ໃນຕອນເຊົ້າຂອງ ວັນທີ 21 ກັນຍາ 2021 ຢູ່ ສຳນັກງານໃຫຍ່ອົງການ ສປຊ, ທີ່ນະຄອນ ນິວຢອກ, ໄດ້ມີພິທີເປີດພາກອະພິປາຍທົ່ວໄປ ຂອງກອງປະຊຸມສະ ມັດຊາໃຫຍ່ ສປຊ ສະໄໝທີ 76, ເຊິ່ງຈະເລີ່ມແຕ່ວັນທີ 21 ຫາ 27 ກັນຍາ 2021 ໂດຍການເປັນປະທານຂອງ ທ່ານ Abdulla Shahid (ມາວດີບ), ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ພາຍໃຕ້ຄຳຂວັນ: ການສ້າງຄວາມສາມາດເພື່ອຜ່ານຜ່າອຸປະສັກ ໂດຍຜ່ານຄວາມຫວັງ-ເພື່ອຟື້ນຕົວຄືນຈາກພະຍາດໂຄວິດ-19, ການກໍ່ສ້າງຄືນໃໝ່ຢ່າງຍືນຍົງ, ຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໂລກ, ເຄົາລົບສິດທິຂອງປະຊາຊົນ, ແລະ ປັບປຸງອົງການ ສປຊ (Building resilience through hope – to recover from COVID-19, rebuild sustainably, respond to the needs of the planet, respect the rights of people, and revitalize the United Nations). ໃນໂອກາດດັ່ງກ່າວ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ກ່າວວ່າ: ພວກເຮົາກຳລັງກ້າວເຂົ້າສູ່ສະຖານະການທີ່ເປັນອັນຕະລາຍ ແລະ ໄດ້ເຕືອນໃຫ້ໂລກຈົ່ງຕຶ່ນຂື້ນຈາກສະພາບພວມກ້າວໄປສູ່ເສັ້ນທາງທີ່ຜິດພາດ; ມີຄວາມແບ່ງແຍກເກີດຂຶ້ນແບບບໍ່ເຄີຍມີມາກ່ອນ; ໂລກເຮົາໄດ້ປະເຊີນກັບຄວາມຖົດຖອຍອັນຫນັກຫນ່ວງທີ່ສຸດ; ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ ບວກກັບ ພະຍາດໂຄວິດ ຍິ່ງເຮັດໃຫ້ເກີດຄວາມບໍ່ເທົ່າທຽມກັນ. ນອກນັ້ນ, ພະຍາດໃໝ່ກຳລັງລະບາດໃນໂລກປັດຈຸບັນ ແມ່ນການຂາດຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ເຊິ່ງກໍ່ໃຫ້ເກີດຄວາມແຕກແຍກໃນຂອບຮ່ວມມືຫລາຍຝ່າຍ, ລວມທັງ ການແກ້ໄຂບັນຫາສິ່ງທ້າທາຍຮ່ວມກັນ. ທ່ານ Abdulla Shahid, ປະທານສະມັດຊາໃຫຍ່ ສປຊ ໄດ້ຢໍ້າຕື່ມວ່າ: ໂຄວິດ-19 ຍັງສືບຕໍ່ເປັນໄພຂົ່ມຂູ່, ເຖິງມີການພັດທະນາວັກຊີນ ໂດຍໄວ, ແຕ່ຍັງຂາດຄວາມໝາຍໝັ້ນທາງການເມືອງທີ່ເປັນເອກະພາບກັນ ໃນການແກ້ໄຂບັນຫາຮ່ວມກັນ. ພ້ອມດຽວກັນນີ້, ການປ່ຽນແປງຂອງສະພາບດິນຟ້າອາກາດ ແມ່ນວິກິດການໃຫມ່; ຕົນເອງຈະສືບຕໍ່ໃຫ້ຄວາມສຳຄັນຕໍ່ວຽກງານການປະຕິຮູບອົງການ ສປຊ ເປັນວຽກງານບູລິມະສິດ ຂອງສະມັດຊາໃຫຍ່, ລວມທັງ ການພົວພັນກັບບັນດາອົງການຈັດຕັ້ງຕ່າງໆ ໂດຍສະເພາະການຍົກສູງບົດບາດ ແລະ ຄວາມສຳຄັນຂອງຊາວໝຸ່ມ.
ໃນການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ເປັນຄັ້ງທໍາອິດ, ທ່ານ ປະທານາທິບໍດີ Joseph Biden ໄດ້ກ່າວວ່າ: ສ. ອາເມລິກາ ຈະສືບຕໍ່ຮ່ວມມືກັບອົງການ ສປຊ ເພື່ອຮັບມືກັບການແຜ່ລະບາດຂອງໂຄວິດ-19 ແລະ ການປ່ຽນແປງດິນຟ້າອາກາດ. ສະພາບປັດຈຸບັນ ຮຽກຮ້ອງໃຫ້ມີການປັບປຸງລະບຽບການຂອງສາກົນ ຕໍ່ກັບບາງບັນຫາທີ່ສຳຄັນເຊັ່ນ: ດ້ານການຄ້າ, ໄຊເບີ້ ແລະ ເຕັກໂນໂລຊີ ແລະ ການຕ້ານການກໍ່ການຮ້າຍ. ສ. ອາເມລິກາ ຈະສືບຕໍ່ຮ່ວມມືກັບບັນດາພັນທະມິດ ແລະ ຄູ່ຮ່ວມ ລວມທັງ ອົງການ ສປຊ ໃນການຮ່ວມກັນແກ້ໄຂບັນດາສິ່ງທ້າທາຍໃນໂລກ ເປັນຕົ້ນແມ່ນການຮ່ວມມືຄືນໃໝ່ກັບ ອົງການອະນາໄມໂລກ ແລະ ການເຂົ້າຮ່ວມໃນ ສັນຍາ ປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ໂດຍມີເປົ້າຫມາຍລະດົມທຶນໃຫ້ໄດ້ຕາມເປົ້າຫມາຍ ເພື່ອສະ ຫນັບສະຫນູນຄວາມພະຍາຍາມຂອງປະເທດກໍາລັງພັດທະນາ. ອາເມລິກາ ໄດ້ປະກອບສ່ວນ 15 ຕື້ ໂດລາ ເຂົ້າໃນການຮັບມືກັບພະຍາດໂຄວິດ-19 ໂດຍຜ່ານຂອບການຮ່ວມມືຫລາຍຝ່າຍ, ໄດ້ຈັດສົ່ງວັກຊີນ ຈຳນວນ 160 ລ້ານໂດສ໌ ໃຫ້ແກ່ບັນດາປະເທດໃນໂລກ ແລະ ມີແຜນຈະຈັດກອງປະຊຸມສຸດຍອດໂຄວິດ-19 ໃນວັນທີ 22 ກັນຍາ 2021 ນີ້ ແລະ ໃນນັ້ນ ຈະມີການປະກາດການປະກອບສ່ວນເພີ່ມເຕີມ. ທ່ານ ປະທານປະເທດ Xi Jingping ໄດ້ກ່າວຜ່ານການບັນທຶກວິດີໂອ ໂດຍຢໍ້າຄືນຈະສືບຕໍ່ເສີມຂະຫຍາຍການຮ່ວມມື ກັບອົງການ ສປຊ ໃຫ້ມີບາດກ້າວ ແລະ ທ່ວງທ່າອັນໃໝ່ ພ້ອມທັງສາມາດປະກອບສ່ວນອັນສຳຄັນ ໃນວຽກງານຂອງອົງການ ສປຊ. ທ່ານຍັງໄດ້ກ່າວຕື່ມວ່າ ໂລກໄດ້ກ້າວເຂົ້າສູ່ໄລຍະແຫ່ງຄວາມສັບສົນວຸ້ນວາຍ ແລະ ການປ່ຽນແປງຮູບແບບໃໝ່ ເຊິ່ງ ປະຊາຄົມໂລກຕ້ອງຮ່ວມກັນຮັບມືກັບພະຍາດໂຄວິດ-19, ເຊິ່ງໃນຄວາມພະຍາຍາມດັ່ງກ່າວ ຈີນ ຈະສືບຕໍ່ປະກອບສ່ວນສະຫນອງວັກຊີນ ໃຫ້ບັນດາປະເທດໃນທົ່ວໂລກ ໃຫ້ໄດ້ 2 ພັນລ້ານໂດສ໌ (2 billion doses) ພາຍໃນທ້າຍປີນີ້. ຈີນຈະສືບຕໍ່ໃຫ້ຄວາມສໍາຄັນ ແລະ ປະກອບສ່ວນໃນການແກ້ໄຂຄວາມທຸກຍາກ, ການປະຕິຮູບເສດຖະກິດບໍ່ກະທົບຕໍ່ສິ່ງແວດລ້ອມ ແລະ ມີຄວາມສົມດູນກວ່າເກົ່າໃນໂລກ, ເອົາໃຈໃສ່ ເສີມຂະຫຍາຍຄວາມສາມັກຄີ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ ແລະ ການດຳເນີນການພົວພັນສາກົນ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີຫມາກຜົນຢ່າງແທ້ຈິງ. ສ່ວນປະທານາທິບໍດີ ສ. ເກົາຫລີ, ທ່ານ Moon Jae-in ໄດ້ຮຽກຮ້ອງໃຫ້ມີການຊ່ວຍເຫຼືອ ແລະ ເຮັດວຽກຮ່ວມກັນຫລາຍຂຶ້ນລະຫວ່າງບັນດາປະຊາຊາດໃນໂລກ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ ເຊິ່ງຮຽກຮ້ອງໃຫ້ເພີ້ມທະວີບົດບາດຂອງອົງການ ສປຊ ໃຫ້ສູງຂຶ້ນກ່ວາເກົ່າ ເພື່ອສະຫນັບສະຫນູນ ໃຫ້ແກ່ການຮ່ວມມືແບບຫລາຍຝ່າຍ ແລະ ມີຜົນປະໂຫຍດຮ່ວມກັນ. ວຽກງານທີ່ມີຄວາມຮີບດ່ວນທີ່ສຸດສຳລັບປະຊາຄົມໂລກ ແມ່ນການສະໜອງການຊ່ວຍເຫລືອ ໃຫ້ປະຊາຊົນ ພົ້ນຈາກວິກິດການໂຄວິດ-19 ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງທຶນຈໍານວນ 200 ລ້ານໂດລາ ສະຫະລັດ ໃຫ້ກັບ COVAX ໃນຖານະເປັນສູນກາງຂອງການສະຫນອງວັກຊີນ. ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແມ່ນບັນຫາຮີບດ່ວນ ຂອງປະຊາຄົມໂລກ. ສ. ເກົາຫລີ ຈະເພີ້ມການຊ່ວຍ ເຫລືອໂດຍຜ່ານກອງທຶນ Green New Deal ເພື່ອສະໜັບສະໜູນການເຕີບໂຕສີຂຽວ ແກ່ປະເທດກໍາລັງພັດທະນາ ໃນການຮັບມືກັບວິກິດການປ່ຽນແປງຂອງສະພາບດິນຟ້າອາກາດ ພ້ອມທັງສະເໜີເປັນເຈົ້າພາບຈັດກອງປະຊຸມ COP28 ໃນປີ 2023. ສ. ເກົາຫລີ ໄດ້ໃຫ້ຄວາມສໍາຄັນ ໃນການຂະບວນການສ້າງສັນຕິພາບຢູ່ແຫຼມເກົາຫລີ ໂດຍໄດ້ຮັບການສະໜັບສະໜູນຈາກວົງຄະນາຍາດສາກົນ, ຮຽກຮ້ອງໃຫ້ມີການກັບຄືນສູ່ການເຈລະຈາ ລະຫວ່າງ ທຸກຝ່າຍທີ່ກ່ຽວຂ້ອງ.
ໃນມື້ທຳອິດຂອງກອງປະຊຸມ ໄດ້ມີບັນດາຜູ້ນໍາຂັ້ນປະມຸກລັດຂອງ 34 ປະເທດ ຜັດປ່ຽນກັນ ຂຶ້ນກ່າວບົດປາໄສ ໃນຮູບແບບມາຮ່ວມດ້ວຍຕົນເອງ ແລະ ຜ່ານການບັນທຶກວິດີໂອ ອັນເນື່ອງຈາກບໍ່ສາມາດເດີນທາງມາຮ່ວມໄດ້ຍ້ອນສະພາບການແຜ່ລະບາດຂອງໂຄວິດ-19. ບັນດາຜູ້ນໍາ ໄດ້ສະແດງທັດສະນະຂອງຕົນ ຕໍ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນຕໍ່ກັບການລະບາດຂອງໂຄວິດ-19, ບັນຫາຄວາມບໍ່ສະຫງົບ, ບັນຫາການຂວໍ້າບາດຝ່າຍດຽວ, ການແກ້ໄຂຄວາມທຸກຍາກ, ການຈໍາແນກເຊື້ອຊາດ-ຜິວພັນ, ຄວາມສະເໝີພາບຍິງ-ຊາຍ, ການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ, ບັນຫາອາວຸດນິວເຄຼຍ, ການແກ້ໄຂບັນຫາຊາວອົບພະຍົບ ແລະ ການຍົກຍ້າຍຖິ່ນຖານ, ການຕ້ານການກໍ່ການຮ້າຍ, ການປ່ຽນແປງດິນຟ້າອາກາດ, ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ການສົ່ງເສີມຂອບການຮ່ວມມືຫຼາຍຝ່າຍ, ການປະຕິຮູບ ແລະ ປັບປຸງອົງການ ສປຊ ໃຫ້ສອດຄ່ອງກັບສະພາບການໃຫມ່. ໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ສປຊ ໃນປີນີ້, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກ່າວບົດປາໄສ ໂດຍຜ່ານການບັນທຶກວີດີໂອ ໃນພາກເຊົ້າຂອງວັນທີ 25 ກັນຍາ 2021 ຕາມເວລາ ທີ່ ນະຄອນນີວຢອກ.
