ວັນທີ 3 ທັນວາ 2021, ເປັນວັນທີ່ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເອກອ້າງທະນົງໃຈ ແລະ ມີຄວາມພາກພູມໃຈທີ່ສຸດ ທີ່ໄດ້ມີເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ເປີດ ນໍາໃຊ້ຢ່າງເປັນທາງການ. ນີ້ຖືເປັນເຫດການທີ່ສໍາຄັນທີ່ສຸດທາງດ້ານປະຫວັດສາດຂອງ ຊາດລາວ, ເພາະໃນໄລຍະຜ່ານມາ ປະຊາຊົນລາວ ເຂົ້າໃຈສະພາບພູມມີສາດຂອງປະເທດຕົນເອງດີວ່າ ປະເທດລາວສ່ວນໃຫຍ່ໂດຍສະເພາະທາງພາກເໜືອຂອງປະເທດເປັນເຂດພູຜາປ່າດົງທີ່ສູງຊັນ, ດັ່ງນັ້ນ ການທີ່ຈະສ້າງເສັ້ນ ທາງລົດໄຟ ຈາກນະຄອນຫລວງວຽງຈັນ ຂຶ້ນໄປທາງພາກເໜືອ ຫາຊາຍແດນລາວ-ຈີນ ແມ່ນເປັນພຽງຄວາມໄຝ່ຝັນເທົ່ານັ້ນ. ແຕ່ໃນທີ່ສຸດ, ຍ້ອນຄວາມຕັດສິນໃຈສູງ ຂອງການນໍາຂອງສອງປະເທດ ລາວ-ຈີນ, ຍ້ອນໄດ້ຮັບການຮ່ວມມືຈາກປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມຂອງລາວ, ຈຶ່ງສາມາດສ້າງຄວາມໄຝ່ຝັນໃນເມື່ອກ່ອນໃຫ້ກາຍເປັນຄວາມຈິງ ແລະ ການຈັດຕັ້ງປະຕິບັດ ໂຄງການ ກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງລາວ-ຈີນກໍ່ສາມາດບັນລຸຜົນສໍາເລັດໃນການກໍ່ສ້າງ.
ພາຍຫລັງທີ່ສໍາເລັດການສໍາຫລວດອອກແບບ ແລະ ໄດ້ມີການຮັບຮອງເອົາບົດວິພາກເສດຖະກິດຂອງໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ດັ່ງກ່າວແລ້ວ, ໃນໂອກາດທີ່ສະຫລອງວັນຊາດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ, ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ພ້ອມການວາງສີລາລຶກ ໂຄງການກໍ່ສ້າງເສັ້ນທາງລັດໄຟ ຄວາມໄວສູງລາວ-ຈີນ ຢ່າງເປັນທາງການໃນວັນທີ 2 ທັນວາ 2015. ຖ້າຈະນັບແຕ່ມື້ລົງມືກໍ່ສ້າງຕົວຈິງຢ່າງເປັນທາງການໃນວັນທີ 1 ມັງກອນ 2017 ຮອດມື້ທີ່ເປີດການນໍາໃຊ້ເສັ້ນທາງລົດໄຟດັ່ງກ່າວນີ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021, ເປັນເວລາຍາວນານເຖິງ 5 ປີ ເຕັມໃນການກໍ່ສ້າງ ແລະ ໄດ້ນໍາໃນງົບປະປານເຂົ້າໃນໂຄງການດັ່ງກ່າວທັງໝົດປະມານ 5.950 ລ້ານ ໂດລາສະຫະລັດ. ນີ້ເປັນໂຄງການໜຶ່ງດຽວທີ່ໃຫຍ່ທີ່ສຸດ ແລະ ໃຊ້ງົບປະມານຫລາຍທີ່ສຸດໂຄງການໜຶ່ງໃນການກໍ່ສ້າງ ພື້ນຖານໂຄງລ່າງ ຢູ່ໃນ ສປປ ລາວ ໃນໄລຍະຜ່ານມາ.
