ວັນທີ 19 ມິຖຸນາ 2023 ພະແນກສາທາລະນະສຸກແຂວງຂຽງຂວາງ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ການສະໜັບສະໜູນຈາກ ອົງການຢູນີເຊັບ, ໄດ້ຈັດພິທີໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການ ແລະ ຄອບຄົວ ຂອງພວກເຂົາແຫ່ງທໍາອິດຢູ່ແຂວງຊຽງຂວາງ. ຫ້ອງໃຫ້ຄໍາປຶກສານີ້ ຈະໃຫ້ການບໍລິການແກ່ເດັກພິການ ແລະ ຄອບຄົວຂອງພວກເຂົາຢູ່ແຂວງຊຽງຂວາງ ແລະ ບັນດາແຂວງໃກ້ຄຽງເຊັ່ນ ການບໍລິການໃຫ້ຄໍາປຶກສາ, ຟື້ນຟູສຸຂະພາບ, ການປະກອບອົງຄະທຽມ-ເຄື່ອງຄໍ້າຊູ ແລະ ການບໍາບັດທາງ ດ້ານຮ່າງກາຍ ແລະ ຈິດໃຈ.
ພິທີໄຂຫ້ອງໃຫ້ຄໍາປຶກສາແກ່ເດັກພິການດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ດຣ ທອງເພັດ ສິດທິວັນ ຫົວໜ້າສູນການແພດຟື້ນຟູໜ້າທີການ ກະຊວງສາທາລະນະສຸກ, ດຣ ເຢ້ ຢ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ, ເເລະ ທ່ານ ນາງ ມາຣຽມ ອັບດູ, ວ່າການຮ້ອງຫົວໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ເເລະ ຍັງມີຄູ່ຮ່ວມງານຫຼາຍກ່ວາ 80 ຄົນ ແລະ ບັນດາທ່ານຈາກຂະແໜງການທີ່ກ່ຽວຂ້ອງ ລວມທັ້ງຕາງໜ້າຈາກ 4 ສາຂາສູນການແພດຟື້ນຟູໜ້າທີ່ການເຂົ້າຮ່ວມນໍາເຊັ່ນ ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ ແລະ ຈໍາປາສັກ.
ດຣ ເຢ້ ຢ່າງ, ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ, ໄດ້ກ່າວວ່າ:“ແຂວງຊຽງຂວາງເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກ ໜ່ວງໃນປາງສົ່ງຄາມ, ຍັງມີສິ່ງເສດເຫຼືອຂອງລູກລະເບີດບໍ່ທັນແຕກຕົກຄ້າງຢ່າງຫຼວງຫຼາຍ, ສະພາບສິ່ງແວດລ້ອມມີການ ປ່ຽນແປງ, ສະພາບການລະບາດຂອງພະຍາດໄດ້ສົ່ງຜົນກະທົບທາງກົງແລະທາງອ້ອມຕໍ່ສຸຂະພາບຂອງຄົນເຮົາ ລວມທັງເດັກພິການ. ສ່ວນຫຼາຍເຂົາເຈົ້າຍັງບໍ່ສາມາດເຂົ້າເຖິງການບໍລິການທີ່ຈໍາເປັນ ຍ້ອນມີຂໍ້ຈໍາກັດໃນການເດິນທາງ ແລະ ອື່ນໆ ໂດຍສະເພາະແມ່ນ ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ.” ທ່ານຍັງເນັ້ນເຖິງຄວາມສໍາຄັນຂອງການບໍລິການໃຫ້ຄໍາ ປຶກສາແກ່ເດັກພິການໂດຍບໍ່ເສຍຄ່າ ຈະເປັນການປະກອບສ່ວນຕໍ່ການຈັດຕັ້ງປະຕິບັດ 4 ສິດທິພື້ນຖານຂອງເດັກ.
ສາຂາສູນການແພດຟື້ນຟູໜ້າທີ່ການແຂວງຊຽງຂວາງມີໜ້າທີ່ປິ່ນປົວຟື້ນຟູຄົນເຈັບພິການ-ເສຍອົງຄະ, ປະກອບອົງຄະທຽມ-ເຄື່ອງຄໍ້າຊູໃນເຂດທີ່ຕົນຮັບຜິດຊອບຄື: ແຂວງຊຽງຂວາງ, ແຂວງຫົວພັນ ແລະ ບັນດາເມືອງຂອງແຂວງທີ່ມີຊາຍແດນ ຕິດກັບແຂວງຊຽງຂວາງເຊັ່ນ: ແຂວງບໍລິຄຳໄຊ, ໄຊສົມບຸນ ແລະ ແຂວງຫຼວງພະບາງ. ຫ້ອງໃຫ້ຄໍາປຶກສາ ແກ່ເດັກພິການ ແລະ ຄອບຄົວຂອງພວກເຂົາແຫ່ງທໍາອິດຢູ່ແຂວງຊຽງຂວາງນີ້ ຈະເຮັດໃຫ້ເດັກພິການ ແລະ ຄອບຄົວ ຢູ່ໃນບັນດາແຂວງອ້ອມຂ້າງນັ້ນສາມາດເຂົ້າເຖິງການບໍລິການໄດ້ດີຂຶ້ນ.
ດຣ ທອງເພັດ ສິດທິວັນ, ຫົວໜ້າສູນການແພດຟື້ນຟູໜ້າທີການ ກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ການບໍ ລິການຄົນພິການໃນສາຂາສູນການແພດຟື້ນຟູໜ້າທີ່ການແຂວງຊຽງຂວາງແມ່ນບາດກ້າວອັນໃໝ່ໃນການປະຕິບັດພັນທະຂອງພວກເຮົາຕໍ່ຄົນທີ່ມີຄວາມພິການ. ນີ້ແມ່ນສ່ວນໜຶ່ງທີ່ສຳຄັນຂອງການລິເລີ່ມການພັດທະນາໂຍບາຍ ແລະ ຄຸນນະພາບການບໍລິການສຸຂະພາບໂດຍອີງຕາມລັກການ “5 ດີ” (ການຮັບຕ້ອນ, ຄວາມສະອາດ, ຄວາມສະດວກ, ການບົ່ງມະຕິພະຍາດ ແລະ ການປິ່ນປົວທີ່ດີ) ລັກການ “1 ພໍໃຈ” ມາຈັດຕັ້ງປະຕິບັດຕົວຈິ່ງຢູ່ໃນສາຂາສູນຂອງແຂວງ”, ທ່ານກ່າວຕື່ມວ່າ “ການໄຂຫ້ອງໃຫ້ຄຳປຶກສາ ແລະ ເບີໂທ 061 166 ເຊຶ່ງເປັນເບີໂທໃຫ້ຄຳປຶກສາດ້ານການແພດຟື້ນຟູໜ້າທີ່ການໂດຍບໍ່ເສຍຄ່ານີ້ ສະແດງໃຫ້ເຫັນຜົນງານອັນພົ້ນເດັ່ນ, ສາມາດ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ມາຊົມໃຊ້ບໍລິການ, ພໍ່ແມ່ປະຊາຊົນໄວ້ວາງໃຈ ແລະ ເຊື່ອໝັ້ນ ນັບມື້ເພີ່ມຂື້ນ.”
ທ່ານ ນາງ ມາຣຽມ ອັບດູ, ວ່າການຮ້ອງຫົວໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ຂ້າພະເຈົ້າ ຂໍສະແດງ ຄວາມຊົມເຊີຍຕໍ່ ກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ໄດ້ນໍາພາການສ້າງຕັ້ງຫ້ອງໃຫ້ຄໍາປຶກສາແກ່ເດັກພິການ ແລະ ຄອບຄົວຂອງພວກເຂົາ ໂດຍສະເພາະແມ່ນການບໍລິການໃຫ້ຄໍາປຶກສາ ຜ່ານໂທລະສັບໂດຍບໍ່ເສຍຄ່າ.” ທ່ານຍັງໄດເນັ້ນຕື່ມວ່າ “ຫ້ອງໃຫ້ຄໍາປຶກສາສໍາລັບເດັກທີ່ມີຄວາມພິການ ແລະ ຄອບຄົວ ຂອງພວກເຂົາແຫ່ງທໍາອິດນີ້ຈະປະກອບສ່ວນເພື່ອຮັບປະກັນວ່າເດັກທີ່ມີຄວາມພິການ, ລວມທັງຜູ້ທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກນັ້ນ, ສາມາດໄດ້ຮັບການປົກປ້ອງ, ການດູແລ ແລະ ການສະຫນັບສະຫນູນຢ່າງມີປະສິດທິຜົນ ແລະ ເຫມາະສົມ ແລະ ຈະເປັນບ່ອນທີ່ຮັບຟັງຄວາມຄິດເຫັນຂອງເຂົາເຈົ້າໃນທຸກເລື່ອງທີ່ສົ່ງຜົນກະທົບຕໍ່ພວກເຂົາ ແລະ ສົ່ງເສີມການມີສ່ວນຮ່ວມໃນການແກ້ໄຂບັນຫາທີ່ພວກເຂົາເຈົ້າກໍາລັງປະເຊີນຢູ່”
