ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນສະໄໝສາມັນເທື່ອທີ 4 ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 12 ກຸມພາ 2023 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ , ປະທານສະພາປະຊາ ຊົນແຂວງພ້ອມດ້ວຍຄະນະ , ກອງປະຊຸມໃນຄັ້ງນີ້ຍັງໄດ້ເປັນກຽດຕ້ອນຮັບການເຂົ້າຮ່ວມຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ , ຮອງປະທານສະພາແຫ່ງຊາດທັງເປັນສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ , ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ , ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ , ສະມາ ຊິກ ສສຊ , ສສຂ ປະຈໍາເຂດເລືອຕັ້ງ , ຕາງໜ້າໃຫ້ແກ່ພະແນກການ , ອົງການຈັດຕັ້ງມະຫາຊົນ , ຕາງໜ້າພະນັກງານອາວຸໂສບໍານານ , ຕາງໜ້າກໍາລັງ ປກຊ -ປກສ , ຕະຫຼອດເຖິງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .
ສໍາລັບການດໍາເນີນກອງປະຊຸມໃນມື້ທີ 01 ເຊິ່ງກົງກັບວັນທີ 12 ກຸມພາ 2023 ໂດຍວາລະທີ 01 ເລີ້ມຈາກພາກເຊົ້າແມ່ນໄດ້ມີການພິຈາລະນາ ແລະ ຮັບຟັງການ ລາຍງານການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງອົງການປົກຄອງແຂວງຄໍາມ່ວນໂດຍສະເພາະແມ່ນຮັບຟັງລາຍງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນປະຈໍາປີ 2022 ແລະ ທິດທາງແຜນ ການປະຈໍາປີ 2023 ຂອງອົງການປົກຄອງແຂວງສະເໜີໂດຍທ່ານ ວັນໄຊ ພອງສະ ຫວັນເຈົ້າແຂວງຄໍາມ່ວນ , ຮັບຟັງການ ລາຍງານການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ – ສັງຄົມປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງແຂວງສະເໜີໂດຍທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນ ການ-ການລົງທຶນແຂວງ ,ຮັບຟັງລາຍງານບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2021 , ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງແຂວງສະ ເໜີໂດຍທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະ ແນກການເງິນແຂວງ .
ນອກຈາກນັ້ນຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຍັງໄດ້ປະກອບຄໍາຄິດເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ,ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2021 , ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງແຂວງ . ພ້ອມກັນນັ້ນຍັງໄດ້ຮັບຟັງການປະກອບຄໍາຄິດເຫັນຂອງສະມາຊິກສະພາປະຊາຊົນແຂວງຕໍ່ບົດລາຍງານຂອງອົງ ການປົກຄອງແຂວງ . ເຊິ່ງໃນນັ້ນສະ ມາຊິກ ສສຂ ປະຈໍາເຂດເລືອກຕັ້ງຂອງແຕ່ ລະເມືອງກໍ່ໄດ້ມີຄໍາເຫັນເຈາະຈິ້ມຕໍ່ບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ . ພ້ອມທັງຮັບຟັງການຊີ້ແຈງຂອງອົງການປົກຄອງແຂວງຕໍ່ຄໍາຊັກຖາມຂອງສະມາຊິກສະພາປະຊາຊົນແຂວງທີ່ຕິດພັນກັບພະແນກການທີ່ກ່ຽວຂ້ອງກໍ່ຄືບົດລາຍງານຂອງອົງການປົກຄອງແຂວງ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢູ່ພາຍໃນແຂວງ