ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະໄໝສາມັນຂອງລັດ ຖະບານ ປະຈຳເດືອນກັນຍາ 2023 ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 28 ກັນຍາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກ ລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະ ຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2023.
ກອງປະຊຸມຄັ້ງນີ້ ແມ່ນໄຂຂຶ້ນໃນທ່າມ ກາງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບ ຊ້ອນ ແລະ ພວມປະເຊີນໜ້າກັບຫຼາຍວິກິດ ການ ເປັນຕົ້ນ ບັນຫາຂໍ້ຂັດແຍ່ງ ທາງດ້ານເສດຖະກິດ, ການເມືອງ, ການຕ່າງ ປະ ເທດ, ການທະຫານ, ການຄ້າ, ເຕັກໂນໂລຊີ ແລະ ເກີດມີການປ່ຽນແປງທາງດ້ານການພົວພັນສາກົນ, ທາງດ້ານພູມມີລັດ ຖະສາດ ໄປເຖິງການເກີດການພົວພັນແບບຫຼາຍຂົ້ວ, ຫຼາຍກຸ່ມການເມືອງ, ການທະຫານ ແລະ ເສດຖະກິດ ເຮັດໃຫ້ສະພາບການໂດຍລວມ ຍັງມີການຜັນແປຢ່າງຄາດເດົາໄດ້ຍາກ ລວມທັງ ບັນຫາໄພພິບັດທາງທຳມະຊາດຕ່າງໆ, ເຊິ່ງທັງ ໝົດນັ້ນ ກໍເປັນສາເຫດປັດໄຈທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການລົງທຶນ, ການຄ້າ ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນຫຼາຍປະເທດສູງຂຶ້ນໃນຮອບຫຼາຍປີ, ທັງສົ່ງຜົນກະທົບຊ້ຳເຕີມຢ່າງຊັດເຈນ ຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າ ຢູ່ຫຼາຍປະເທດໃນໂລກ. ສໍາລັບຢູ່ປະເທດເຮົາ ກໍ່ໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ ຢ່າງຕໍ່ ເນື່ອງ ໂດຍສະເພາະ ບັນຫາລາຄານ້ຳມັນໂລກ ທີ່ປັບສູງຂຶ້ນໄວ ບວກກັບ ຄວາມຕ້ອງການນຳໃຊ້ເງິນຕາຫຼາຍຂຶ້ນ ຈຶ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ລາຄາສິນຄ້າ ມີການເໜັງຕີງແຮງ. ຕໍ່ກັບສະພາບການດັ່ງກ່າວ, ລັດຖະບານ ກໍ່ຄືຄະນະສະເພາະກິດ 19/ກມສພ ກໍໄດ້ວາງມາດຕະການຕ່າງໆ ເພື່ອແກ້ໄຂ ແລະ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໄປຄຽງຄູ່ກັບສຸມໃສ່ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ຢູ່ບັນດາແຂວງທົ່ວປະເທດ ເພື່ອຮັບຮູ້, ເຂົ້າໃຈ ແລະ ປະຕິບັດຢ່າງເປັນເອກະ ພາບ. ຜ່ານການຈັດ ຕັ້ງປະຕິບັດຕົວຈິງ ເຫັນວ່າ ສາມາດເຮັດໃຫ້ອັດຕາເງິນເຟີ້ຖ້າທຽບໃສ່ຕົ້ນປີ ແມ່ນຫຼຸດລົງມາຕາມລຳດັບ, ໃນໄລຍະນີ້ ທຸກພາກສ່ວນກ່ຽວຂ້ອງ ຕ້ອງໄດ້ສືບຕໍ່ສຸມທຸກສະຕິປັນຍາ, ນຳໃຊ້ກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ແລະ ຍົກສູງຄວາມຕັດສິນໃຈທາງການເມືອງ ທີ່ເປັນເອກະພາບກັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໃຫ້ຜ່ອນຄາຍລົງ ແລະ ເພື່ອເປົ້າໝາຍປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.
ກອງປະຊຸມລັດຖະບານຄັ້ງນີ້ ຈະດໍາເນີນໃນລະຫວ່າງວັນທີ 28-29 ກັນຍາ 2023 ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 09 ຫົວຂໍ້ ດັ່ງນີ້:
1. ລາຍງານກ່ຽວກັບບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດ ທາງແຜນການ ປະຈຳເດືອນຕຸລາ 2023 ຂອງລັດຖະບານ, ໃນນັ້ນ ລວມມີການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານສໍາຄັນ ຄື:ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ; ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງ ແຜນຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການປະຕິຮູບລັດວິສາຫະກິດ ສະບັບເລກທີ 10/ລບ, ລົງວັນທີ 15 ຕຸລາ 2021; ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເປັນທັນສະໄໝ ໃນໄລຍະ 5 ປີ (2021-2025) ສະບັບເລກທີ 09/ລບ, ລົງວັນທີ 08 ຕຸລາ 2021; ແລະ ລາຍງານ ຜົນກອງປະຊຸມ ການກະກຽມປີທ່ອງ ທ່ຽວລາວ ປີ 2024.
2. ລາຍງານກ່ຽວກັບການເຊົ່າ ແລະ ສຳປະທານຊັບສິນຂອງລັດ ຕາມແຈ້ງການ ສະບັບເລກທີ 1427/ຫສນຍ, ລົງວັນທີ 01 ສິງຫາ 2023.
3. ຮ່າງແຜນແມ່ບົດ ລະບົບພະຍາກອນ ແລະ ແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າແຫ່ງຊາດ.
4. ຮ່າງບົດລາຍແຫ່ງຊາດ ປະຈຳໄລຍະທີ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ.
5. ຮ່າງດຳລັດ ວ່າດ້ວຍພາລະກອນ.
6. ຮ່າງດຳລັດ ວ່າດ້ວຍການຫັນຫົວໜ່ວຍບໍລິຫານວິຊາການ ເປັນເຈົ້າຕົນເອງ.
7. ຮ່າງຍຸດທະສາດແຫ່ງຊາດ ວຽກການບໍລິການຜ່ານກົນໄກປະຕູດຽວ ຮອດປີ 2030.
8. ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການບິນພົນລະເຮືອນ.
9. ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງສິນຄ້າສອງດ້ານ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະ ເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະ ບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.