ງານໂອລິມປິກລະດູໜາວປັກກິ່ງໄດ້ນັບຖອຍຫຼັງແລະໃກ້ຈະຈັດຂຶ້ນໃນຕໍ່ໜ້ານີ້, ການເຮັດໃຫ້ເດັກນ້ອຍຫຼາຍກວ່າເກົ່າມັກຮັກແລະເຂົ້າຮ່ວມກິລາຫິມະແລະນ້ຳກ້ອນແມ່ນເນື້ອໃນທີ່ສຳຄັນຂອງການສຶກສາສຳລັບງານໂອລິມປິກ. ການປັ້ນຮູບຄົນດ້ວຍຫິມະແລະຫຼິ້ນຫິມະລ້ວນແຕ່ແມ່ນວິທີການສ້າງຄວາມມ່ວນຊື່ນທີ່ເດັກນ້ອຍທັງຫຼາຍມັກເຮັດມາໂດຍຕະຫຼອດ,ຄຽງຄູ່ກັບງານກິລາໂອລິມປິກລະດູໜາວປັກກິ່ງໃກ້ຈະຈັດຂຶ້ນ,ແຫ່ງຕ່າງໆໃນປະເທດຈີນລ້ວນແຕ່ນິຍົມກິລາຫິມະແລະນ້ຳກ້ອນຫຼາຍຂຶ້ນ.


ປັດຈຸບັນ, ຢູ່ຫຼາຍແຫ່ງໃນປະເທດຈີນຕ່າງກໍ່ມີເດີ່ນຫຼິ້ນສະກີ, ເດີ່ນຫຼິ້ນສະເກັດແລະສວນຫິມະສະໜຸກ, ນອກຈາກການຫຼິ້ນກິລາແລະຄວາມບັນເທີງມ່ວນຊື່ນແລ້ວ,ການສອນກິລາຫິມະແລະນ້ຳກ້ອນແບບມີອາຊີບກໍ່ນັບມື້ນັບເພີ່ມຫຼາຍຂຶ້ນ. ໃນເດີ່ນຫຼິ້ນສະກີແລະເດີ່ນຫຼິ້ນສະເກັດລ້ວນແຕ່ມີຄູສອນແບບມືອາຊີບ,ທັງມີຊຸດອົບຮົມສຳລັບຜູ້ສະໝັກຫຼິ້ນອີກດ້ວຍ.ລາຍການແຂ່ງຂັນຂອງງານກິລາໂອລິມປິກລະດູໜາວກໍ່ໄດ້ເຊື່ອມຊຶມເຂົ້າສູ່ໂລກຂອງພວກເດັກນ້ອຍທັງຫຼາຍ. ຄວາມມຸ່ງຫວັງຂອງຈີນທີ່ຈະຊຸກຍູ້ໃຫ້ປະຊາຊົນ 300 ລ້ານຄົນເຂົ້າຮ່ວມກິລາທາງຫິມະແລະນ້ຳກ້ອນພວມບັນລຸຜົນເປັນຈິງເປັນກ້າວໆ.

