
ໃນໄລຍະຢ້ຽມຢາມ, ຄະນະໄດ້ຢ້ຽມພົບ ສະຫາຍ ເນັ້ຍ ຣຸຍຜິງ, ຮອງປະທານສະພາຜູ້ແທນປະຊາຊົນແຂວງເຫີເປີຍ ພ້ອມດ້ວຍຄະນະ. ການພົບປະຄັ້ງນີ້ຝ່າຍຈີນໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ທີ່ຕັ້ງທີ່ມີຄວາມໝາຍສໍາຄັນທາງປະຫວັດ ສາດຂອງການປະຕິວັດຂອງພັກກອມມູນິດຈີນໃນເມື່ອກ່ອນ ກໍ່ຄື ການພັດທະນາຢ່າງ ຮອບດ້ານຂອງແຂວງໃນປັດຈຸບັນ, ສະພາບການພົວພັນຮ່ວມມືລະຫວ່າງແຂວງເຫີເປີຍ ກັບ ສປປ ລາວ ໃນຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ. ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຄະນະຂອງສະຖານທູດລາວ ແລະ ຕີລາຄາສູງຕໍ່ຈຸດພິເສດທາງດ້ານພູມສາດການເມືອງທີ່ສໍາຄັນ ໃນການປະ ກອບສ່ວນຕົ້ນຕໍເຂົ້າໃນການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະ ລັດປະຊາຊົນຈີນ ໃນປີ 1949 ແລະ ສະແດງຄວາມຊົມ ເຊີຍ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງເຫີເປີຍ ທີ່ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ພາຍໃຕ້ການນໍາພາຂອງພັກ-ລັດ ຈີນ.

ສອງຝ່າຍ ໄດ້ປຶກສາຫາລືການຮ່ວມມື ເພື່ອຮັດແໜ້ນການພົວພັນສອງຝ່າຍ ລະຫວ່າງ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນລະຫວ່າງ ສະຖານທູດລາວ ປະຈໍາ ສປ ຈີນ ທີ່ປັກກິ່ງ ແລະ ແຂວງເຫີເປີຍ, ສປ ຈີນ.

ໃນໂອກາດດັ່ງກ່າວ, ຄະນະ ຍັງໄດ້ໄປທັດສະນະຢ້ຽມຢາມສະຖານທີ່ສໍາຄັນທາງປະຫວັດສາດ, ວັດທະນະ ທຳ ແລະ ສັງຄົມຂອງແຂວງເຫີເປີຍຈໍານວນໜຶ່ງ ເຊັ່ນ: ອານຸສອນສະຖານເຂດທີ່ຕັ້ງຂອງພັກກອມມູນິດຈີນ ຢູ່ເມືອງຊີປາຍໂພ, ອາດີດສໍານັກງານຫ້ອງການພົວພັນຕ່າງປະເທດພັກກອມມູນິດຈີນ, ຫໍພິພິຕະພັນແຂວງເຫີເປີຍ, ສູນຝຶກຊ້ອມກີລາປິ່ງປ່ອງລະດັບຊາດ, ບ້ານຊົນນະບົດພັດທະນາໃໝ່ຖາຢວນ ແລະ ສະຖານທີ່ອື່ນໆຈໍານວນໜຶ່ງ.

Cr: ທູດລາວປະຈໍາ ສປ ຈີນ