ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຮ້ານຈຳໜ່າຍເຄື່ອງກິລາພິມລາຍ ໄອ-ສະປອດ ຫຼື Ai-sport ລົງນາມໃຫ້ການສະໜັບສະໜູນ ເປັນເງິນສົດ ລວມມູນຄ່າ 15.000.000 ກີບ ພ້ອມເສື້ອກິລາພິມລາຍງາມໆຜະລິດຕະພັນ Ai-sport ມອບໃຫ້ນັກເຕະດີເດັ່ນ 1 ຜືນຕໍ່ນັດ ເພື່ອສົ່ງ ເສີມວົງການກິລາບານເຕະລາວ ກໍຄື ນະຄອນ ຫຼວງວຽງຈັນ ຈັດການແຂ່ງຂັນເຕະບານ ລາວລີກ 2 ຫຼື ນະຄອນຫຼວງ ລີກ ລະດູການ 2022 ທີ່ຈະເປີດຂຶ້ນກາງເດືອນມີນານີ້ ໃຫ້ມີສີສັນ ແລະ ກັບມາເປັນຂະບວນການຢ່າງຟົດຟື້ນ
ພິທີເຊັນສັນຍາລະຫວ່າງການຮ່ວມມືຈັດການແຂ່ງຂັນ ລາວລີກ 2 ລະດູການ 2022 ໃນຄັ້ງນີ້ ໄດ້ມີຂຶ້ນ ວັນທີ 24 ກຸມພາ 2022 ທີ່ສຳນັກງານປົກຄອງເມືອງສີສັດຕະນາກ ລະຫວ່າງ ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກິລາພິມລາຍ ໄອ-ສະປອດ ແລະ ທ່ານ ເດດສົງຄາມ ທຳມະວົງ ປະທານສະຫະພັນບານເຕະ ນະຄອນຫຼວງຽງຈັນ ທັງເປັນເຈົ້າເມືອງສີສັດຕະນາກ ໂດຍມີທ່ານ ຄອນສະຫວັນ ສິດທິໄຊ ເລຂາທິການສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ບັນດາພະນັກ ງານທັງສອງພາກສ່ວນ ຕະຫຼອດຮອດສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.
ໂອກາດນີ້, ທ່ານ ເດດສົງຄາມ ທະມະວົງ ກໍໄດ້ສະແດງຄວາມໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງຄະນະນຳຂອງຮ້ານຂາຍເຄື່ອງກິລາໄອ-ສະປອດ ທີ່ມີນໍ້າໃຈກວ້າງ ຂວາງເອື້ອເຟື້ອເພື່ອແຜ່ປະກອບສ່ວນເຂົ້າໃນຂະບວນການຄັ້ງນີ້ ເຮັດໃຫ້ພວກເຮົາມີຄວາມພ້ອມໃນການຈັດແຂ່ງຂັນ. ແນວໃດກໍດີ, ນອກຈາກລາຍການນີ້ ກໍຍັງມີແຜນ ການເຄື່ອນໄຫວຈະຈັດແຂ່ງຂັນຫຼາຍລາຍການ ໂດຍສະເພາະລາຍການຂອງຮຸ່ນເຍົາວະ ຊົນ ໃນເມື່ອກ່ອນ ແມ່ນມີຂະບວນການຟົດຟື້ນຫຼາຍ ໂດຍສະເພາະຈະຈັດໃນຮຸ່ນນັກຮຽນ ແລະ ຮຸ່ນສືບທອດໃຫ້ກັບມາເປັນຂະບວນການຟົດຟື້ນ ແລະ ກໍຫວັງຢ່າງຍິ່ງວ່າພວກເຮົາຍັງຈະໄດ້ຮັບການສະໜັບສະໜູນຈາກ ໄອ-ສະປອດ ຂອງທ່ານຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຈຳໜ່າຍເຄື່ອງກິລາ ໄອ-ສະປອດ ກ່າວວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງສູງ ທີ່ໄດ້ເປັນສ່ວນໜື່ງໃນການປະກອບສ່ວນສົ່ງເສີມຂະບວນການແຂ່ງຂັນກິລາໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າຈະເປັນສ່ວນໜຶ່ງສຳຄັນທີ່ຈະເຮັດໃຫ້ວົງການກິລາບານເຕະ ນະຄອນ ຫຼວງ ກັບມາມີສີສັນ ແລະ ຄືກຄັກອີກຄັ້ງໜຶ່ງ ແນ່ນອນວ່າການເຮັດສ່ວນໃດໜຶ່ງນັ້ນ ເຮັດດ້ວຍຕົນເອງເປັນໄປໄດ້ຍາກ ສະນັ້ນ ທຸກຄົນຕ້ອງໃຫ້ຄວາມຮ່ວມກັນ ເພື່ອເຮັດໃຫ້ການແຂ່ງຂັນສຳເລັດໄປດ້ວຍດີ ສ່ວນ ໄອ-ສະປອດ ກໍພ້ອມເຕັມທີ່ຈະໃຫ້ການສະໜັບສະໜູນການພັດທະນາວົງການກິລາບານເຕະລາວ ກໍຄື ນະຄອນຫຼວງ ກ້າວສູ່ການເປັນມືອາຊີບໃນອະນາຄົດ.
ໂດຍ ສົງການ ພັນແພງດີ