ພິທີປິດງານມະຫະກໍາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 17 ພຶດສະພານີ້. ຄັ້ງຕໍ່ໄປ ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2025 ເຊີ່ງຈະຈັດຂຶ້ນຢູ່ບາງກອກ, ຊົນບູຣີ ແລະ ສົງຂາ.
ໃນການແຂ່ງຂັນຊີເກມຄັ້ງນີ້, Quah Ting Wen ນັກກິລາລອຍນໍ້າຍິງ ຈາກສິງກະໂປ ແລະ Pal Chhor Raksmy ນັກກິລາໂວວີນາມຍິງ (ຫວໍຫວຽດນາມ) ຈາກກໍາປູເຈຍ ເຈົ້າພາບ ໄດ້ລາງວັນນັກກິລາດີເດັ່ນຮ່ວມກັນ.
– Quah Ting Wen ໄດ້ 6 ຫລຽນຄຳ 2 ຫລຽນເງິນ.
– Pal Chhor Raksmy ໄດ້ 4 ຫລຽນຄຳ 1 ຫລຽນເງິນ 1 ຫລຽນທອງ.
ໄທ ໄດ້ຮັບກຽດເປັນເຈົ້າເທື່ອທີ 7 ຕໍ່ຈາກ ປີ 1959, 1967, 1975, 1985, 1995, 2007
Loading...