ກອງປະຊຸມອົງການປົກຄອງແຂວງອຸດົມໄຊ ເປີດກ້ວາງ ປະຈຳໄຕມາດ I ປີ 2023 ໄດ້ໄຂຂື້ນໃນວັນທີ່ 30 ມີນາ 2023 ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ, ມີທ່ານ ຮອງເຈົ້າແຂວງ, ຫົວໜ້າພະແນກການ ສອງກອງບັນຊາການ ທະຫານ ຕ່ຳຫຼວດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດກ່າວເປີດກອງປະຊຸມ ທ່ານບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມອົງການປົກຄອງແຂວງໃນຄັ້ງນີ້ ຄວາມສຳຄັນຫຼາຍ ເພາະວ່າ ເປັນການຕີລາຄາ ໝາກຜົນ ຂອງການເຄື່ອນໄຫວ ນຳພາ-ຊີ້ນຳ ຂອງອົງການປົກຄອງ ແຂວງ ໃນໄລຍະ 3 ເດືອນຕົ້ນປີ ແລະ ພວກເຮົາຍັງຈະໄດ້ພ້ອມກັນ ຮັບຮອງເອົາທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ໂດຍ ສະເພາະ ວຽກຈຸດສຸມໃນເດືອນເມສາ ຕິດພັນກັບການຈັດກິດຈະກໍາຫຼີ້ນບຸນປີໃໝ່ລາວ ພສ 2566 ທີ່ ຈະມາເຖິງນີ້. ພ້ອມນີ້ ທ່ານ ຍັງໄດ້ຂໍຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃຫ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໃນການຄົ້ນຄວ້າ, ວິເຄາະ, ວິໄຈ, ປະກອບຄຳຄິດຄຳເຫັນຊອກໃຫ້ເຫັນບັນຫາ, ສາເຫດ ແລະ ກຳນົດທິດທາງໃນການແກ້ໄຂໃຫ້ ຖືກຕ້ອງ ເພື່ອເຮັດໃຫ້ການເຄື່ອນໄຫວນຳພາ-ຊີ້ນຳຂອງອົງການປົກຄອງແຂວງ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມມີຄວາຍເຂັ້ມງວດ ແລະ ບັນລຸຜົນສຳເລັດທີ່ກຳນົດໄວ້, ນອກຈາກນີ້ກອງປະຊຸມຍັງໄດ້ຮັບຟັງການລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນປະຈຳ 3 ເດືອນຕົ້ນປີ, ແລະ ທິດທາງວຽກຈຸດສຸມປະຈຳເດືອນ 4 ປີ 2023, ຂອງອົງການປົກຄອງແຂວງ, ຮັບການລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ວຍການແກ້ໄຂຄວາມຫຍຸ້ງຢາກທາງດ້ານເສດ ຖະກິດ – ການເງີນ ຕິດພັນກັບການດັດສົມລັດບໍລິຫານບໍລິຫານຢູ່ຂັ້ນເມືອງ, ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ແລະ ການຈັດຕັ້ງປະຕິບັດຂໍ້ຕົກ ລົງວ່າດ້ວຍກອງທືນແກ້ໄຂບັນຫາຢາເສບຕິດ, ການຊຸກຍູ້ສົ່ງເສີມການປູກພຶດສະບຽງອາຫານ ແລະ ຜະລິດພຶດເປັນສີນຄ້າ, ການກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ແລະ ການເປີດປີທ່ອງທ່ຽວລາວປີ 2023-2024, ສະພາບ ການຄຸ້ມຄອງ ແລະ ປະດັບປະດາໂຕເມືອງຕາມທິດ 4 ສ ແລະ ຮັບຟັງການ ລາຍງານຫຍໍ້ ການຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ນັກຮຽນ ແລະ ສະຖານການສຶກສາຢູ່ແຂວງອຸດົມໄຊ, ພ້ອມນີ້ກອງປະຊຸມຍັງໄດ້ເປີດກ້ວາງ ໃຫ້ປະຄວາມຄວາມຄິດເຫັນເຂົ້າໃນວຽກງານຕ່າງໆ ໃຫ້ມີຄວາມສົມບູນ ແລະ ແທດເໝາະກັບສະພາບປະຈຸບັນ.
ຂ່າວ;ພາບ: ແສງອາທິດ
Loading...