະທູດ ປານາມາ ຜູ້ທໍາອິດພາຍຫຼັງທີ່ສອງປະເທດ ລາວ ແລະ ປານາມາ ໄດ້ສ້າງສາຍພົວພັນການທູດນໍາກັນໃນວັນທີ່ 9 ກັນຍາ 2021; ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ ແລະ ປານາມາ ຈະມີບາດກ້າວຂະຫຍາຍຕົວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ແລະ ປະຊາຊົນສອງຊາດສູງຂື້ນ. ຂໍຖືໂອກາດນີ້ ຝາກຄວາມຮັກແພງ ແລະ ການຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ. ລາວ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດ ຖະມົນຕີກະຊວງການຕ່າງປະເທດ ເຖິງພະນະທ່ານ ປະທານນາທິບໍດີ ແຫ່ງ ສາທາລະນະລັດ ປະນາມາ ແລະ ພະນະທ່ານ ລັດ ຖະມົນຕີກະຊວງການຕ່າງປະເທດ ປານາມາ ດ້ວຍ. ພ້ອມນີ້ ກໍຂໍອວຍພອນໄຊອັນປະເສີດ ແກ່ ທ່ານ ເອກອັກ ຄະລັດຖະທູດ ປານາມາ ມີສຸຂະ ພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນພາລະໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ ປະຈໍາ ສປປ. ລາວ.
ຫຼັງຈາກການຍື່ນສານຕາຕັ້ງ ແລະ ການພົບປະສອງຝ່າຍ, ທ່ານທູດ ແສງ ສຸຂະທິວົງ ແລະ ທ່ານທູດ ປານາມາ ໄດ້ເຂົ້າຮ່ວມພິທີຍົກຈອກດື່ມຊໍາເປັນ ເພື່ອສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຍື່ນສານຕາຕັ້ງ ຂອງທ່ານ ແລະ ເພື່ອສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ປານາມາ ດ້ວຍບັນຍາກາດອັນອົບອຸ່ນ ແລະ ມິດໄມຕີອັນດີຕໍ່ກັນ ແລະ ກັນ.
ຂ່າວ;ພາບ: ກົມຂ່າວ ກະຊວງຕ່າງປະເທດ