ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 20 ທັນວາ 2021ນີ້ ຢູ່ທີ່ຫ້ອງການບ້ານລ້ອງແຈ້ງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືຄົ້ນຄວ້າວຽກງານກຳນົດຂອບເຂດພື້ນທີ່ພັດທະນາແຫຼ່ງທ່ອງທ່ຽວ ພູໝອກ ແລະ ພູຕະການ ໂດຍການເປັນປະທານ ຂອງ ທ່ານ ຕົງມົ່ວ ຊົ່ວໂກ້ ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ອຸດອນ ສິງດາລາ ເຈົ້າເມືອງລ້ອງແຈ້ງ, ທ່ານ ຖາວອນ ອາດສະຫມຸດ ປະທານບໍລິສັດພັດທະນາລ້ອງແຈ້ງ, ທ່ານ ທົງສະຫວັນ ໂພສະລາດ ຮັກສາການຫົວໜ້າພະແນກຖະແຫລງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວແຂວງ, ມີຕ່າງໜ້າກະຊວງປ້ອງກັນປະເທດ, ພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ
ທ່ານ ຕົງມົວ ຊົ່ວໂກ້ ຮອງເຈົ້າແຂວງໄຊສົມບູນມີຄຳເຫັນຊີ້ນຳຕໍ່ກອງປະຊຸມວ່າ: ການຟື້ນຟູບູລະນະສ້າງສາພັດທະນາແຫ່ລງທ່ອງທ່ຽວ ດ້ານຮ່ອງຮອຍປະຫວັດສາດ ທີ່ມີຊື່ສຽງໂດ່ງດັງ , ມີຄວາມງົດງາມ ແລະ ເປັນທີ່ຮູ້ຈັກຂອງຫຼາຍປະເທດ ເຫັນວ່າມີຄວາມຈຳເປັນ ແລະ ມີຄວາມສຳຄັນຫຼາຍ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ນັກທ່ອງທ່ຽວສົນໃຈເຂົ້າມາທ່ຽວຊົມ ຫຼາຍຂື້ນ ສ້າງລາຍຮັບໃຫ້ປະຊາຊົນບັນດາເຜົ່າ ໃນແຂວງໄຊສົມບູນ ເວົ້າສະເພາະກໍ່ຄືເມືອງລ້ອງແຈ້ງ ມີລາຍໄດ້ຈາກການມີວຽກເຮັດງານທຳ, ການບໍລິການ ແລະ ຄ້າຂາຍຜົນຜະລິດ, ສີ່ງສໍາຄັນບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ຕ້ອງຍົກສູງຄວາມຮັບຜິດຊອບ ຄົ້ນຄວ້າສ້າງຄວາມເປັນເອກະພາບນຳກັນ ໃຫ້ຖືກຕ້ອງສອດຄ່ອງຕາມຂັ້ນຕອນ ແລະ ນິຕິກຳທີ່ກ່ຽວຂ້ອງ
ຈາກນັ້ນ ແຕ່ລະພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ມີຄວາມເປັນເອກະພາບສູງ ໂດຍສະເພາະການກຳນົດພື້ນທີ່ຂອບເຂດພັດທະນາໃນເບື້ອງຕົ້ນຂອງບໍລິສັດທີ່ມີຄວາມພ້ອມຈັດຕັ້ງປະຕິບັດ ເຊັ່ນ: ສ້າງຣີສ໋ອດ, ເຮືອນພັກ ແລະ ຮ້ານອາຫານ ແລະ ຂອບເຂດສະຫງວນ, ຂອບເຂດຟື້ນຟູປ່າໄມ້ ແນ່ໃສ່ປົກປັກຮັກສາສີ່ງແວດລ້ອມ-ບໍ່ໃຫ້ມີການທຳລາຍຮ່ອງຮອຍປະຫວັດສາດຢູ່ເທີ່ງພູໝອກ ແລະ ໃຫ້ຫ້ອງການກະສິກຳ ປ່າໄມ້ເມືອງ ກະກຽມເບ້ຍດອກຄາຍປ່າ ແລະ ດອກບານ ເພື່ອປູກປະດັບຢູ່ຕາມພູໝອກ ໂອກາດວັນປູກຕົ້ນໄມ້ແຫ່ງຊາດປີໜ້ານີ້ ເພື່ອໃຫ້ມີຄວາມສວຍງາມ ແລະ ວາງແຜນພັດທະນາໃນໄລຍະຍາວຕື່ມອີກ.
ຕອນທ້າຍ ທ່ານປະທານກອງປະຊຸມມີຄໍາຄິດເຫັນວ່າ: ເຫັນດີໃຫ້ບໍລິສັດພັດທະນາລ້ອງແຈ້ງ ພັດທະນາແຫຼ່ງທ່ອງທ່ຽວພູໝອກ-ພູຕະການ, ເຫັນດີໃຫ້ກະຊວງປ້ອງກັນປະເທດແຕ່ງຕັ້ງວິຊາການລົງມາກວດກາກຳນົດເນື້ອທີ່ໃຫ້ລະອຽດ ແລະ ໃຫ້ພາກສ່ວນກ່ຽວຂ້ອງສົມທົບກັນກວດກາຄືນບົດວິພາກເສດຖະກິດຂອງບໍລິສັດ ໃຫ້ຕິດພັນກັບຜັງເມືອງ ມີຄວາມກົມກກຽວ ແລະ ເປັນລະບຽບຮຽບຮ້ອຍ ຫຼັງຈາກນັ້ນກໍ່ໄດ້ພ້ອມກັນຂື້ນສຳຫຼວດເບີ່ງພູໝອກ ແລະ ສະຖານທີ່ຕັ້ງເຮືອນພັກຕົວຈີ່ງ
ຂ່າວ: ອານຸສອນ
ບັນນາທິການ: ທ່ານ ສຸກເຢີ ຊົ່ງ