ໃນໂອກາດສະຫລອງວັນເກີດຄົບຮອບ 1 ປີ ຂອງ ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ແລະ ເພື່ອໃຫ້ຄວາມກະຈ່າງແຈ້ງແກ່ປະຊາຊົນລາວບັນດາເຜົ່າ, ແກ່ບັນດາສື່ມວນຊົນຕ່າງປະເທດ ກ່ຽວກັບໂຄງ ການເສັ້ນທາງລົດໄຟ ຄວາມໄວສູງລາວ-ຈີນ, ໃນບົດຄວາມນີ້ຈຶ່ງຈະໃຫ້ຂໍ້ມູນບາງດ້ານແກ່ບັນດາທ່ານ ໂດຍສະເພາະແມ່ນດ້ານງົບປະມານການກໍ່ສ້າງ; ຜົນປະໂຫຍດຈາກການນໍາໃຊ້ເສັ້ນ ທາງລົດໄຟຄວາມໄວສູງລາວ-ຈີນ; ລວມທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ.
ໂຄງການເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຈາກນະຄອນຄຸນໝິງ ແຂວງຢຸນໜານຂອງ ສປ ຈີນຫານະຄອນຫຼວງວຽງຈັນຂອງ ສປປ ລາວ, ເປັນການຕັດສິນໃຈ ແລະ ເຫັນດີເຫັນພ້ອມໃນການເຊື່ອມ ໂຍງ ລະຫວ່າງຍຸດທະສາດການຫັນປ່ຽນສະຖານະພາບປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະ ເທດເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງລັດຖະບານ ສປປ ລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງລັດຖະບານ ສປ ຈີນ. ເສັ້ນທາງລົດໄຟລາວ-ຈີນ ສາຍນີ້ ຈະກາຍເປັນສູນກາງດ້ານການຂົນສົ່ງຂອງພາກພື້ນ ເຊິ່ງຄາດວ່າຈະນໍາເອົາຜົນປະໂຫຍດຢ່າງຫຼວງຫຼາຍມາສູ່ບໍ່ພຽງແຕ່ສອງຊາດລາວ-ຈີນ ເທົ່ານັ້ນ, ແຕ່ຍັງຈະຊ່ວຍປະກອບສ່ວນເຮັດໃຫ້ອະນຸພາກພື້ນ ແລະ ພາກພື້ນ ມີການເຊື່ອມໂຍງກັນຫຼາຍຂຶ້ນທາງດ້ານໂຄງລ່າງພື້ນຖານດ້ານການຄົມມະນາຄົມຂົນສົ່ງ, ເນື່ອງຈາກ ໂຄງການກໍ່ສ້າງເສັ້ນ ທາງລົດໄຟລາວ-ຈີນ ແມ່ນສ່ວນໜຶ່ງທີ່ສໍາຄັນຂອງໂຄງການເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງ ສິງກະໂປ-ຄຸນໝິງ (Singapore-Kunming Rail Link). ພ້ອມດຽວກັນນີ້ ໂຄງການເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ຍັງເປັນການປະກອບສ່ວນຜັນຂະຫຍາຍແຜນແມ່ບົດວ່າດ້ວຍການເຊື່ອມໂຍ່ງອາ ຊຽນ ປີ 2025 (Master Plan on ASEAN Connectivity 2025).
ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ຈາກນະຄອນຫລວງວຽງຈັນ ເຖິງບໍ່ເຕ່ນຊາຍແດນລາວ-ຈີນ ມີຄວາມຍາວທັງໝົດ 426 ກິໂລແມັດ, ມີຂົວ 167 ແຫ່ງ ແລະ ອຸໂມງລອດພູຜາ ເຖິງ 75ແຫ່ງ. ສໍາລັບຖ້ຽວຂົນສົ່ງໂດຍສານສາມາດແລ່ນດ້ວຍຄວາມໄວສະເລ່ຽ 180 ກິໂລແມັດ/ຊົ່ວໂມງ, ສ່ວນຖ້ຽວຂົນສົ່ງສິນ ຄ້າສາມາດແລ່ນດ້ວຍຄວາມໄວສະເລ່ຽ 120 ກິໂລແມັດ/ຊົ່ວໂມງ. ງົບປະມານໃນການກໍ່ສ້າງເສັ້ນທາງລົດ ໄຟ ຄວາມໄວສູງລາວ-ຈີນນີ້ປະມານ 5.950 ລ້ານໂດລາສະຫະລັດ, ໃນນີ້ມີສອງພາກສ່ວນທີ່ຮັບຜິດ ຊອບເຊັ່ນ: ພາກສ່ວນທີ ໜຶ່ງ: ແມ່ນບໍລິສັດຫຸ້ນສ່ວນຮ່ວມທຶນທາງລົດໄຟລາວ-ຈີນ, ເປັນບໍລິສັດທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍສອງຝ່າຍລາວ ແລະ ຈີນ. ພາກສ່ວນນີ້ຖືຫຸ້ນ 60% ຫລືເທົ່າກັບ 3.570 ລ້ານໂດລາ; ພາກສ່ວນທີ ສອງ: ແມ່ນການຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ທີ່ຖືຫຸ້ນ 40% ຫລືເທົ່າກັບ 2.380 ລ້ານໂດລາ. ໃນຈໍານວນ 40% ນີ້ ລັດຖະບານ ສປ ຈີນ ຖືຫຸ້ນ 70% ຫລືເທົ່າກັບ 1.666 ລ້ານໂດລາ ແລະ ລັດຖະບານ ສປປ ລາວ ຖືຫຸ້ນພຽງແຕ່ 30% ຫລືເທົ່າກັບ 714 ລ້ານໂດລາ. ໝາຍຄວາມວ່າຖ້າລັດຖະບານ ສປປ ລາວ ຈະກູ້ຢືມເງິນຈາກ ລັດຖະບານ ສປ ຈີນ, ກໍແມ່ນໃນຈໍານວນ 714 ລ້ານໂດລາ, ຫາກບໍ່ແມ່ນທັງໝົດ 5.950 ລ້ານໂດລາ.
ໃນໄລຍະໜຶ່ງປີ ທີ່ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນການໃຫ້ບໍລິການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າທັງພາຍໃນ ແລະ ຈາກຕ່າງປະເທດ ເຫັນໄດ້ວ່າສາມາດຕອບສະໜອງຜົນປະໂຫຍດ ແລະ ຄວາມສະດວກສະບາຍໃຫ້ແກ່ປະຊາຊົນຫລາຍທີ່ສຸດ ໃນການໄປ-ມາຫາສູ່ກັນ. ເມື່ອກ່ອນການເດີນທາງຂຶ້ນໄປແຂວງອຸດົມໄຊ ຫລືຫລວງນໍ້າທາ ຖ້າຫາກເດີນທາງດ້ວຍລົດຕ້ອງໄດ້ໃຊ້ເວລາຍາວນານເຖິງ 10 ກວ່າຊົ່ວໂມງ ຫລືຕ້ອງໄດ້ນອນຄ້າງຄືນຈຶ່ງຮອດ, ຖ້າເດີນທາງດ້ວຍເຄື່ອງບິນກໍມີຄ່າໃຊ້ຈ່າຍສູງ ແລະ ມີພຽງວັນລະໜຶ່ງຖ້ຽວບິນເທົ່ານັ້ນ. ລົດໄຟຄວາມໄວສູງລາວ-ຈີນ ຈາກນະຄອນຫລວງວຽງຈັນ ເຖິງຫລວງພະບາງ ໃຊ້ເວລາພຽງ 1 ຊົ່ວໂມງກັບ 50 ນາທີ ແລະ ໄປເຖິງເມືອງໄຊ ແຂວງ ອຸດົມໄຊ ໃຊ້ເວລາພຽງ 2 ຊົ່ວໂມງກັບ 45 ນາທີ (7:30 ໂມງ – 10:17 ໂມງ). ດັ່ງນັ້ນ, ປະຊາຊົນສ່ວນຫລາຍຈຶ່ງນິຍົມກັນຊົມ ໃຊ້ບໍລິການ ໃນການເດີນທາງ ດ້ວຍລົດໄຟຄວາມໄວສູງ ເພາະສະດວກສະບາຍ, ວ່ອງໄວ, ງຽບດີ, ປອດໄພໃນການເດີນທາງ, ໃຊເວລາສັ້ນໃນການເດີນທາງ. ນັບແຕ່ມື້ລັດຖະບານ ສປປ ລາວໄດ້ປະກາດປະຕິບັດມາດຕະການຜ່ອນຜັນ ການສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນເດືອນ ພຶດສະພາ 2022 ຜ່ານມາ, ໂດຍໄດ້ອະນຸຍາດໃຫ້ມີການໄປ-ມາຫາສູ່ກັນຂອງປະຊາຊົນລາວ ແລະ ນັກທ່ອງທ່ຽວຈາກຕ່າງ ປະເທດກໍ່ສາມາດເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ເຫັນໄດ້ວ່າມີນັກທ່ອງທ່ຽວຈາກປະເທດເພື່ອນບ້ານເດີນທາງເຂົ້າມາ ທ່ອງທ່ຽວຢູ່ ສປປ ລາວຢ່າງຫລວງຫລາຍ. ອິງຕາມການສະຫລຸບລາຍງານຂອງ ວິ ທະຍຸສາກົນແຫ່ງປະເທດຈີນ (CRI) ນັບແຕ່ມື້ເປີດບໍລິການນໍາໃຊ້ ຢ່າງເປັນທາງການ ແຕ່ວັນທີ 3 ທັນວາ 2021 ມາເຖິງ ທ້າຍເດືອນ ພະຈິກ 2022 ນີ້ ຕົວເລກ ການຊົມໃຊ້ບໍລິການໂດຍສານ ລົດໄຟ ຄວາມໄວສູງລາວ-ຈີນ ຂອງພົນລະເມືອງລາວ ແລະນັກທ່ອງທ່ຽວຈາກຕ່າງ ປະເທດ ສູງເຖິງ 8,5 ລ້ານເທື່ອຄົນ, ສໍາລັບການບໍລິການຂົນສົ່ງສິນຄ້າມີຫລາຍກວ່າ 11,2 ລ້ານໂຕນ, ໃນນີ້ມີການຂົນສົ່ງສິນຄ້າຂ້າມຊາຍແດນຫລາຍກວ່າ 1,8 ລ້ານໂຕນ. ແນ່ນອນວ່າຖ້າ ບໍ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ນັບແຕ່ມື້ເປີດນໍາໃຊ້ ຢ່າງເປັນທາງການ ມາຮອດປັດຈຸບັນ, ຕົວເລກຂອງຜູ້ຊົມໃຊ້ບໍລິການລົດໄຟຄວາມໄວສູງຈະສູງກວ່ານີ້ຢ່າງແນ່ນອນ.
ເຖິງແນວໃດກໍຕາມ, ເນື່ອງຈາກວ່າເປັນຄັ້ງທໍາອິດໃນປະຫວັດສາດ ທີ່ ສປປ ລາວໄດ້ມີເສັ້ນທາງລົດໄຟ ແລະ ກໍເປັນລົດໄຟຄວາມໄວສູງແຫ່ງທໍາອິດໃນບັນດາປະເທດອາຊຽນ, ຊຶ່ງສິ່ງນີ້ແມ່ນເປັນຄວາມພາກພູມໃຈຂອງຄົນລາວທັງຊາດ, ແຕ່ວ່າໄລຍະເວລາການນໍາໃຊ້ບໍລິການກໍຍັງບໍ່ທັນເຖິງໜຶ່ງປີ. ດັ່ງນັ້ນ, ນອກຈາກຂໍ້ສະດວກ, ຂໍ້ດີ ແລະ ຜົນປະໂຫຍດຕ່າງໆທີ່ໄດ້ກ່າວມາແລ້ວນັ້ນ ກໍຍັງປາສະຈາກບໍ່ໄດ້ບາງສິ່ງບາງດ້ານທີ່ ພາກສ່ວນກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ພ້ອມກັນປັບປຸງແກ້ໄຂໃຫ້ມີຄວາມຄ່ອງຕົວ, ສະດວກສະບາຍດ້ານສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອໃຫ້ສາມາດຕອບສະໜອງການມາບໍລິການຂອງລູກຄ້າ, ຈະແມ່ນດ້ານການບໍລິການຂາຍປີ້ລົດ, ຫລືສະຖານທີ່ລໍຖ້າ ແລະ ສິ່ງອໍານວຍຄວາມສະດວກຕາມສະຖານີລົດໄຟແຫ່ງຕ່າງໆ ກໍຕ້ອງໄດ້ມີການຕອບສະໜອງ ແລະ ປັບປຸງແກ້ໄຂ. ແຕ່ກໍມີຄວາມໝັ້ນໃຈວ່າ ພາກ ສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ ຖອດຖອນບົດຮຽນ ແລະ ຂໍ້ຂາດຕົກບົກພ່ອງໃນໄລຍະຜ່ານມາ ແລະ ຄ່ອຍມີການປັບປຸງແກ້ໄຂ ໄປເທື່ອລະດ້ານ ເພື່ອຕອບສະໜອງຄວາມພໍໃຈໃຫ້ແກ່ລູກຄ້າ.
Loading...