ກອງປະຊຸມສຸດຍອດສື່ມວນຊົນອາຊີ ຄັ້ງທີ 18 ໄຂຂຶ້ນໃນຕອນເຊົ້າວັນທີ 23 ພຶດສະພາ 2023 ນີ້, ພາຍຫລັງມີກອງປະຊຸມກະກຽມໃຫ້ແກ່ກອງປະຊຸມດັ່ງກ່າວມາເປັນເວລາ 2 ວັນ ທີ່ໂຮງແຮມ Grand Hyatt Bali, ປະເທດອິນໂດເນເຊຍ ໂດຍແມ່ນສະຖາບັນພັດທະນາການກະ ຈາຍສຽງ ແລະ ພາບແຫ່ງອາຊີ-ປາຊີຟິກ (AIBD) ແລະໂທ ລະພາບ ສາທາລະນະລັດ ອິນໂດເນເຊຍ (TVRI) ຮ່ວມກັນຈັດຂຶ້ນ ໂດຍເລືອກຈັດຂຶ້ນທີ່ບາຫລີ ເຊີ່ງເປັນເກາະທີ່ສວຍ ງາມຂອງອິນໂດເນເຊຍ.
ໃຫ້ກຽດເຂົ້າຮ່ວມ ແລະ ກ່າວໄຂກອງປະຊຸມຄັ້ງນີ້ ແມ່ນ ທ່ານ ມາຣຸຟ ອາມິນ ( Ma’ruf Amin), ຮອງປະທານນາທິບໍດີ ອິນໂດເນເຊຍ, ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖີງຄວາມສໍາຄັນຂອງສື່ມວນຊົນໃນການສົ່ງເສີມສັນຕິພາບ, ການຮ່ວມ ມືເຊີ່ງກັນ ແລະ ກັນ, ການສົ່ງເສີມວັດທະນະທໍາ ແລະ ການພັດທະນາເສດຖະກິດທີ່ຍືນຍົງ. ນອກຈາກນີ້ ຍັງຍົກໃຫ້ເຫັນເຖີງຄວາມສໍາຄັນໃນການປັບຕົວຢ່າງຫລີກຫລ່ຽງບໍ່ໄດ້ຂອງສື່ມວນຊົນໃນຍຸກແຫ່ງດິຈິຕອລທີ່ມີສື່ສັງຄົມອອນລາຍເປັນຕົວຂັບເຄື່ອນທີ່ສໍາຄັນ ແລະ ອື່ນໆ.
ກອງປະຊຸມໃນຄັ້ງນີ້, ມີບັນດາຜູ້ຕາງຫນ້າສື່ມວນຊົນແຕ່ລະລະດັບຈາກບັນດາປະເທດທີ່ເປັນສະມາຊິກ AIBD ແລະ ແຂກຮັບເຊີນຫລາຍກວ່າ 300 ຄົນ ຈາກຫລາຍກວ່າ 40 ປະເທດເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫລາຍຫົວຂໍ້ສໍາຄັນ ເປັນຕົ້ນ: ບົດ ບາດຂອງສື່ໃນການຟື້ນຟູເສດຖະກິດ, ການປັບຕົວຂອງສື່ແບບດັ້ງເດີມໃນຍຸກແຫ່ງດິຈິຕອລ, ການສ້າງສື່ທີ່ຍືນຍົງ, ອະນາຄົດຂອງສື່ ແລະ ອື່ນໆ.
ສໍາລັບກອງປະຊຸມສຸດຍອດສື່ມວນຊົນ ຄັ້ງທີ 18 ພາຍໃຕ້ຫົວຂໍ້: “ ສື່ມວນຊົນ ສົ່ງເສີມເສດຖະກິດທີ່ຍືນຍົງ” ຈະດຳເນີນໄປຮອດວັນທີ 24 ພຶດສະພານີ້ ຈິ່ງສໍາເລັດ.


