ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູ ນິດຈີນ ຄັ້ງທີ 20 ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນຕອນເຊົ້າວັນທີ 16 ຕຸລາ 2022 ທີ່ຫໍສະພາປະຊາຊົນຈີນ ຢູ່ນະຄອນ ຫລວງປັກກິ່ງ ແຫ່ງ ສປ ຈີນ ໂດຍມີ ສະຫາຍ ສີ ຈິ້ງຜິງ ເລ ຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ພ້ອມດ້ວຍສະມາຊິກພັກຫລາຍກວ່າ 2.200 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກກອມມູນິດຈີນຫລາຍກວ່າ 96 ລ້ານຄົນໃນທົ່ວປະເທດ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນຮັບຟັງ ແລະ ພິຈາ ລະນາບົດລາຍງານການເມືອງຂອງຄະນະກຳມະການສູນ ກາງພັກກອມມູນິດຈີນ ຊຸດທີ 19 ທີ່ຍົກໃຫ້ເຫັນຜົນສໍາເລັດ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຂອງພັກກອມມູນິດຈີນ ຊຸດທີ 19 ຕະຫລອດໄລຍະ 5 ປີ ຜ່ານມາ ແລະທິດທາງແຜນການພັດທະນາເສດຖະ ກິດ- ສັງຄົມຂອງຈີນໃນ 5 ປີຕໍ່ຫນ້າ (2023-2027), ພ້ອມນີ້ ຈະພິຈາລະນາບົດລາຍງານວຽກ ງານຂອງຄະນະກຳມະ ການກວດວິໄນສູນກາງພັກກອມ ມູນິດຈີນ ຊຸດທີ 19, ພິຈາ ລະນາ ແລະຮັບຮອງກົດລະບຽບຂອງພັກຄອມມູນິດຈີນ (ສະບັບປັບປຸງ).
ນອກຈາກນີ້ ກອງປະຊຸມ ຈະມີການເລືອກຕັ້ງຄະນະກຳ ມະການສູນກາງພັກກອມມູນິດຈີນ ຊຸດທີ 20 ແລະ ເລືອກຕັ້ງຄະນະກຳມະການກວດວິໄນສູນກາງພັກກອມມູນິດຈີນ ຊຸດທີ 20 ຕື່ມອີກ.
ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ຈະດໍາເນີນໄປຮອດວັນທີ 22 ຕຸລານີ້ ຈິ່ງຈະສໍາເລັດ.
ໂດຍ: ບຸນຕຽງ ຈັນທະວົງ