ວັນທີ 12 ເມສາ 2021 ລາວພົບຜູ້ຕິດເຊື້ອພະຍາດໂຄວິດ19 ເພີ່ມ 1 ຄົນ ເປັນກໍລະນີນໍາເຂົ້າ, ສ່ວນຜູ້ຕິດເຊື້ອນ້ຳເບີ 46 ແລະ 49 ໄດ້ອອກໂຮງໝໍແລ້ວ ພາຍຫລັງຜົນກວດບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ ທັງສອງຄົນມີສຸຂະ ພາບແຂງແຮງດີ ແລະສືບຕໍ່ຕິດຕາມອາການຢູ່ເຮືອນຈົນຄົບກຳນົດ 14 ວັນ ເຮັດໃຫ້ລາວມີກໍລະນີສະສົມທັງໝົດ 52 ຄົນ ພວມປີ່ນປົວຢູ່ໂຮງໝໍ 3 ກໍລະນີ.

ດຣ ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ19 ແຈ້ງໃຫ້ຮູ້ໃນໂອກາດຖະແຫລງຂ່າວປະຈຳວັນທີ່ກະຊວງສາທາລະນະສຸກວ່າ: ຜູ້ຕິດເຊື້ອກໍລະນີໃໝ່ເປັນເພດຊາຍ, ອາຍຸ 48 ປີ, ສັນຊາດ: ອົດສະຕາລີ, ອາຊີບ: ພະນັກງານຜູ້ກ່ຽວແຂງແຮງດີ, ບໍ່ມີອາການຫຍັງສະແດງ ແລະຍັງບໍ່ທັນໄດ້ຮັບການສັກຢາກັນພະຍາດໂຄວິດ19 ເທື່ອ. ວັນທີ 9 ເມສາ 2021 ຜູ້ກ່ຽວເດີນທາງຈາກສະໜາມບິນ Doha, ປະ ເທດອີຣັກຫາສະໜາມບິນKuala Lumpur, ປະເທດມາເລເຊຍ ແລະ ມາຮອດລາວ ໃນວັນທີ 11 ເມສາ 2021, ພວກເຮົາໄດ້ເກັບຕົວຢ່າງກວດ, ຜົນກວດຢັ້ງຢືນພົບເຊື້ອ COVID-19.
ປະຈຸບັນຜູ້ກ່ຽວໄດ້ເຂົ້າແຍກປ່ຽວ, ປິ່ນປົວ ແລະ ຕິດຕາມອາ ການຢູ່ໂຮງໝໍມິດຕະພາບ. ພ້ອມທັງໄດ້ຕິດ ຕາມຜູ້ສຳຜັດໃກ້ຊິດທັງໝົດ 26 ຄົນ ແລະ ເກັບຕົວຢ່າງມາກວດວິເຄາະ ຊື່ງຜົນກວດທັງໝົດບໍ່ພົບເຊື້ອ ແຕ່ຄະນະສະເພາະກິດຍັງສືບຕໍ່ເຝົ້າລະວັງ ແລະຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. ໂອກາດນີ້ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຮຽກຮ້ອງມາຍັງທຸກພາກສ່ວນໃນສັັງຄົມສືບຕໍ່ເຂັ້ມງວດໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ.
ປະຈຸບັນທົ່ວໂລກມີຜູ້ຕິດເຊື້ອສະສົມ 136.612.738 ຄົນ, ເສຍຊິວິດສະສົມ 2.948.824 ຄົນ ແລະ ປີ່ນປົວດີ 109.840.346 ຄົນ; ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງຜູ້ຕິດເຊື້ອສະສົມຫຼາຍກວ່າ31.917.389ຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 575.821 ຄົນ; ສຳລັບປະເທດສະມາຊິກອາຊຽນແມ່ນປະເທດອິນໂດເນເຊຍ ມີຜູ້ຕິດເຊື້ອສະສົມສູງກວ່າ 1ລ້ານ5ແສນຄົນ, ສ່ວນສະພາບການຕີດເຊື້ອພະຍາດໂຄວິດ19 ຢູ່ປະເທດໃກ້ຄຽງລາວ ໄທມີລາຍງານການລະບາດພາຍໃນປະເທດຮອບໃໝ່ໃນເດືອນເມສາ ຊື່ງໃນແຕ່ລະວັນມີຜູ້ຕິດ ເຊື້ອເພິ່ມສູງຂຶ້ນຫຼາຍຮ້ອຍຄົນຕໍ່ມື້ ໂດຍມີຕົວເລກສະສົມ 33.600 ກວ່າຄົນ, ເສຍຊີວິດ 97 ຄົນ, ກຳປູເຈຍ 4.500 ກວ່າຄົນ, ເສຍຊີວິດສະສົມ 30 ຄົນ, ມຽນມາ 142.500 ກວ່າຄົນ, ເສຍຊີວິດ 3.200 ກວ່າຄົນ, ຫວຽດນາມ 2.690 ກວ່າຄົນ, ເສຍຊີວິດສະສົມ 35 ຄົນ.