ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ສິງຫານີ້ ແລະ ຈະດໍາເນີນໄປຮອດວັນທີ 10 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດຫລັງໃໝ່, ນະຄອນຫລວງວຽງຈັນ.
ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
2. ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
3. ການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ ຄື:
– ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ
– ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ
– ກົດໝາຍວ່າດ້ວຍອາກອນລາຍໄດ້
– ກົດໝາຍວ່າດ້ວຍອາກອນຊົມໃຊ້
– ກົດໝາຍວ່າດ້ວຍຢາເສບຕິດ
ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດຮຸນແຮງ ຫລື ໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ.
ນອກຈາກນີ້ ໃນໂອກາດດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີIX ນີ້ ສະພາແຫ່ງຊາດຈະຈັດພິທີມອບ-ຮັບຫໍສະພາແຫ່ງຊາດຫລັງໃໝ່ຢ່າງເປັນທາງການ.
ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວໄປ ສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມໂດຍຜ່ານ:
• ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX.
• ອີເມວ: nalao.156@gmail.com
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ອະພິນຍາ ສຸລິຍະວົງ
May be an image of indoor
Loading...