ໂອກາດ ຖະແຫຼງຂ່າວເພິ່ມເຕີມ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວັນອາທິດ ວັນທີ 11 ເມສາ ປີ 202. ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:
ວັນທີ 10 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 3,763 ຄົນ:
- ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,812 ຄົນ;
- ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 40 ຄົນ;
- ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1,243 ຄົນ;
- ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 668 ຄົນ;
- ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
- ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
- ໄດ້ເກັບຕົວຢ່າງທຸກໆຄົນມາກວດຊອກຫາ COVID-19;
- ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.
ການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ ທີ່ກຳນົດໄວ້ ໃນຂອບເຂດທົ່ວປະເທດ
- ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 42 ສູນ, ຜູ້ທີ່ຍັງສືບຕໍ່ຈຳກັດບໍລິເວນມີ 4,354 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
- ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
- ໃນວັນທີ 10 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,607 ຄົນ;
- ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ:
- ກໍລະນີຢັ້ງຢືນທີ 50:
– ເພດຊາຍ, ອາຍຸ 41 ປີ, ສັນຊາດ: ໄທ, ອາຊີບ: ນັກທຸລະກິດ, ປະຈຸບັນຜູ້ກ່ຽວໄດ້ອາໄສຢູ່ ສປປ ລາວ ນັບແຕ່ ເດືອນກຸມພາ ປີ 2020 ຢູ່ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ;
– ໃນໄລຍະ 1 ອາທິດກ່ອນໜ້ານີ້ ຜູ້ກ່ຽວ ມີປະຫວັດສຳຜັດກັບຄົນທີ່ເດີນທາງມາຈາກປະເທດໄທ ທີ່ລັກລອບເຂົ້າມາ ສປປ ລາວ ບໍ່ຖືກລະບຽບ;
– ວັນທີ 8 ເມສາ 2021 ຜູ້ກ່ຽວຮູ້ສຶກໄຂ້, ໄອ, ປວດຕາມຕົນໂຕ ແລະ ເຈັບຄໍ;
– ວັນທີ 10 ເມສາ 2021 ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ພົບເຊື້ອ COVID-19. ປະຈຸບັນ ຜູ້ກ່ຽວໄດ້ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ;
- ກະຊວງສາທາລະນະສຸກ ໄດ້ສົ່ງທີມງານລົງສອບສວນ ແລະ ເກັບກຳປະຫວັດການເດີນທາງຂອງຜູ້ກ່ຽວ;
- ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 10 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ກຳລັງລໍຖ້າຜົນກວດ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່
ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.
- ກໍລະນີຢັ້ງຢືນທີ 51:
– ເພດຊາຍ, ອາຍຸ 41 ປີ, ສັນຊາດ: ລາວ, ອາຊີບ: ພະນັກງານ, ກ່ອນເດີນທາງກັບມາ ສປປ ລາວ ຜູ້ກ່ຽວໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ໃນວັນທີ 06 ເມສາ 2021 ແລະ ບໍ່ພົບເຊື້ອ (ກວດຢູ່ປະເທດມົງໂກນ);
– ໃນວັນທີ 7 ເມສາ 2021 ຜູ້ກ່ຽວໄດ້ເດີນທາງຈາກປະເທດມົງໂກນ ຫາສະ
ໜາມບິນອິນຊອນ, ປະເທດເກົາຫຼີໃຕ້ ແລະ ມາຮອດສະໜາມບິນສາກົນວັດໄຕ, ສປປ ລາວ ໃນວັນທີ 9 ເມສາ 2021. ວັນທີ 10 ເມສາ ຜົນກວດວິເຄາະຢັ້ງຢືນວ່າ ພົບເຊື້ອ COVID-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ນອນປິ່ນປົວຢູ່ໂຮງໝໍມິດຕະພາບ;
- ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 31 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບ່ໍພົບເຊື້ອ, ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.
- ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 142,596 ຕົວຢ່າງ, ກວດພົບເຊື້ອສະສົມ 51 ຄົນ.
- ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
- ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 04 ຄົນ (ໃໝ່ 2ຄົນ) ຢູ່ໂຮງໝໍມິດຕະພາບ, ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ;