ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ຕຸລາ 2022 ທີ່ສໍານັກງານນາຍົກລັດຖະ ມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກ ລັດຖະ ມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2022 ຈະໄດ້ດຳເນີນເປັນເວລາ 1 ວັນເຄິ່ງ ເຊິ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ 6 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ຄື:
1. ສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2022 ຂອງລັດຖະບານ.
2. ລາຍງານຫຍໍ້ຜົນການຢ້ຽມຢາມຂອງຄະນະທ່ານ ນາຍົກລັດຖະມົນຕີ ຢູ່ ສ. ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022; ຜົນການຕ້ອນຮັບທ່ານນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ແລະ ທິດຜັນຂະຫຍາຍ; ລາຍງານການກະກຽມວາງສິລາເລິກ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ).
3. ບົດລາຍງານຂອງລັດຖະບານ ທີ່ຈະສະເໜີລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.
4. ຮ່າງດໍາລັດ ວ່າດ້ວຍທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ.
5. ຮ່າງແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ (ສະບັບປັບປຸງ).
6. ຮ່າງຍຸດທະສາດແຫ່ງຊາດ ເພື່ອການພັດທະນາວຽກງານຊົນເຜົ່າ ປີ 2021-2030 ແລະ ວິໄສທັດຮອດ 2035.
ກອງປະຊຸມລັດຖະບານ ສະໄໝສາມັນ ຄັ້ງນີ້ ດໍາເນີນໃນທ່າມກາງບັນຍາກາດ ທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ ສປປ ລາວ ເຮົາ ຫຼາຍສົມຄວນ ແຕ່ລັດຖະບານ ກໍ່ຍັງສາມາດຮັກສາສະຖຽນລະພາບໄດ້. ດັ່ງນັ້ນ, ສິ່ງທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນທີ່ສຸດໃນໄລຍະນີ້ ລັດຖະບານ ຈະໄດ້ສືບຕໍ່ສຸມກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອປະຕິບັດແຜນດຳເນີນງານຂອງລັດຖະ ບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະ ເລັ່ງຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຕາມຫຼັກວິທະຍາສາດ ຢ່າງມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຜົນສໍາເລັດສູງ ແລະ ບັນລຸຕາມຄາດໝາຍ ທີ່ໄດ້ກຳນົດໄວ້.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ


