ໃນວັນທີ 16 ກຸມພາ 2021 ສະຫະພັນກຳມະບານກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ຈັດພິທີິປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວວັນທີ 1 ກຸມພາ 1956 – 1 ກຸມພາ 2021 ຄົບຮອບ 65 ປີ ທີ່ໂຮງຮຽນສິນລະປະແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈໍາພັກກະຊວງຖະແຫລງຂ່າວ,ວັດທະນາທຳ ແລະທ່ອງທ່ຽວ ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ທ່ານ ສົມລຶກ ສຸວັນນະສານ ຄະນະພັກ, ຄະນະບໍລິຫານງານຫົວໜ້າສະຖາບັນພັດທະນາກຳມະບານລາວ ມີສະມາຊິກກຳມະບານອ້ອມຂ້າງກະຊວງຖະແຫລງຂ່າວ,ວັດທະນະທຳ ແລະທ່ອງທ່ຽວເຂົ້າຮ່ວມ. ຈຸດປະສົງການປາຖະກະຖາຄັ້ງນີ້ເພື່ອເຮັດໃຫ້ສະມາຊິກກຳມະບານກະຊວງຖະແຫລງຂ່າວ,ວັດທະນາທຳ ແລະທ່ອງທ່ຽວ ເຫັນໄດ້ມູນເຊື້ອ, ການເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວແຕ່ລະໄລຍະ ກໍຄືພາລະບົດບາດ, ໜ້າທີ່ຂອງສະຫະພັນກຳມະບານລາວ ແນໃສ່ເສີມຂະຫຍາຍບັນດາຜົນງານທີ່ຍາດມາໄດ້ນັ້ນໃຫ້ໄດ້ຮັບຜົນສຳເລັດໃໝ່ ແລະໃຫ່ຍຫລວງກວ່າເກົ່າ.
Loading...