ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກະຊວງສຶກສາທິການ ແລະ ກິລາ ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2021-2022 ໃນຕອນເຊົ້າວັນທີ 6 ກັນຍາ 2021 ໂດຍຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານ ຂອງ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ໃນໂອກາດນີ້ ທ່ານ ພຸດ ສິມມາລາວົງ ໄດ້ກ່າວໄຂສົກຮຽນໃໝ່ຢ່າງເປັນທາງການ ວ່າ: ປົກກະຕິການໄຂສົກ ຮຽນໃໝ່ ແມ່ນໄດ້ຖືເອົາວັນທີ 01 ກັນຍາ ຂອງແຕ່ລະປີເປັນມື້ໄຂສົກຮຽນໃໝ່, ສຳລັບປີນີ້ ກະຊວງສຶກສາທິ ການ ແລະ ກິລາ ໂດຍການເຫັນດີຂອງລັດຖະບານ ແລະ ບັນດາພະ ແນກສຶກສາ ທິການ ແລະ ກິລາແຂວງ/ນະຄອນຫຼວງວຽງ ຈັນ ຊຶ່ງໃນນາມຕາງໜ້າໃຫ້ແກ່ຄະນະສະເພາະກິດຂັ້ນທ້ອງ ຖິ່ນນັ້ນໄດ້ກຳນົດເອົາວັນຈັນທີ 06 ກັນຍາ 2021 ເປັນມື້ໄຂສົກຮຽນໃໝ່ ເອກະພາບກັນໃນທົ່ວປະເທດ ເພື່ອຄວາມສອດຄ່ອງກັບສະພາບ ການແຜ່ລະບາດຂອງພະຍາດໂກວິດ-19.
ພ້ອມນີ້ ທ່ານໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນ ແລະ ຜູ້ປົກຄອງຊາບ ດັ່ງນີ້:
1. ການໄຂສົກຮຽນໃໝ່ນີ້ແມ່ນເປັນເອກະພາບກັນທົ່ວປະເທດ ແຕ່ຊັ້ນການສຶກສາກ່ອນໄວຮຽນຈົນຮອດ ການສຶກສາຊັ້ນສູງ ແຕ່ເວລາໃນການເປີດຮຽນຂອງສະຖານການສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນ ແຕກຕ່າງກັນ ຂຶ້ນກັບສະຖານະການ ແລະ ການພິຈາລະນາຂອງຄະນະສະເພາະກິດຕ້ານພະຍາດໂກວິດ 19 ໃນແຕ່ລະແຫ່ງ.
2. ການໄຂສົກຮຽນໃໝ່ປີນີ້ ແມ່ນອະນຸຍາດໃຫ້ເປີດການຮຽນການສອນຢູ່ ໃນໂຮງຮຽນ ສະເພາະແຂວງ, ເມືອງ ແລະ ທ້ອງຖິ່ນ ທີ່ບໍ່ມີການແຜ່ລະບາດຂອງໂຄວິດ-19 ຢູ່ໃນຊຸມຊົນໃນ 14 ວັນຜ່ານມາ ຫຼື ເວົ້າຢ່າງໜຶ່ງວ່າ ຖ້າທ້ອງ ຖິ່ນໃດບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ແມ່ນສາ ມາດເປີດຮຽນໃນໂຮງຮຽນໄດ້. ສຳລັບທ້ອງຖິ່ນໃດທີ່ຍັງມີຄວາມສ່ຽງຫລາຍແມ່ນຈະໄດ້ໂຈະການເປີດຮຽນໄວ້ເສຍກ່ອນ. ຢູ່ໃນສະຖານການສຶກສາ ສາ ມາດຈັດການຮຽນການສອນດ້ວຍຫລາຍຊ່ອງທາງ ເຊັ່ນ: ຮຽນທາງໄກ ຜ່ານຊ່ອງທາງອີເລັກໂຕຣນິກຕ່າງໆ, ໂທລະພາບ, ແອບຄັງປັນຍາລາວ, ຄູ ແລະ ນັກຮຽນພົບເປັນກຸ່ມນ້ອຍ, ໃຫ້ຄູປະສານນໍາພໍ່ແມ່ຜູ້ປົກຄອງຊ່ວຍລູກຮຽນຢູ່ເຮືອນ ຫຼື ຄູ ໄປແນະນຳນັກຮຽນກັບເຮືອນ.
3. ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມນັ້ນ, ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກທ່ານ ຈະຕ້ອງໄດ້ຮັບການສັກວັກແຊງຄົບໂດສ, ສະຖານການສຶກສາຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມ ໂຄວິດ -19 ທີ່ເຂັ້ມງວດ ເຊັ່ນ: ມີການກວດອຸນນະພູມທຸກຄົນທີ່ເຂົ້າມາໃນໂຮງ ຮຽນ, ໃສ່ຜ້າອັດປາກ-ອັດດັງ, ປະຕິບັດມາດຕະການຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ແລະ ໃຊ້ເຈວຂ້າເຊື້ອເປັນປົກກະຕິ ເປັນຕົ້ນ.
4. ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກ ຄອງ ແລະ ນັກຮຽນ-ນັກສຶກສາ ຕ້ອງເພີ່ມທະວີບົດບາດຂອງຕົນເອງໃນການຮັກສາສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ຮັບປະກັນການຮຽນ-ການສອນໃຫ້ຕໍ່ເນື່ອງຜ່ານຊ່ອງທາງຕ່າງໆ. ສະນັ້ນ:
– ຜູ້ບໍລິຫານການສຶກສາ ແລະ ກິລາ ກໍຕ້ອງໄດ້ເອົາໃສ່ສ້າງທຸກເງື່ອນໄຂເພຶ່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນເອງ;
– ຄູ-ອາຈານ ຈໍາເປັນຕ້ອງໄດ້ຮຽນຮູ້ເນື້ອໃນຄວາມຮູ້ໃໝ່, ຄົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດ ຄ່ອງກັບສະພາບການແຕ່ລະໄລຍະ, ອາດຈະຫຼຸດປະລິມານເນື້ອໃນການຮຽນທີ່ເຫັນວ່າບໍ່ຈຳເປັນລົງ, ປັບປ່ຽນ ຫຼື ຫຼຸດຜ່ອນການວັດຜົນໃນຕອນທ້າຍພາກຮຽນ ເປັນການວັດ ແລະ ປະເມີນຜູ້ຮຽນແບບຕໍ່ເນື່ອງຫຼາຍຂຶ້ນ;
– ຜູ້ປົກຄອງຄວນໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫຼາຍຂຶ້ນ, ຕິດຕາມການຮຽນຂອງລູກຫຼານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກ ກະຕິ, ຊ່ວຍອຳນວຍຄວາມສະດວກບັນດາສື່ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມທັງຕິດຕາມພຶດຕິກຳຂອງລູກຫຼານຕົນຢ່າງໃກ້ຊິດ;
– ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ເມືອງ ແລະ ຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຊ່ວຍປັບປຸງ ແລະ ຊຸກຍູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາ ສາມາດເຂົ້າເຖິງແຫຼ່ງການຮຽນຮູ້ທີ່ທັນສະໄໝຫຼາຍຂຶ້ນ.
5. ສຳລັບທ້ອງຖິ່ນໃດທີ່ສາມາດສອນແບບອອນລາຍ ຫຼືແບບທາງໄກ ທີ່ຮັບ ປະກັນທັງຜູ້ສົ່ງ ແລະ ຜູ້ຮັບ ສາມາດສື່ສານຫາກັນໄດ້ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງກົມວິຊາການທີ່ໄດ້ອອກລະບຽບການສະເພາະແລ້ວນັ້ນ;
6. ສໍາລັບທ້ອງຖິ່ນ ແລະ ສະຖານການສຶກສາໃດທີ່ບໍ່ສາມາດຮຽນທາງອອນລາຍແມ່ນໃຫ້ຄູມອບວຽກບ້ານໃຫ້, ມີການນັດພົບເປັນກຸ່ມນ້ອຍເປັນບາງຄັ້ງ ເພື່ອກວດວຽກບ້ານ ແລະ ມອບວຽກບ້ານຕໍ່ໄປ, ປະກອບປຶ້ມແບບຮຽນໃຫ້ນັກຮຽນໃຫ້ຄົບເພື່ອສະດວກໃນການຮຽນຢູ່ເຮືອນ, ແນະນຳພໍ່ແມ່ ຊ່ວຍແນະນຳລູກຫຼານຢູ່ເຮືອນຕື່ມອິກ.
ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງພ້ອມຈິດພ້ອມໃຈກັນ ອົດທົນຜ່ານຜ່າ ບັນດາອຸປະສັກເຫຼົ່ານີ້. ມີແຕ່ຄວາມສາມັກຄີຂອງພວກເຮົາ ແລະ ບວກກັບຄວາມເຂົ້າໃຈຕໍ່ພະຍາດໂຄວິດ-19 ເທົ່ານັ້ນ ຈິ່ງຈະສາມາດເອົາຊະນະບັ້ນຮົບຄັ້ງນີ້ໄດ້. ພ້ອມນີ້ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າດ້ວຍມູນເຊື້ອແຫ່ງຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ຄວາມສາມັກຄີເປັນເອກະພາບ, ດ້ວຍຄວາມຮັບຜິດຊອບສູງ ແລະ ການຮ່ວມມືຂອງທຸກພາກສ່ວນນັ້ນ, ຈະເຮັດໃຫ້ສົກຮຽນ 2021-2022 ປະ ສົບຄວາມສໍາເລັດຕາມຄາດໝາຍທີ່ວາງໄວ້.
ໃນພິທີຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄໍາເຫັນກ່ຽວ ກັບການກະກຽມໄຂສົກຮຽນໃໝ່ຈາກຫົວໜ້າພະແນກສຶກສາທິການ ແລະ ກິລາ 3 ແຂວງ ຄື: ຫົວພັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ຕື່ມອີກ.
Cr: ບຸນຕຽງ ຈັນທະວົງ