ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຫລວງພະບາງ ຊຸດທີ II ໃນວັນທີ່ 25 ມັງກອນ 2022, ທີ່ຫ້ອງປະ ຊຸມໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະ ຊາຊົນແຂວງ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍສະມາຊິກສະພາແຫ່ງ ຊາດປະຈຳເຂດເລືອກຕັ້ງ, ສະມາ ຊິກສະພາປະຊາຊົນແຂວງ ແລະຜູ້ຕາງໜ້າພະແນກການ-ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ. ທ່ານ ວົງສະຫວັນ ເທບພະຈັນ ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະດຳເນີນການເລືອກຕັ້ງສະມາ ຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນານ ປ່ຽນແທນ ທ່ານ ທອນ ສີອຳພອນ ສະມາຊິກສະພາປະຊາຊົນແຂວງ ທີ່ເສຍຊີວິດ, ຈາກນັ້ນ ຈະໄດ້ຮັບຟັງ ແລະພິຈາລະນາ-ຮັບຮອງ ບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງ ຄົມ ແລະແຜນງົບປະມານ ຂອງອົງການປົກຄອງແຂວງປະຈໍາປີ 2021 ແລະທິດທາງຈຸດສຸມປີ 2022; ຮັບຟັງ ແລະພິຈາລະນາ- ຮັບຮອງ ບົດລາຍງານຂອງພະ ແນກແຜນການ ແລະ ການລົງທືນແຂວງ ກ່ຽວກັບການຈັດຕັ້ງປະ ຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ຂອງແຂວງປະຈໍາປີ 2021 ແລະທິດທາງຈຸດສຸມປີ 2022; ຮັບຟັງ ແລະພິຈາລະນາ-ຮັບຮອງ ບົດລາຍງານຂອງພະແນກການເງີນແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ຂອງແຂວງປະຈໍາປີ 2021, ທິດທາງແຜນການປີ 2022; ຮັບຟັງ ແລະພິຈາລະນາ-ຮັບຮອງ ບົດລາຍງານຂອງອົງການກວດສອບ ປະຈຳພາກເໜືອ ກ່ຽວກັບການເຄື່ອນໄຫວວຽກງານກວດສອບປະຈໍາປີ 2021, ທິດທາງແຜນ ການປີ 2022 ແລະຜົນການກວດສອບສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ຂອງແຂວງຫຼວງພະບາງປະຈໍາປີ 2020 ແລະເອກະສານລາຍງານການເງີນ ຂອງລັດວິສາຫະກິດນ້ຳປະປາແຂວງ ປະຈໍາປີ 2020; ຮັບຟັງ ແລະພິຈາລະນາ-ຮັບຮອງ ເອົາການສະເໜີສ້າງຂໍ້ຕົກລົງ ວ່າດ້ວຍການກໍານົດລາຄາ ຫົວໜ່ວຍທົດແທນຄ່າເສຍຫາຍ ໃຫ້ຜູ້ທີ່ໄດ້ຮັຜົນກະທົບ ຈາກການກໍ່ສ້າງຄຸ້ມຄອງຄວາມສ່ຽງ ໄພພິບັດນໍ້າຖ້ວມຢູ່ເທດສະບານນະຄອນ ຫຼວງພະບາງ ຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ຮັບຟັງ ແລະພິຈາລະນາ-ຮັບຮອງ ເອົາການສະເໜີສ້າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການປູກຫຍ້າລ້ຽງ ສັດ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ; ຮັບຟັງ ແລະພິຈາລະນາ-ຮັບຮອງ ເອົາການສະເໜີສ້າງຂໍ້ຕົກລົງ ວ່າດ້ວຍການສ້າງເຂດ ແລະກໍານົດລາຄາປະເມີນທີ່ດິນຢູ່ 8 ເມືອງ ຂອງພະແນກຊັບພະຍາກອນທຳມະ ຊາດ ແລະ ສີ່ງແວດລ້ອມແຂວງ; ຮັບຟັງ ແລະພິຈາລະນາ-ຮັບຮອງ ເອົາການສະເໜີສ້າງຂໍ້ຕົກລົງ ວ່າດ້ວຍການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ຂອງພະແນກຊັບ ພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ; ຮັບຟັງບົດລາຍງານ ຂອງຄະນະສະເພາະກິດຂັ້ນແຂວງກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການປ້ອງກັນຄວບຄຸມ, ແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ປີ 2021, ທິດທາງປີ 2022 ແລະແຜນການຮັບມື ກັບການເປີດການທ່ອງ ທ່ຽວສີຂຽວ ຢູ່ແຂວງຫຼວງພະບາງ; ຮັບຟັງບົດລາຍງານ ຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ກ່ຽວກັບແຜນ ການກະກຽມການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ຮັບຟັງ ແລະພິຈາລະນາ-ຮັບຮອງ ບົດລາຍງານຂອງອົງການໄອຍາການປະຊາຊົນແຂວງ ແລະສານປະຊາ ຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະທິດທາງຈຸດສຸມ ປະຈຳປີ 2022; ຮັບຟັງ ແລະພິຈາລະ ນາ- ຮັບຮອງ ເອົາບົດລາຍງານ ຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິ ບັດ ແຜນການເຄື່ອນໄຫວວຽກ ງານປີ 2021, ທິດທາງແຜນການປີ 2022 ຂອງສະພາປະຊາຊົນແຂວງຫຼວງພະບາງ; ພ້ອມນີ້ ຈະມີການປະກອບຄໍາເຫັນຈາກຫຼາຍພາກສ່ວນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ຕື່ມອີກ. ພາຍຫຼັງປະທານສະພາປະຊາຊົນແຂວງ ກ່າວໄຂກອງປະຊຸມຢ່າງເປັນທາງການ ທ່ານເຈົ້າແຂວງຫຼວງພະບາງ ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ ແລະແຜນງົບປະມານ ຂອງອົງການປົກຄອງແຂວງປະຈໍາປີ 2021 ແລະທິດທາງຈຸດສຸມປີ 2022 ໂດຍຍົກໃຫ້ເຫັນຜົນສໍາເລັດວຽກງານຫຼາຍດ້ານ ລວມທັງບາງບັນຫາທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ. ສຳລັບ ກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຫຼວງພະບາງຊຸດທີ II ຈະດຳເນີນໄປຈົນເຖີງ ວັນທີ່ 27 ມັງກອນ ນີ້ຈື່ງຈະສຳເລັດ ເຊີ່ງໄລຍະດໍາເນີນກອງປະຊຸມນີ້, ຄະ ນະຮັບຜິດຊອບກອງປະຊຸມ ໄດ້ຈັດຕັ້ງໝ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄໍາເຫັນ ແລະຄໍາສະເໜີໂດຍກົງ ຈາກຜູ້ມີສິດເລືອກຕັ້ງຊຶ່ງບັນດາທ່ານສາມາດສົ່ງຄໍາຄິດ, ຄໍາເຫັນ ແລະຄໍາສະເໜີ ອັນເປັນປະ ໂຫຍດໄປຍັງກອງປະຊຸມ ໄດ້ໃນໝາຍເລກ 156 ໂດຍບໍ່ເສຍຄ່າໂທ.
ຂ່າວ-ພາບ: ອຸ່ນເຮືອນ ສີລັດຕະນະ
Loading...