ຕາມຂ່າວCRI: ເນື່ອງໃນໂອກາດທີ່ຈີນ-ອາຊຽນສ້າງຕັ້ງສາຍພົວພັນຄູ່ຮ່ວມສົນທະ ນາຄົບຮອບ 30 ປີ, ວັນທີ 14 ກໍລະກົດນີ້,ເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນ “ຄູ່ຮ່ວມອາຊຽນ” 2021 ທີ່ຈັດຂຶ້ນໂດຍສະຖານີວິທະຍຸກະຈາຍສຽງແລະໂທລະພາບສູນກາງຈີນຫຼື CMG ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.ທ່ານ ເຊີ້ນ ໄຫຊົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າບັນນາທິການຂອງ CMG ໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສ. CMG ໄດ້ດຳເນີນການສົນທະນາກັບແຂກຈີນແລະຕ່າງປະເທດເກືອບ 100 ທ່ານທີ່ມາຈາກສື່ມວນຊົນແລະອົງການຈັດຕັ້ງສາກົນ 33 ແຫ່ງຂອງ 15 ປະເທດຜ່ານທາງອອນລາຍແລະອອຟລາຍ.

ໃນເວລາກ່າວຄຳປາໄສ, ທ່ານເຊີ້ນ ໄຫ ຊົງກ່າວວ່າ, ໃນຊຸມປີມໍ່ໆມານີ້, CMG ກັບສື່ມວນຊົນຕ່າງໆຂອງບັນດາປະເທດອາຊຽນໄດ້ດຳເນີນການຮ່ວມມື ແລະແລກປ່ຽນກັນດ້ວຍຫຼາຍຮູບແບບແລະຫຼາຍລະດັບ, ເຊິ່ງໄດ້ຊຸກຍູ້ຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະຊາຊົນບັນດາປະເທດ. CMG ຍິນດີຕ້ອນຮັບສື່ມວນຊົນຂອງປະເທດອາຊຽນຫຼາຍກວ່າເກົ່າລາຍງານຂ່າວກ່ຽວກັບຈີນ ແລະກ່ຽວກັບອາຊຽນຢ່າງພາວະວິໄສແລະສອດຄ່ອງກັບສະພາບຕົວຈິງ, ຮ່ວມກັນເລົ່າເລື່ອງກ່ຽວກັບການຮ່ວມມືແລະການແລກປ່ຽນລະຫວ່າງຈີນ-ອາຊຽນໃຫ້ດີ.
ໃນເວທີປຶກສາຫາລືຄັ້ງນີ້,ຜູ້ຮັບຜິດຊອບຂອງສູນລາຍການທະວີບອາຊີແລະທະວີບອາຟຣິກາແລະທ່ານອື່ນໆຍັງໄດ້ຮ່ວມກັນເປີດສາດກິດຈະກຳ “ໂຮງຮູບເງົາກາງແຈ້ງຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2021.
